黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມອບ-ຮັບຫ້ອງເກັບຕົວຢ່າງໂຄວິດ-19ຈາກ ສປ ຈີນໃຫ້ແກ່ສູນວິເຄາະແລະລະບາດວິທະຍາ

2020-11-28 10:40:24 cri

ມອບ-ຮັບຫ້ອງເກັບຕົວຢ່າງໂຄວິດ-19ຈາກ ສປ ຈີນໃຫ້ແກ່ສູນວິເຄາະແລະລະບາດວິທະຍາ

   ວັນທີ 27 ພະຈິກນີ້ທີ່ສູນວິເຄາະ ແລະລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບຫ້ອງເກັບຕົວຢ່າງໂຄວິດ-19ຈາກ ສປ ຈີນໃຫ້ແກ່ສູນວິເຄາະແລະລະບາດ ວິທະຍາ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີກະຊວງສາ ທາລະນະສຸກ, ທ່ານ ຊ້ຽງຟ່າງສຽງ ທີ່ປຶກສາການເມືອງສະຖານທູດ ຈີນ ປະຈໍາ ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງສອງປະເທດລາວ-ຈີນເຂົ້າຮ່ວມ.

   ເດືອນຕຸລາປີ 2020 ນີ້, ທ່ານ ຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ຢ້ຽມຢາມລາວ ແລະໄດ້ບັນລຸຂໍ້ຕົກລົງທີ່ສໍາຄັນກັບການນໍາລາວກ່ຽວກັບການມອບຫ້ອງເກັບ ຕົວຢ່າງໂຄວິດ-19 ໃຫ້ແກ່ຝ່າຍລາວ ເຊິ່ງໄດ້ມອບໃຫ້ແຂວງຢຸນນານຂອງຈີນແຕ່ງຕັ້ງທີມງານ ແພດມາຕິດຕັ້ງ ແລະຈັດການຝຶກອົບຮົມຢູ່ລາວ. ຈາກການມອບ-ຮັບ ແລະເປີດນໍາໃຊ້ຫ້ອງເກັບ ຕົວຢ່າງດັ່ງກ່າວຢ່າງເປັນທາງການ, ສົ່ງຜົນເຮັດໃຫ້ລາວ ສາມາດກວດຫາເຊື້ອພະຍາດ ໂຄວິດ-19 ເຖິງ 1,600 ຄົນຕໍ່ມື້ ເຊິ່ງໄດ້ຍົກລະດັບຄວາມສາມາດໃນການກວດຫາ ເຊື້ອພະຍາດຂອງລາວ ເພື່ອຕອບສະໜອງຄວາມຕ້ອງການຂອງການປ້ອງກັນພະຍາດ.
 

ມອບ-ຮັບຫ້ອງເກັບຕົວຢ່າງໂຄວິດ-19ຈາກ ສປ ຈີນໃຫ້ແກ່ສູນວິເຄາະແລະລະບາດວິທະຍາ

   ໂອກາດນີ້, ທ່ານ ຄໍາພອນ ພຸດທະວົງ ໄດ້ຕາງໜ້າກະຊວງສາທາລະນະສຸກສະແດງ ຄວາມຂອບອົກຂອບໃຈມາຍັງລັດຖະບານກໍ່ຄືປະຊາຊົນຈີນທີ່ໄດ້ສົ່ງທີມງານແພດຈີນ ແລະນໍາເອົາອຸປະກອນການແພດທີ່ນໍາໃຊ້ເຂົ້າໃນວຽກງານຫ້ອງທົດລອງແພດຈໍານວນໜຶ່ງໃຫ້ແກ່ລາວ ເພື່ອນໍາໃຊ້ໃນການປັບປຸງ, ດັດແກ້ຫ້ອງກວດຫາເຊື້ອພະຍາດໂຄວິດ-19ຂອງລາວ.    ທ່ານກ່າວຕື່ມວ່າ: ບົນພື້ນຖານທີ່ຈີນໄດ້ສະໜອງ ອຸປະກອນດ້ານການແພດເປັນຈໍານວນ ຫຼວງຫຼາຍແລ້ວ, ຈີນຍັງໄດ້ມອບຫ້ອງເກັບຕົວຢ່າງໂຄວິດ-19 ລວມທັງຈັດການຝຶກອົບຣົມ ທາງດ້ານເຕັກນິກການນໍາໃຊ້ໃຫ້ແກ່ຝ່າຍລາວ ເຊິ່ງຈະໄດ້ຍົກລະດັບຄວາມສາມາດໃນການ ຕ້ານໂຄວິດ-19ຂອງລາວຕື່ມອີກ. ແນວໃດກໍ່ຕາມ, ກະຊວງສາທາລະນະສຸກຈະນໍາໃຊ້ ອຸປະກອນໃນການຊ່ວຍເຫຼືອຄັ້ງນີ້ໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອປະກອບສ່ວນເຂົ້າໃນ ການຕ້ານການລະຍາດຂອງພະຍາດກໍ່ຄືການສ້າງຄູ່ຮ່ວມຊາຕາກໍາຄູ່ກັບຝ່າຍຈີນ.

   ນອກຈາກຫ້ອງເກັບຕົວຢ່າງໂຄວິດ-19 ແລ້ວ, ຝ່າຍຈີນຍັງໄດ້ມອບອຸປະກອນການ ແພດຈໍານວນໜຶ່ງໃຫ້ແກ່ຝ່າຍລາວ, ເປັນຕົ້ນແມ່ນຜ້າປິດປາກ, ຊຸດປ້ອງກັນທາງການແພດ, ເຈວລ້າງມື ແລະອື່ນໆ.

 

ຄຳ​ເຫັນ

0