尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ຫວາງ​ຢີ້ ເຂົ້າ​ຮ່ວມກອງ​ປະ​ຊຸມ​ເປີດ​ກວ້າງລະ​ດັບ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ບັນ​ຫາ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​​ອົງ​ການສະ​ຫະ​ປະ​ຊາ​ຊາດ

2021-02-18 11:35:40 cri

ວັນ​ທີ 17 ກຸມ​ພາ​ນີ້, ທ່ານ ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເປີດກວ້າງ​ລະ​ດັບ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ບັນ​ຫາ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ໂດຍຜ່ານ​ທາງວິ​ດີ​ໂອ, ພ້ອມ​ທັງ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ມີ​ຫົວ​ຂໍ້​ວ່າ “ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ  ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ”.
 

      ທ່ານ ຫວາງ​ຢີ້ ກ່າວ​ວ່າ: ພວກ​ເຮົາ​ຕ້ອງ​​ສຸມຄວາມ​ພະ​ຍາ​ຍາມ​ໃຫ້​ຫຼາຍກວ່າ​ເກົ່າ, ເພື່ອ​ປະ​ກອບ​ສ່ວນ​ອັນໃໝ່​ເຂົ້າ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ. ທ່ານ​ໄດ້​ສະ​ເໜີ​ຈຸດ​ຢືນ 4 ຂໍ້​ຄື: ໜຶ່ງ, ຍຶດ​ໝັ້ນ​ການ​ຖື​ເອົາ​ປະ​ຊາ​ຊົນ​ຢູ່​ເໜືອກວ່າ​ທຸກ​ສິ່ງ​ທຸກ​ຢ່າງ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ຂອງ​ໂລກ; ສອງ, ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ຕົກ​ລົງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ຢ່າງ​ຮອບ​ດ້ານ,ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19; ສາມ, ແກ້​ໄຂ​ບັນ​ຫາ​ການ​ຂາດ​ແຄນ​ວັກ​ຊີນ​ພະ​ຍາດ​ໂຄວິດ-19, ເພີ່ມ​ການ​ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດ​ທະ​ນາ;​ ສີ່, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ,ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ເປັນ​ລະ​ບົບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເຕັມ​ສ່ວນ.
 

ຫົວ​ຂໍ້​​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ “ຮັບ​ປະ​ກັນ​ໃຫ້​ປະ​ເທດ​ຕ່າງໆໄດ້​ຮັບ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຢ່າງ​ຍຸ​ຕິ​ທຳ​ພາຍ​ໃຕ້​ສະ​ພາບ​ທີ່​ມີ​ການ​ປະ​ທະ​ກັນ​ແລະ​ບໍ່​ມີ​ຄວາມ​ໝັ້ນ​ຄົງ.”

ຄຳ​ເຫັນ

0