蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະ​ບົບ​ນຳ​ທາງ​ເປີຍ​ໂຕ​ຈະ​ໃຫ້​ການ​ບໍ​ລິ​ການ​ແກ່​ທົ່ວ​ໂລກ

2020-08-01 15:33:17 CRI

ວັ​ນ​ທີ 31 ກໍ​ລະ​ກົດ​ຜ່ານ​ມາ​ນີ້, ຈີນ​ໄດ້​ເປີດ​ນຳ​ໃຊ້​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ທົ່ວ​ໂລກ​ເປີຍ​ໂຕ 3 ຢ່າງ​ເປັນ​ທາງ​ການ. “ເປີຍ​ໂຕ​ຂອງ​ໂລກ” ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃຫ້​ບໍ​ລິ​ການ​ທົ່ວ​ໂລກ​ຢ່າງ​ຮອບ​ດ້ານ.

ການ​ສ້າງ​ຕັ້ງ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ເປີຍ​ໂຕ​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ 26 ປີ ແລະ ສ້າງ​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ໃນ​ປີ​ນີ້ ເຊິ່ງ​ຈະ​ສາ​ມາດ​ໃຫ້​​ບໍ​ລິ​ການ​​​ດ້ານ​ການ​ກຳ​ນົດຈຸດ​ທີ່​ຕັ້ງ​​ທີ່​ມີ​ຄວາມ​ແໝ່ນ​ຢຳ​ບໍ່​ຮອດ 10 ແມັດແກ່​ລູກ​ຄ້າ​ທົ່ວ​ໂລກ. ລະ​ບົບ​ເປີຍ​ໂຕ​ໄດ້​ເຊື່ອມ​ຕໍ່​ກັບ​ສັນ​ຍານ​ລະ​ບົບ​ໂກ​ລ​ນາ​ສ​ຂອງ​ຣັດ​ເຊຍ, ຈີນ​ແລະ​ອາ​ເມ​ຣິ​ກາ​​ໄດ້​ສຳ​ເລັດ​ການ​ເຊື່ອມ​ຕໍ່​ສັນ​ຍາ ແລະ ການ​​ນຳ​ໃຊ້ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ສັນ​ຍານລະ​ບົບ​ເປີຍ​ໂຕ​ກັບ​ລະ​ບົບ GPS, ຈີນ ແລະ ເອີ​ຣົບ​ພວມລົ​ງ​ເລິກການ​ປະ​ສານ​ງານ​ຄື້ນ​​ຄວາມ​ຖີ່ວິ​ທະ​ຍຸ. ​ປັດ​ຈຸ​ບັນ, ລະ​ບົບ​ເປີຍ​ໂຕ​ໄດ້​ກາຍ​ເປັນ​ລະ​ບົບ​ນຳ​ທາງ​ດ້ວຍ​ຄື້ນ​ວິ​ທະ​ຍຸ​ທົ່ວ​ໂລກ ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ອົງ​ການ​ວຽກ​ງານ​ທາງ​ທະ​ເລ​ສາ​ກົນ; ປັດ​ຈຸ​ບັນ, ມີ 137 ປະ​ເທດ ໄດ້​ເຊັນ​ສັນ​ຍາ​ຮ່ວ​ມ​ມື​ກັບ​ລະ​ບົບ​ນຳ​ທາງ​ດ້ວ​ຍ​ດາວ​ທຽມ​ເປີຍ​ໂຕ​ແລ້ວ.

“ເປີຍ​ໂຕ​ຂອງ​ໂລກ” ເນັ້ນ​ໃສ່​ການ​ຮ່ວມ​ມື​ສາ​ກົນ ແລະ ການ​ໃຫ້​ບໍ​ລິ​ການ​ທົ່ວ​ໂລກ. ຈີນ​ມີ​ທ່າ​ທີ​ຮ່ວມ​ມື​ທີ່​ເປີດ​ກວ້າງ ເພື່ອ​​ຮ່ວມ​ກັນຊົມ​ໃຊ້​ໝາກ​ຜົນ​ດ້າ​ນການ​ສ້າງ​ສາ​ພັດ​ທະ​ນາ​ລະ​ບົບ​ເປີຍ​ໂຕ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ.

ໃນ​ສະ​ໄໝ​ບູ​ຮານ, ຄົນ​ຈີນ​ໄດ້​ໃຊ້​ດາວເປີຍ​ໂຕ 7 ດວງ​ກຳ​ນົດ​ທິດ​ທາງ, ຄົນ​ຈີນ​ໃນ​ຊູ່​ມື້​ນີ້​ໄດ້​ໃຫ້​ບໍ​ລິ​ການ​ແກ່​ທົ່ວ​ໂລກ​ດ້ວຍ​ລະ​ບົບ​ນຳ​ທາງ​ດ້ວຍ​ດາວ​ທຽມ​ເປີຍ​ໂຕ. ເມື່ອ​​ຈ້ອງມອງອະ​ນາ​ຄົດ, ລະ​ບົບ​ເປີຍ​ໂຕ​ຍ່ອມ​ຈະ​ໃຫ້​ການ​ບໍ​ລິ​ການ​ແກ່​ທົ່ວ​ໂລກ ແລະ ສ້າງ​ຄວາມ​ສຸກ​ໃຫ້​ແກ່ມວນ​ມະ​ນຸດ ດ້ວຍສັບ​ພະ​ຄຸນ ແລະ ບົດ​ບາດ​ທີ່​ດີກວ່າ​ເກົ່າ.

ຄຳ​ເຫັນ

0