何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຈະ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ພະ​ຈິກ​ປີ​ນີ້

2020-10-16 14:41:07 CRI

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຈະ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ພະ​ຈິກ​ປີ​ນີ້_fororder_微信图片_20201016150531

ວັນ​ທີ 15 ຕຸ​ລາ​ນີ້, ທ່ານ​ນາງ​ເລ​ທິ​ທູຮັງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ແຈ້ງ​ຕໍ່​ສື່ມວນ​ຊົນ​ວ່າ, ກອງ​ປະ​ຊຸມ​ສຸ​ດຍອດ​ອາ​ຊຽນ​ປີ 2020 ຈະ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ພະ​ຈິກ​ປີ​ນີ້. ຍ້ອນ​ວ່າ​ປະ​ຈຸ​ບັນ​ພະ​ຍາດ​ໂຄວິດ-19 ຍັງ​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ຈຶ່ງ​ຍັງ​ບໍ່​ທັນ​​ສາ​ມາດ​ກຳ​ນົດ​ລາຍ​ລະ​ອຽດ​ຂອງ​ການ​ຈັດ​ກອງ​ປະ​ຊຸມໄດ້​ເທື່ອ.

 

ນອກ​ນີ້, ທ່ານ​ນາງ​ເລ​ທິ​ທູຮັງຍັງ​ໄດ້​ແຈ້ງ​ສະ​ພາບ​ທີ່​ກ່ຽວ​ຂ້ອງ​ກັບ​ການກິດ​ຈະ​ກຳ​ຕ່າງໆ​ຂອງ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ໃນ​ຫວ່າງ​ມໍ່​ມາ​ນີ້. ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຕົວ​ເມືອງ​ອັດ​ສະ​ລິ​ຍະ​ອາ​ຊຽນ​ປີ 2020 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 22 -23 ຕຸ​ລາ​ນີ້​ຢູ່​ສູນ​ປະ​ຊຸມ​ແຫ່ງ​ຊາດ​ໃນນະ​ຄອນຫຼວງ​ຮ່າ​ໂນ້ຍ​ດ້ວຍ​ຮູບ​ການທີ່​ປະ​ສົມ​ປະ​ສານ​​ກັນ​ທັງກອງ​ປະ​ຊຸມ​​ຜ່ານວີ​ດີ​ໂອ ແລະ ກອງ​ປະ​​ຊຸມ​ໃນ​ຫໍ​ປະ​ຊຸມ. ນອກ​ນີ້, ການ​ແຂ່ງ​ຂັນ​ແລ່ນ​ມາ​ລາ​ທອນ​ອາ​ຊຽນ​ປີ 2020 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ໃນວັນ​ທີ 18 ຕຸ​ລາ​ນີ້​.

 

ຄຳ​ເຫັນ

0