郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອຸ​ມົງ​ຊີ້ວ​ຫຼີງ​ຕາມ​ທາງ​ລົດ​ໄຟ​ຈີ​ນ-ມຽນ​ມາ​ເຂົ້າ​ສູ່​ໄລ​ຍະ​ໃກ້​ຈະ​ສຳ​ເລັດ

2021-02-15 17:22:05 cri

ຕ​ອນ​ເຊົ້າ​ວັນ​ທີ14ກຸມ​ພານີ້,ຢູ່​ບ່ອນ​ສ້າງ​ອຸ​ມົງ​ຊີ້ວ​ຫຼີງ​ຕາມ​​ທາງລົດ​ໄຟ​ຕ້າ​ຫຼີ-​ຢູ້ຍລີ້​ຂອງ​ທາງ​ລົດ​ໄຟ​ສາ​ກົນ​ຈີນ-ມຽນ​ມາ ທີ່​ເປັນ​ຕອນ​ຢູ່​ເມືອງ​​ຢ້າງ​ປີ​ຂອງ​ແຂວງ​ຢຸນ​ນານ,ກຳ​ມະ​ກອນ​ບໍ​ລິ​ສັດ​​ເລກ1ຂອງ​ກຸ່ມ​ບໍ​ລິ​ສັດ​ວິ​ສະ​ວະ​ກຳ​ເລກ8ທາງ​ລົດ​ໄຟ​ຈີນຈຳ​ກັດ​ເລີ່ມ​ເຮັດ​ວຽກ. ອຸ​ມົງ​ທີ່ກຳ​ລັງ​ສ້າງ​ຢູ່ນີ້​ມີ​ຄວາມ​ຍາວ​ທັງ​ໝົດ 17623 ແມັດ ​ເລີ່ມ​ກໍ່​ສ້າງ​ໃນ​ປີ2008,ຈົນ​ຮອດ​ເວ​ລາ0ໂມງ​ຂອງວັນ​ທີ14ກຸມ​ພານີ້,ຍັງ​ເຫຼືອ​ອີກ1315,4ແມັດ​ກໍ​ຈະ​ເຈາະ​ຊອດ​ໝົດ.

ບຸນ​ກຸດ​ຈີນ​ປີ2021ນີ້ ເປັນ​ໄລ​ຍະ​​ສຸດ​ທ້າຍ​ໃນ​ການ​ສ້າງ​ອຸ​ມົງ​ຊີ້ວ​ຫຼີງ. ພະ​ແນກ​ໂຄງ​ການ​ສະ​ເໜີ​ໃຫ້​ພະ​ນັກ​ງານ​ກຳ​ມະ​ກອນ​ທັງ​ຫຼາຍ​ຈົ່ງ​ຫຼິ້ນ​ບຸນ​ຢູ່​ບ່ອນ​ເຮັດ​ວຽກ,ທັງໄດ້​ຈັດ​ສັນໃຫ້​ພວກ​ເຂົາ​ເຈົ້າຜັດ​ປ່ຽນ​ກັນ​ພັກ​ຜ່ອນ​ເພື່ອ​ກັບ​ເມືອ​ບ້ານ​ເກີດ​ຢາມ​ພໍ່​ແມ່​ຍາດ​ຕິ​ພີ່​ນ້ອງ​ຢ່າງ​ລ່ວງ​ໜ້າ​.

ທາງ​ລົດ​ໄຟ​ຕ້າ​ຫຼີ-​ຢູ້ຍລີ້​ ທິດ​ຕາ​ເວັນ​ອອກແມ່ນ​ເລີ່ມ​ຈາກ​ນະ​​ຄອນ​ຕ້າ​ຫຼີ​ແຂວງ​ຢຸນ​ນານ,ທິດ​ຕາ​ເວັນ​ຕົກ​ຮອດນະ​ຄອນ​ຢູຍ​ລີ້​ທີ່​ຢູ່​ເຂດ​ຊາຍ​ແດນ​ຈີນ-ມຽນ​ມາ,ຍາວ​ທັງ​ໝົດ​ປະ​ມານ330ກິ​ໂລ​ແມັດ,ເປັນ​ຕອນ​ສຸດ​ທ້າຍ​ຂອງ​ທາ​ງ​ລົດ​ໄຟ​ສາ​ກົນ​ຈີ​ນ-ມຽນ​ມາ​ທີ່​ສ້າງ​ຢູ່​ຈີນ.

ຄຳ​ເຫັນ

0