何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄງການເຂື່ອນໄຟຟ້ານ້ຳກົງ 1 ສຳເລັດການຕັນອ່າງເກັບນ້ຳ

2020-09-22 17:20:51 CRI

ກາງເດືອນກັນຍາ 2020, ເຂື່ອນໄຟຟ້ານ້ຳກົງ 1 ໄດ້ຈັດພິທີສະຫຼອງຄວາມສໍາເລັດການຕັນອ່າງເກັບນ້ຳຢ່າງເປັນທາງການ ໂດຍການເປັນສັກຂີພິຍານຂອງຜູ້ຕາງໜ້າຈາກທຸກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມໃນໂຄງການດັ່ງກ່າວ ເຊິ່ງຄວາມສໍາເລັດໃນການກັກເກັບຮັກສານ້ຳໃນຄັ້ງນີ້ເປັນອີກບາດກ້າວໜຶ່ງທີ່ສຳຄັນຕໍ່ເປົ້າໝາຍການຜະລິດພະລັງງານໄຟຟ້າ.

 

ໂຄງການເຂື່ອນໄຟຟ້ານ້ຳກົງ 1 ສຳເລັດການຕັນອ່າງເກັບນ້ຳ_fororder_微信图片_20200922171956

 

ຕາມຂໍ້ມູນໃຫ້ຮູ້ວ່າ: ເຂື່ຶອນໄຟຟ້ານໍ້າກົງ 1 ແມ່ນໂຄງການ BOOT ທີ 3 ທີ່ລົງທຶນໂດຍບໍລິສັດນໍ້າ ແລະພະລັງງານໄຟຟ້າແຫ່ງ ສປ ຈີນ ທີ່ແນໃສ່ການສະໜອງພະລັງງານທີ່ໝັ້ນຄົງໃຫ້ແກ່ການພັດທະນາ ແລະການສົ່ງເສີມເສດຖະກິດ-ສັງຄົມໃນທ້ອງຖິ່ນຂອງ ສປປ ລາວ. ເຂື່ຶອນໄຟຟ້ານໍ້າກົງ 1 ມີຄວາມສາມາດໃນການເກັບຮັກສານໍ້າໄດ້ທັງໝົດ 651 ລ້ານແມັດກ້ອນ, ກຳລັງຕິດຕັ້ງແມ່ນ 160 MW.

 

ໂຄງການເຂື່ອນໄຟຟ້ານ້ຳກົງ 1 ສຳເລັດການຕັນອ່າງເກັບນ້ຳ_fororder_微信图片_20200922172003

 

ຂ່າວຍັງແຈ້ງວ່າ ໃນໄລຍະຂັ້ນຕອນການກໍ່ສ້າງ ໂຄງການນີ້ໄດ້ນຳໃຊ້ເຕັກໂນໂລຢີທີ່ສຳຄັນເຊັ່ນ: ລະບົບດາວທຽມ Beidou ເຊິ່ງເຮັດໜ້າທີ່ນຳທາງສຳລັບການຖົມເຂື່ອນ ອັນເຮັດໃຫ້ການສ້າງຕົວເຂື່ອນມີປະສິດທິພາບ ແລະຄວາມປອດໄພຍິ່ງຂຶ້ນ, ເຖິງຢ່າງໃດກໍ່ຕາມ ການກໍ່ສ້າງເຂື່ອນ ກໍ່ໄດ້ພົບກັບອຸປະສັກຫຼາຍດ້ານ ແລະບວກກັບຕົ້ນປີ 2020 ເປັນຕົ້ນມາ ໄດ້ຮັບຜົນກະທົບຈາກການລະບາດຂອງ Covid19 ເຮັດໃຫ້ເປົ້າໝາຍການກໍ່ສ້າງຂອງໂຄງການຍິ່ງຖືກທ້າທາຍຢ່າງໜັກກວ່າເກົ່າ ແຕ່ທຸກພາກສ່ວນທີ່ກ່ຽວຂ້ອງໃນການກໍ່ສ້າງກໍ່ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິພາບ ແລະມີຄວາມປອດໄພສູງຈົນໄດ້ຮັບຜົນສໍາເລັດດ້ວຍດີ.

 

ຄຳ​ເຫັນ

0