何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ໝັ້ນ​ສັນ​ຍາ​ຂອງ​ຜູ້​ນຳສູງ​ສຸດ​ຈີນກ່ຽວ​ກັບ​ການ​ປອດ​ກາກບອນ ​ໄດ້​ກະ​ຕຸ້ນ​ກຳ​ລັງ​ໃຈ​​ໃນ​ການ​ເຄື່ອນ​ໄຫວ​ເພື່ອ​ຮັບ​ມື​​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງໂລກ

2020-09-24 17:33:53 CRI

ວັນ​ທີ 22 ກັນ​ຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ປະ​ກອບ​ຄຳ​ເຫັນ​ທີ່​ສຳ​ຄັນ​ໃນ​ການ​ອະ​ພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 75, ໃນ​ນັ້ນ ເນື້ອ​ໃນ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ສື່ມວນ​ຊົນ​ສາ​ກົນ. ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ຜູ້ຊ່ຽວ​ຊານ​ປະ​ເທດ​ຕາ​ເວັນ​ຕົກ​ເວົ້າ​ໂດຍ​ກົງ​ວ່າ, ຄຳ​ໝັ້ນ​ສັນ​ຍາ​ຂອງ​ຈີນ​ເປັນ​ການ​ກະ​ຕຸ້ນ​ກຳ​ລັງ​ໃຈ​ໃນ​ການ​ເຄື່ອນ​ໄຫວເພື່ອ​ຮັບ​ມື​​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຂອງ​ໂລກ.

 

ເມື່ອ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ການ​ປ່ຽນ​ແປງ​​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​ມີ​ຕໍ່​ມວນ​ມະ​ນຸດ, ບຸກ​ຄົນ​ໃນ​ວົງ​ການ​ຕ່າງໆ​ຂອງຫຼາຍ​ປະ​ເທດ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຈີນ, ຄື ​ພະ​ຍາ​ຍາມເຮັດ​ໃຫ້​ການ​ລະ​ບາຍ​ກາກບອນ​ດີ​ອອກ​ສິດ​ຂຶ້ນ​ສູ່​ລະ​ດັບ​ສູງ​ສຸດ​ກ່ອນ​ປີ 2030, ​ແລະພະ​ຍາ​ຍາມ​ບັນ​ລຸ​ເປົ້າ​ໝາຍ​ປອດ​ກາກບອນ​ກ່ອນ​ປີ 2060.

 

ວັນ​ທີ 23 ກັນ​ຍາ​ນີ້, ທ່ານອູ​ເຊີ​ລາ ຈອນ ເດີ ເລ​ເຢີ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ຜ່ານ​ສື່​ສັງ​ຄົມ​ອອນ​ລາຍ​ໂດຍ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ແຜນ​ການຫຼຸດ​ການ​ລະ​ບາຍ​ກາກບອນ ແລະ ເປົ້າ​ໝາຍ​ປອດ​ກາກບອນ​ທີ່​ຈີນ​ສະ​ເໜີ​ອອກ​ມາ. ທ່ານ ວອນ​ເດີ​ເລ​​ເຢີກ່າວ​ວ່າ, ນີ້​ແມ່ນ​ບາດ​ກ້າວ​ສຳ​ຄັນ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ​ພາຍ​ໃຕ້​ຂອບ “ສັນ​ຍາ​ປາ​ຣີ”, ສະ​ຫະ​ພາບ​ເອີ​ຣົບ​ຈະ​ຮ່ວມ​ມື​ກັບ​ຈີນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ.

 

ຂ່າວ​ສານບ​ລູມ​ເບີກ​ໄດ້​ລາຍ​ງາຍ​ຂ່າວທີ່​ພາດ​ຫົວ​ຂໍ້​ວ່າ “ຈີນ​ເອົາ​ຊະ​ນະ​ອາ​ເມ​ຣິ​ກາ​ໃນ​ຄຳ​ໝັ້ນ​ສັນ​ຍາ​ປອດ​ກາກບອນ”, ​ໂດຍ​ເຕືອນ​ວ່າ, ອາ​ເມ​ຣິ​ກາ​ທີ່​ມີ​ຍອດ​ປະ​ລິ​ມານການ​ລະ​ບາຍ​ກາກບອນຫຼາຍກວ່າ​ໝູ່​ໃນ​ປະ​ຫວັດ​ສາດ ເຊິ່ງຫຼາຍກວ່າ​ຍອດ​ປະ​ລິ​ມານ​ການ​ລະ​ບາຍ​ຂອງ​ຈີນ ເຢຍ​ລະ​ມັນ ແລະ ອັງ​ກິດ​ໃນ​ປະ​ຫວັດ​ສາດ, ແລະ​ອາດ​ຈະ​ຖອນ​ອອກ​ຈາກ​ “ສັນ​ຍາ​ປາຣີ”ຢ່າງ​ເປັນ​ທາງ​ການຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ເດືອນ​ພະ​ຈິກ​ປີ​ນີ້.

 

ຂ່າວ​ສານ​APລາຍ​ງານ​ວ່າ, ປະ​ຈຸ​ບັນ ມີປະ​ມານ 30 ປະ​ເທດ ເຊິ່ງ​ລວມ​ທັງຈີນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ປອດ​ກາກບອນ, ເຊິ່ງກວມ​ເອົາ 43%ຂອງຍອດ​ປະ​ລິ​ມານ​​ປະ​ເທດລະ​ບາຍ​ກາກບອນ​ດີ​ອອກ​ສິດ​ທົ່ວ​ໂລກ​ຈາກ​ການ​​ເຜົາ​ໄໝ້ວັດ​ຖຸ​ເຊື້ອ​ໄຟ​​ຊາກ​ຟອດ​ຊີວ. ສຳ​ລັບ​ອາ​ເມ​ຣິ​ກາ ອິນ​ເດຍ ອົ​ສ​ຕຼາ​ລີ​ແລະ​ປະ​ເທດ​ອື່ນໆ​ທີ່​ລະ​ບາຍ​ກາກບອນ​ຢ່າງຫຼວງຫຼາຍ​ນັ້ນ​ຍັງ​ບໍ່​ທັນ​ເຂົ້າ​ເປັນ​ປະ​ເທດ​ພາ​ຄີ​ເທື່ອ.

ຄຳ​ເຫັນ

0