吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO:ຜູ້​ເປັນ​ພະ​ຍາດ​ໂຄວິດ-19ໃນທົ່ວ​ໂລກໄດ້​ມີ​ຫຼາຍກວ່າ60ລ້ານ​ກໍ​ລະ​ນີ

2020-11-27 14:30:37 ​CRI

    ຕົວ​ເລກ​ຫຼ້າ​ສຸດ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ປະ​ກາດ​ໃນ​ວັນ​ທີ 26 ພະ​ຈິກ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ມາ​ຮອດ​ເວ​ລາ 0 ໂມງ 38 ນາ​ທີວັນ​ທີ 27 ພະ​ຈິກ​ນີ້ ຕາມ​ເວ​ລາ​ວຽງ​ຈັນ, ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ທົ່ວ​ໂລກ​ໄດ້​ເພີ່ມ​ຂຶ້ນ 577.198 ກໍ​ລະ​ນີ​ເມື່ອ​ທຽບ​ໃສ່ກ່ອນ​ນີ້​​ໜຶ່ງມື້, ນັບ​ລວມ​ແລ້ວ​ມີ​​ຜູ້​ເປັນ​ພະ​ຍາດ 60.074.174 ກໍ​ລະ​ນີ. ​ມີຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ເພີ່ມໃໝ່ 11.263 ກໍ​ລະ​ນີ, ນັບ​ລວມ​ແລ້ວ​ມີ​​ຜູ້​ເສຍ​ຊີ​ວິດ 1.416.292 ຄົນ.

 

     ອາ​ເມ​ຣິ​ກາ, ອິນ​ເດຍ ແລະ ບ​ຣາ​ຊິນ​ເປັນ​ປະ​ເທດ​ທີ່​ມີຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຫຼາຍ​ທີ່​ສຸດ​ຕາມ​ລຳ​ດັບ 1-3. ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຢູ່ອາ​ເມ​ຣິ​ກາໄດ້​ມີ12.441.925 ກໍ​ລະ​ນີ, ໃນ​ນັ້ນເສຍ​ຊີ​ວິດ​ແລ້ວ 257.825 ຄົນ, ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອິນ​ເດຍ​ມີ 9.266.705 ກໍ​ລະ​ນີ, ໃນ​ນັ້ນຜູ້ເສຍ​ຊີ​ວິດ 135.223 ຄົນ​, ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່ບ​ຣາ​ຊນ​ມີ 6.118.708 ກໍ​ລະ​ນີ, ໃນ​ນັ້ນ​ມີ​ຜູ້​ເສຍ​ຊີ​ວິດ 170.115 ຄົນ.

 

    ນັບ​ມາ​ຮອດ​ວັນ​ທີ 12 ພະ​ຈິກ​ນີ້, ວັກ​ຊິນທີ່​ພວມ​ຄົ້ນ​ຄວ້າ​ເພື່ອ​​ຕ້ານ​ພະ​ຍາດ​ໂຄວິດ-19 ທີ່​ປະ​ເທດ​ຕ່າງໆ​ລາຍ​ງານ​ຕໍ່​ WHO ໄດ້​ມີ​ຫຼາຍກວ່າ 200 ຊະ​ນິດ, ໃນ​ນັ້ນ, 48 ຊະ​ນິດ​ໄດ້​ເຂົ້າ​ສູ່​ໄລ​ຍະ​ທົດ​ລອງ​​ທາງ​ຄ​ຣິ​ນິກ​ແລ້ວ. ວັກ​ຊິນ​ຫຼາຍ​ຊະ​ນິດ​​ມີ​ປະ​ສິດ​ທິ​ຜົນ​ດີ​ໃນການ​ທົດ​ລອງ​ຂັ້ນ​ເບື້ອງ​ຕົ້ນ​ ເຊິ່ງ​ໄດ້​ເຮັດ​ໃຫ້​ຄົນ​ມີ​ກຳ​ລັງ​ໃຈ​ຫຼາຍ​ຂຶ້ນ.   

ຄຳ​ເຫັນ

0