赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງປະກອບຄຳເຫັນໃນກອງປະຊຸມສຸດຍອດກ່ຽວກັບຄວາມຫຼາກຫຼາຍຊີວະນາໆພັນຂອງອົງການສະຫະປະຊາຊາດ

2020-10-01 00:07:51 CRI

ທ່ານສີຈິ້ນຜິງປະກອບຄຳເຫັນໃນກອງປະຊຸມສຸດຍອດກ່ຽວກັບຄວາມຫຼາກຫຼາຍຊີວະນາໆພັນຂອງອົງການສະຫະປະຊາຊາດ_fororder_1126565288_16014860283641n

ວັນທີ 30 ກັນຍາແລ້ວນີ້ ທ່ານສີຈິ້ນຜິງ ປະທານປະເທດ​ແຫ່ງສປ ຈີນໄດ້ປະກອບຄຳເຫັນສຳຄັນ ໃນກອງປະຊຸມສຸດຍອດກ່ຽວກັບ ຄວາມຫຼາກຫຼາຍດ້ານຊີວະນາໆພັນຂອງອົງການ ສະຫະປະຊາຊາດຜ່ານທາງວິດີໂອ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ,ເນື່ອງໃນໂອກາດ ອົງການສະຫະປະຊາຊາດ​ສ້າງ​ຕັ້ງ​ຂຶ້ນຄົບຮອບ 75 ປີ, ​ແລະ​ໃນ​ໄລ​ຍະ​ພິ​ເສດ​ທີ່ປະເທດຕ່າງໆ​ພວມສຸມໃສ່ການຕໍ່ຕ້ານກັບພະຍາດໂຄວິດ-19, ຊຸກຍູ້ເສດຖະກິດ ​ຟື້ນ​ຕົວຢ່າງມີຄຸນນະພາບສູງ,ອົງການສະຫະປະຊາຊາດໄດ້ຈັດກອງປະຊຸມສຸດຍອດ​ກ່ຽວກັບຄວາມຫຼາກຫຼາຍດ້ານຊີວະນາໆພັນ,ໃຫ້ປະເທດຕ່າງໆຮ່ວມກັນ​ປືກວ​ສາຫາລືຫົວຂໍ້ສຳຄັນຕ່າງໆເຊັ່ນ:ການປົກປັກຮັກສາຄວາມຫຼາກຫຼາຍດ້ານຊີວະນາໆພັນ,ຊຸກຍູ້ການພັດທະນາແບບຍືນຍົງນັ້ນມີຄວາມໝາຍໃນຕົວຈິງແລະເລິກເຊິ່ງຍາວໄກ.

 

ທ່ານສີຈິ້ນຜິງຊີ້ອອກວ່າ,ໃນປະ​ຈຸ​ບັນນີ້,ຄວາມໄວດັບສູນຂອງ​ຊີ​ວະ​ນາ​ນາ​ພັນໃນ​ທົ່ວໂລກໄດ້ເລັ່ງໄວ​ຂຶ້ນ,ຄວາມຫຼາກຫຼາຍດ້ານຊີວະນາໆພັນສູນຫາຍໄປແລະລະບົບ​ນິ​ເວດຊຸດໂຊມລົງໄດ້ກາຍເປັນຄວາມສ່ຽງທີ່ຮ້າຍແຮງທີ່ສຸດຕໍ່ການ​ຢູ່​ລອດແລະການພັດທະນາຂອງມະນຸດ. ພະຍາດໂຄວິດ-19 ໄດ້ບົ່ງ ບອກພວກເຮົາວ່າ,ມະນຸດກັບທຳມະຊາດເປັນຄູ່ຮ່ວມຊາຕາກຳ.ພວກເຮົາຕ້ອງຮ່ວມແຮງຮ່ວມໃຈ ກັນ,  ເລັ່ງ​ລັດນຳໃຊ້ການເຄືອ່ນໄຫວ, ປົກປ້ອງ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ໃນທ່າມກາງການພັດທະນາ, ບັນລຸການພັດທະນາ ໃນທ່າມກາງການປົກປ້ອງ ເພື່ອສ້າງ​ສາບ້ານ ເມືອງ​ທີ່ສວຍງາມທີ່ໃຫ້​ຊີ​ວະ​ນາ​ນາ​ພັນຢູ່ຮ່ວມກັນຢ່າງ​ກົມ​ກຽວກັນ.

ທ່ານສີຈິ້ນຜິງປະກອບຄຳເຫັນໃນກອງປະຊຸມສຸດຍອດກ່ຽວກັບຄວາມຫຼາກຫຼາຍຊີວະນາໆພັນຂອງອົງການສະຫະປະຊາຊາດ_fororder_1126565288_16014900564891n

ດັ່ງນັ້ນ ທ່ານສີຈິ້ນຜິງໄດ້ມີຂໍ້ສະເໜີ 4 ຂໍ້ ຄືດັ່ງນີ້:

 

ໜຶ່ງ,ຍຶດໝັ້ນສີວິໄລດ້ານນິ​ເວດ,ເພີ່ມທະວີກຳລັງແຮງ​ຂັບ​ເຄື່ອນໃນການສ້າງໂລກທີ່ສວຍງາມ.ຄວາມຫຼາກຫຼາຍດ້ານຊີວະນາໆພັນແມ່ນພື້ນຖານສຳຄັນທີ່ໃຫ້ມະນຸດໄດ້ດຳລົງຄົງຕົວ ແລະພັດ ທະນາ. ​ເມື່ອ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມມີຄວາມຈະເລີນແລ້ວ ກໍ່ຈະ​ມີ​ຄວາມ​ສີ​ວິ​ໄລ. ຕ້ອງ​ມີ​ຈຸດ​ຢືນທີ່​ມີ​ຄວາມຮັບຜິດຊອບ​ສູງ ຕໍ່​ຄວາມສີວິໄລຂອງມວນມະນຸດ, ເຄົາລົບທຳມະຊາດ, ​ປະ​ຕິ​ບັດໄປຕາມ​ກົດ​ເກນທຳມະຊາດ, ປົກປ້ອງທຳມະຊາດ, ຊອກຄົ້ນເສັ້ນທາງພັດທະນາທີ່ໃຫ້ມະນຸດຢູ່ກັບທຳມະຊາດຢ່າງ​ກົມ​ກຽວກັນ,ຊຸກຍູ້ໃຫ້ການພັດທະນາເສດຖະກິດກັບການອະນຸລັກສິ່ງແວດລ້ອມ​ມີ​ຄວາມ​ກົມ​ກຽວ​ເປັນ​ເອ​ກະ​ພາບກັນ, ຮ່ວມກັນສ້າງ ໂລກທີ່ຈະເລີນຮຸ່ງເຮືອງ, ສະອາດ ແລະສວຍງາມ.

 

ສອງແມ່ນຍຶດໝັ້ນລັດທິຫຼາຍຝ່າຍ,ເຕົ້າໂຮມ ກຳລັງ​ແຮງ​ສັງລວມ ໃນການບໍ​ລິ​ຫານສິ່ງແວດລ້ອມທົ່ວ ໂລກ. ສັນຍາສາກົນຕ່າງໆເຊັ່ນ: “ສົນທິສັ​ນ ຍາວ່າດ້ວຍຄວາມຫຼາກຫຼາຍທາງຊີວະນາໆພັນ” “ສົນທິສັນຍາຂອບ ອົງການສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ” ແລະ “ສັນຍາປາຣີ”ເປັນຕົ້ນແມ່ນກົດໝາຍພື້ນຖານທີ່ກ່ຽວພັນກັບການ​ບໍ​ລິ​ຫານສິ່ງແວດ ລ້ອມ, ທັງແມ່ນໝາກຜົນທີ່ສຳຄັນແຫ່ງການ ຮ່ວມມືຫຼາຍຝ່າຍ, ​ເຊິ່ງໄດ້ຮັບການສະໜັບສະໜູນແລະ ​ການ​ມີ​ສ່ວນຮ່ວມຂອງບັນ​ດາຝ່າຍຢ່າງກວ້າງຂວາງ. ໂດຍປະເຊີນໜ້າກັບ​ສິ່ງທ້າທາຍ​ຈາກຄວາມສ່ຽງ ດ້ານສິ່ງແວດລ້ອມທົ່ວໂລກ, ປະເທດຕ່າງໆແມ່ນປະຊາຄົມຮ່ວມຊາຕາກຳ​ເພື່ອ​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ນຳ​ກັນ, ລັດທິ ຝ່າຍດຽວ​ເປັນ​ທີ່​ບໍ່​ເພິ່ງ​ປາ​ຖະ​ໜາ​ຂອງ​ຄົນ​ທັງຫຼາຍ, ການຮ່ວມມືກັນຈິ່ງແມ່ນວິທີທີ່ຖືກຕ້ອງ. ຕ້ອງປົກປ້ອງ ລະບົບສາກົນທີ່ຖືອົງການສະຫະປະຊາຊາດເປັນແກນກາງ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ປົກປັກຮັກກຽດສັກສີແລະ ​ຄວາມ​ສັກ​ສິດ ຂອງກົດລະບຽບສາກົນ, ຍົກລະດັບບໍລິຫານສິ່ງແວດລ້ອມທົ່ວໂລກໃຫ້ສູງຂຶ້ນ.

 

ສາມ,ຮັກສາການພັດທະນາແບບສີຂຽວ, ສ້າງ ກຳລັງແຮງທີ່ຊຸກຍູ້ໃຫ້ເສດຖະກິດຟື້ນຕົວຄືນ ດ້ວຍຄຸນນະພາບສູງຫຼັງ​ເກີດ​ການ​ລະ​ບາດ​ຂອງພະຍາດໄຄວິດ-19, ຕ້ອງ​ມີ​ວິ​ໄສ​ທັດ​ໄລ​ຍະ​ຍາວ​ໄກ, ຮັກສາຄວາມໜັກແໜ້ນ, ຍຶດໝັ້ນພັດທະນາແບບສີຂຽວ ​ກວມ​ລວມແລະ ຍືນຍົງ. ຕ້ອງຊອກ​ຫາໂອກາດການພັດທະນາໃນທ່າມກາງປົກປັກຮັກສາທຳມະຊາດ, ບັນລຸໃຫ້ໄດ້ຮັບຜົນປະໂຫຍດຈາກການພັດທະນາທັງສອງດ້ານຄື ການອະນຸລັກ​ທຳ​ມະ​ຊາດສິ່ງແວດລ້ອມ ແລະ ການພັດທະນາເສດຖະກິດດ້ວຍຄຸນນະພາບສູງ.

 

ສີ່,ເພີ່ມທະວີສະ​ຕິຄວາມຮັບຜິດຊອບ,ຍົກຄວາມສາມາດໃນການເຄື່ອນໄ​ຫວ ຮັບມືກັບສິ່ງທ້າທາຍຈາກສິ່ງແວດລ້ອມໃຫ້ສູງຂຶ້ນ.ປະເທດທີ່ພັດທະນາ​ແລ້ວແລະປະເທດ ພວມພັດທະນາຢູ່ໃນ ໄລຍະ ພັດທະນາທີ່ຕ່າງກັນ, ສະນັ້ນ ​ຈຶ່ງມີຄວາມແຕກຕ່າງກັນໃນດ້ານການຮັບໜ້າທີ່ຮັບຜິດຊອບດ້ານປະຫວັດສາດແລະຄວາມສາມາດປະຕິບັດຕົວຈິງໃນບັນຫາສິ່ງແວດລ້ອມ.ຕ້ອງຍຶດໝັ້ນຫຼັກການທີ່​ມີໜ້າທີ່ຮ່ວມກັນແຕ່ມີຄວາມຮັບຜິດຊອບທີ່ຕ່າງກັນ,ຕ້ອງ​ພິ​ຈາ​ລະ​ນາ​ເຖິງຄວາມເອົາໃຈໃສ່​ຂອງບັນດາປະເທດ ພວມພັດທະນາໃນດ້ານທຶນຮອນ, ເຕັກນິກແລະ​ການ​ເສີມ​ສ້າງຄວາມສາມາດ. ຕ້ອງປະຕິບັດຕາມ ຄຳໝັ້ນສັນຍາຢ່າງແທ້ຈິງ, ແລະຈັດຕັ້ງປະຕິບັດ​ຕາມ​ເປົ້າ​ໝາຍ​ໃຫ້ດີ.

 

ທ່ານສີຈິ້ນຜິງກ່າວເນັ້ນວ່າ,ຈີນໄດ້ຊີ້ນຳການພັດທະນາດ້ວຍທັດສະນະສີວິ ໄລດ້ານ​ນິ​ເວດ, ໄດ້​ຖືເອົາການສ້າງສາສີວິໄລດ້ານ​ນິ​ເວດໄວ້ຢູ່ຖານະພົ້ນເດັ່ນທີ່ສຸດ. ​ທັງ​ໄດ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຢ່າງ​ເຂັ້ມ​ແຂງໃນໄລຍະ10ປີທີ່ຜ່ານມາ,ຈີນມີເນື້ອທີ່ເພີ່ມໃໝ່ຂອງຊັບພະຍາກອນປ່າໄມ້ ຫຼາຍກວ່າ 70 ລ້ານເຮັກຕາ, ເປັນອັນດັບໜຶ່ງໃນໂລກ. ​ຈີນ​ໄດ້​ປ້ອງ​ກັນ ແລະ ຄວບ​ຄຸມການຫັນເປັນທະເລຊາຍຢ່າງຂະໜາດໃຫຍ່ເປັນເວລາດົນ ນານ ໄດ້​ອະ​ນຸ​ລັກຮັກສາ ແລະ ຟື້ນ​ຟູດິນທາມຢ່າງ​ມີ​ປະ​ສິດ​ທິ​ຜົນ, ການເກັບຮັກສາຂໍ້ມູນກ່ຽວກັບພັນທຸກຳຂອງ​ຊີ​ວະ​ນາ​ນາພັນ ມີ ປະລິມານຫຼາຍຢູ່​ແຖວໜ້າຂອງໂລກ, ປະເພດລະບົບ​ນິ​ເວດທາງບົກ 90% ແລະສາຍພັນສັດປ່າທີ່ສຳຄັນ85%ໄດ້ຮັບການ​ອະ​ນຸ​ລັກໄວ້ເປັນຢ່າງດີ.ຈີນໄດ້ຕັ້ງໜ້າເຂົ້າຮ່ວມການ​ບໍ​ລິ​ຫານສິ່ງແວດລ້ອມທົ່ວໂລກ,ໄດ້ເຄົາລົບແລະປະຕິບັດຕາມພັນທະຕ່າງໆທີ່ລະບຸໄວ້ໃນສັນຍາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະຄວາມຫຼາກຫຼາຍຂອງຊີວະນາໆພັນ,ແລະໄດ້ສຳເລັດເປົ້າໝາຍທີ່ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະສ້າງຕັ້ງເຂດ ສະຫງວນທຳມະຊາດໃນປີ2020,ຈີນຈະຍຶດຖື​​ແນວ​ຄວາມ​ຄິດທີ່ສ້າງ ປະຊາຄົມຮ່ວມຊາຕາກຳຂອງທົ່ວມວນມະນຸດ,ຍິນດີ​ແບກ​ຫາບ​ໜ້າ​ທີ່ຮັບຜິດຊອບ ຂອງຕົນ​ໃນ​ສາ​ກົນທີ່ເທົ່າທຽມກັບລະດັບ ພັດທະນາ​ຂອງ​ປະ​ເທດ​ຕົນ,ເພີ່ມການປະກອບສ່ວນຂອງປະເ​ທດຈີນ, ໃຊ້ນະໂຍບາຍແລະມາດຕະການ ທີ່ແຂງແຮງກວ່າເກົ່າ, ຍາດແຍ່ງໃຫ້ການລະບາຍກາກບອນດີອອກຊິດ​ຂຶ້ນເຖິງ​ລະ​ດັບ​ສູງ​ສຸດ​ກ່ອນປີ 2030 ແລ້ວ​ພະ​ຍາ​ຍາມໃຫ້ບັນລຸ​ເປົ້າ​ໝາຍ​ປອດ​ກາກບອນກ່ອນປີ 2060,ເພື່ອປະກອບສ່ວນຫຼາຍກວ່າເກົ່າ​ເຂົ້າໃນການບັນລຸດເປົ້າໝາຍກ່ຽວກັບດິນຟ້າ ອາກາດທີ່ລະບຸໄວ້ໃນສັນຍາປາຣິ.

 

ສຸດທ້າຍ,ທ່ານສີຈິ້ນຜິງກ່າວເນັ້ນວ່າ,ຈີນຈະເປັນເຈົ້າພາບຈັດກອງປະຊຸມ​ພາ​ຄີ “ສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍ​ທາງຊີວະນາໆພັນ” ຄັ້ງທີ 15 ຢູ່ນະຄອນຄຸນມິງຂອງຈີນໃນປີໜ້າ,ຍິນດີຕ້ອນຮັບບັນດາທ່ານມາເຕົ້າໂຮມກັນຢູ່ນະຄອນຄຸນມິງເພື່ອຮ່ວມກັນປຶກສາຫາລືກ່ຽວກັບການອະນຸລັກຄວາມຫຼາກຫຼາຍ ​ທາງຊີວະນາໆພັນໃນທົ່ວໂລກ. ພວກເຮົາຈົ່ງຮ່ວມກັນ ເລີ່ມຕົ້ນ ໃໝ່ຈາກກອງປະຊຸມສຸດຍອດຄັ້ງນີ້, ຮ່ວມແຮງຮ່ວມໃຈກັນ, ສ້າງໂລກ​ທີ່ສວຍງາມທີ່​ຊີ​ວະ​ນາ​ນາ​ພັນຢູ່ຮ່ວມກັນຢ່າງ​ກົມ​ກຽວກັນ.

ຄຳ​ເຫັນ

0