郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມຝັນເທິງນ້ຳກ້ອນຂອງທ່ານ ຫຼີເຈ່ຍຈວິ່ນ

2021-10-27 10:33:00 cri

ແຕ່​ໃດ​ໆມາ, ໄຟ​ໂອ​ລິມ​ປິກ ກໍ່​ເປັນ​ສັນ​ຍະ​ລັກ​ສູງ​ສຸດ​ຂອງ​ໂອ​ລິມ​ປິກ ທັງເປັນ​ສັນ​ຍະ​ລັກ​ຂອງສັນ​ຕິ​ພາບ​ ​ຄວາມ​​ສະ​ຫວ່າງສະໄຫວ ຄວາ​ມ​ສາ​ມັກ​ຄີ ແລະ ມິດ​ຕະ​ພາບ, ສ່ວນ​ການ​ສົ່ງຕໍ່​​ທວນ​ໄຟມີຄວາມໝາຍວ່າ: ໃຫ້ກຳລັງໃຈແກ່​ປະ​ຊາ​ຊົນ​ທົ່ວ​ໂລກ​ ເພື່ອຮ່ວມ​ກັນ​ສະ​ແຫວງ​ຫາ​ຄ​ວາມ​ໄຝ່​ຝັນ​ດ້ານ​ໂອ​ລິມ​ປິກ.

ໃນ​ເວ​ລາ 12 ໂມງ​ຂອງວັນ​ທີ 18 ຕຸ​ລານີ້​ຕາມ​ເວລາທ້ອງຖິ່ນ,​ ຢູ່ວິຫານ​ເຮຣາ​ຂອງ​ເມືອງ​ໂອ​ລິມ​ເປຍ​ປະ​ເທດ​ເກຼັກ ໄດ້ຈັດພິທີໄຕ້ໄຟ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງສຳເລັດຜົນຢ່າງຈົບ ງາມ​. ຢູ່ໜ້າວິຫານເຮຣາທີ່​ມີ​ປະ​ຫວັດ​ສາດ 2.500 ປີ​ຂອງ​ເກຼັກ, ທ່ານ​ນາງ​ຊັງ​ຊີ ຈອດ​ອູ ດາ​ລາ​ນັກ​ສະ​ແດງ​ທີ່​ມີ​ຊື່​ສຽງ​ຂອງ​ເກຼັກ​ທີ່​ແຕ່ງໂຕ​ເປັນຜູ້ຂໍພອນເພດຍິງ​ສູງ​ສຸດ​ ໄດ້​ຂໍ​ອະທິຖານຕໍ່​ອາໂປ​ໂລ, ເທບແຫ່ງແສງສ​ະ​ຫວ່າງ ​ແລະ​ ໃຊ້​ແວ່ນ​ຮູບຫມໍ້ຂາງໄຕ້ໄຟໂອລິມປິກ.

ວັນ​ທີ 19 ຕຸ​ລານີ້, ຢູ່​ສະ​ໜາມ​ກິ​ລາພາ​ນາ​ທິໄນ​ໃນນະ​ຄອນ​ຫຼວງ​ເອເທນ​ປະ​ເທດ​ເກຼັກ, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ເກຼັກ​ ໄດ້​ມອບໄຟ​ງານກິລາໂອ​ລິມ​ປິກ ໃຫ້​ຄະ​ນະ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ. ທ່ານຢ​ວີ​ໄຈ້​ຊິ່ງ ຮອງ​ປະ​ທານ​ຄະ​ນະ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ມອບ​ຮັບ​ວ່າ: “ວັນ​ທີ 30 ມີ​ນາ​ປີ 2008, ພວກ​ເຮົາ​ເຄີຍໄດ້​ຮັບ​ຕ້ອນ​ໄຟງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ຢູ່​ທີ່​ນີ້, ແລະ ໄດ້​ຮ່ວມ​ກັບ​ປະ​ຊາ​ຊົນ​ທົ່ວ​ໂລກ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກທີ່ຍິ່ງໃຫຍ່ຫາອັນປຽບບໍ່ໄດ້​ຄັ້ງ​ໜຶ່ງ. ໃນໄລຍະ 13 ປີ​ທີ່ຜ່ານ​ມາ,ພວກ​ເຮົາ​ໄດ້ອອກ​ແຮງ​ສົ່ງ​ເສີມ​ນ້ຳ​ໃຈ​ໂອ​ລິມ​ປິກ, ​ຕັ້ງ​ໜ້າ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ໂອ​ລິມ​ປິກ ແລະ​ ຄວາມ​ຮູ້​ກ່ຽວ​ກັບ​ໂອ​ລິມ​ປິກ,​ ກິ​ລາ​ໂອ​ລິມ​ປິກ​ໄດ້​ຮັບການ​ພັດ​ທະ​ນາ​ຢ່າງ​ໃຫຍ່ຫຼວງຢູ່ປະເທດຈີນ.ເວ​ລານີ້, ພວກ​ເຮົາ​ຈະ​ຕ້ອນຮັບໄຟງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ອີກຄັ້ງໜຶ່ງ. ໄຟແຫ່ງ​ນ້ຳ​ໃຈ​ໂອ​ລິມ​ປິກ ຈະ​ຖືກສົ່ງ​ຕໍ່ ແລະ ວາງສະແດງຢູ່​ພາຍ​ໃນ ​ແລະ​ ນອກກຳແພງເມືອງຈີນ​ອີກ​ຄັ້ງໜຶ່ງ ແລະ ມັນຈະສ່ອງແສງເພື່ອສັນ​ຕິ​ພາບ ​ແລະ ​ມິດ​ຕະ​ພາບບົນຜືນແຜ່ນ​ດິນ​​ຈີນ.”

​   ຕາມແຜນການ, ​ຫຼັງ​ຈາກ​ການໄຕ້ໄຟໂອລິມປິກ​ສຳ​ເລັດ​ແລ້ວ, ຖັດ​ມາ​ກໍ່​ແມ່ນ​ການສົ່ງ​​ຕໍ່ທວນ​ໄຟ. ການສົ່ງຕໍ່ທວນ​ໄຟທວນທຳ​ອິດ​ໂດຍ​ທ່ານ​ອັນໂຕ​ນີ​ໂອ ນັກ​ກິ​ລາ​​ສະ​ກີ​ຂອງ​ປະ​ເທດ​ເກຼັກໄດ້ສຳເລັດລົງ​, ຈາກນັ້ນທວນໄຟອັນທີສອງ​ ໄດ້ຖືກສົ່ງຕໍ່​ໃຫ້ກັບ​ທ່ານ​ຫຼີ​ເຈ່ຍຈວິ່ນ​ ທູດ​ເຜີຍ​ແຜ່​ກິ​ລາ​ປະເພດນ້ຳກ້ອນ ແລະ ຫິມະຂອງຈີນ. ໃນ​ຖານະ​ເປັນ​ນັກກິລາ​ນຳ​ໜ້າໃນ​ລາຍ​ການ​ແຂ່ງຂັນສະເກັດ​ຄວາມໄວ​ຊ່ອງສັ້ນ (Short Track Speed Skating) ເພດ​ຊາຍ​ຂອງ​ຈີນ, ທ່ານ​ຫຼີ​ເຈ່ຍຈວິ່ນ​ເຄີຍ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ 4 ຄັ້ງ, ໂດຍໄດ້ອອກ​ແຮງ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເພື່ອ​ໄລ່​ລ່າຄວາມ​ໄຝ່​ຝັນ​ຂອງ​ຕົນ.

ຄວາມຝັນເທິງນ້ຳກ້ອນຂອງທ່ານ ຫຼີເຈ່ຍຈວິ່ນ_fororder_李佳军1

ທ່ານ​ຫຼີ​ເຈ່ຍຈວິ່ນ ເຄີຍຍາດໄດ້ແຊມ​​ໂລກ​ຄັ້ງ​ທຳ​ອິດ​ໃຫ້ກັບປະເທດຈີນ ໃນ​ລາຍ​ການ​ແຂ່ງຂັນສະເກັດຄວາມ​ໄວຊ່ອງສັ້ນ​ເພດ​ຊາຍຊິງແຊມ​ໂລກ​ 1.000 ແມັດທີ່​ຈັດຂຶ້ນຢູ່ເດນແຮກ, ​ປະ​ເທດ​ໂຮນ​ລັງ​ໃນ​ປີ 1996, ນັບແຕ່ນັ້ນ​ມາ ເພິ່ນ​ກໍ່​ໄດ້ເອົາ​ຊະ​ນະ​ນັກ​ກິ​ລາ​ເກັ່ງໆ​ຂອງ​ບັນ​ດາ​ປະ​ເທດ ແລະ​ ໄດ້​ແຊມ​ໂລກ 20 ເທື່ອ​ໃຫ້​ກັບປະ​ເທດ​ຈີນ, ຖືວ່າເປັນຍຸກຂອງ​ຫຼີ​ເຈ່ຍຈວິ່ນ​ໃນ​ປະ​ຫວັດ​ສາດ​ການ​ແຂ່ງຂັນສະເກັດຄວາມ​ໄວ​ຊ່ອງ​ສັ້ນ​ຂອງໂລກ.

ທ່ານ​ຫຼີ​ເຈ່ຍຈວິ່ນເກີດ​ຢູ່​ນະ​ຄອນ​ຊາງ​ຊູ່ນ​, ແຂວງ​ຈີ​ລິນ​ເມື່ອ​ປີ 1975, ເພິ່ນມັກ​ຄວາມ​ໄວ​ມາ​ແຕ່​ຍາມ​ນ້ອຍ, ທັງ​ຮູ້​ສຶກມ່ວນ​ໃຈ​ທີ່ສຸດ​ໃນເວລາຫຼິ້ນສະເກັດຢູ່​ຕາມ​ເດີນ. ການ​ຫຼິ້ນ​ສະ​ເກັດ ກໍ່​ໄດ້​ຫຼໍ່​ຫຼອມ​ຄວາມກ້າ​ຫານ ​ແລະ ​ອົດ​ທົນ​ຂອງ​ເພິ່ນ.

ຄວາມຝັນເທິງນ້ຳກ້ອນຂອງທ່ານ ຫຼີເຈ່ຍຈວິ່ນ_fororder_李佳军2

ຫຼັງ​ຈາກ​ເຂົ້າ​ຮ່ວມ​ທີມ​​ຊາດ​ແລ້ວ, ເພິ່ນ​ເປັນຜູ້ຊ່ວຍ​ຄູ​ເຝິກ, ແຕ່​ເພິ່ນກໍ່ບໍ່​ໄດ້ຕັ້ງເປົ້າໝາຍ ຕົນເອງຕ່ຳ​ຈັກ​ເທື່ອ.

ປະ​ສົບ​ການ​ຊ່ວຍຄູ​ເຝິກ​ໃນທຸກໆລາຍ​ການ ໄດ້ເຮັດ​ໃຫ້​ທ່ານ​ຫຼີ​ເຈ່ຍຈວິ່ນ​ກາຍ​ເປັນ​ນັກ​ກິ​ລາ​​ຮອບດ້ານໄດ້ຢ່າງ​ໄວ​ວາ, ໃນ​ງານ​ແຂ່ງ​ຂັນສະເກັດຄວາມໄວຊ່ອງສັ້ນລະດັບ​ໂລກໃນທຸກລາຍ ການ​, ທ່ານ​ເຄີຍໄດ້​ເປັນແຊມ​ປຽນ​ຄົບທຸກ​​ລາຍ​ການ 5 ເທື່ອ ເຊິ່ງແມ່ນກຽດຕິຍົດ​ສູງ​ສຸດ​ຂອງການແຂ່ງຂັນ​ສະ​ເກັດຄວາມ​ໄວ​ຊ່ອງສັ້ນ. ການທີ່ທ່ານ​ຫຼີ​ເຈ່ຍຈວິ່ນຊີງ​ໄດ້​ແຊມ​ປຽນນັ້ນ ​ກໍ່ໄດ້ເປັນການກະຕຸ້ນ​ຈິດ​ໃຈ​ບຸກ​ບືນ​ສູ້​ຊົນ​ໃຫ້ກັບທີມຊາດຈີນ, ຄວາມ​​ຮູ້​ທີ່​ເລິກ​ເຊິ່ງ ​ແລະ​ ການ​ເຂົ້າ​ໃຈ​ທີ່​ລະ​ອຽດກ່ຽວກັບ​ການ​ແຂ່ງ​ຂັນ​ຂອງ​ທ່ານ ໄດ້​ກາຍ​ເປັນ​ບົດ​ຮຽນ​ທີ່​ລ້ຳ​ຄ່າ ​ແລະ​ ເປັນຊັບ​ສິນ​ຂອງ​ທີມ​ສະ​ເກັດຄວາມໄວຊ່ອງສັ້ນ​ຂອງ​ຈີນ.

ຄວາມຝັນເທິງນ້ຳກ້ອນຂອງທ່ານ ຫຼີເຈ່ຍຈວິ່ນ_fororder_李佳军3

ທ່ານ​ຫຼີ​ເຈ່ຍຈວິ່ນ ເຄີຍໄດ້ຮັບກຽດຕິຍົດຢູ່ສະ​ໜາມ​ແຂ່ງ​ຂັນຫຼາຍ​ເທື່ອ, ຂະ​ນະ​ດຽວ​ກັນ​ກໍ່​ໄດ້ ​ພົບກັບ​ຄວາມ​ເສຍ​ດາຍ​ຫຼາຍ​ເທື່ອ​ເຊັ່ນ​ກັນ. ເທື່ອ​ໜຶ່ງ​ທີ່​ລືມ​ຍາກກວ່າ​ໝູ່​ແມ່ນ​ການ​ແຂ່ງ​ຂັນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວນະກະໂນ ປີ 1998. ເວ​ລານັ້ນ, ທ່ານ​ຫຼີ​ເຈ່ຍຈວິ່ນ​ໄດ້​ເຂົ້າ​ຮອບ​ຊີງ​ຊະ​ນະ​ເລີດຂອງ​ລາຍ​ການສະເກັດຄວາມໄວຊ່ອງສັ້ນເພດ​ຊາຍ 1 ພັນ​ແມັດໄດ້​ຢ່າງ​ສະ​ບາຍ. ໃນເວລາລາວໃກ້ຈະ​ແລ່ນຮອດເສັ້ນໄຊ ເຊິ່ງ​ໃກ້​ຈະຄວ້າແຊມໄດ້ຢູ່ແລ້ວນັ້ນ, ທ້າວກິມ​ຕົງ​ເຊີງ ນັກ​ກິ​ລາ​ສ.ເກົາ​ຫຼີ​ທີ່​ແລ່ນ​ຕາມ​ຫຼັງ​ໄດ້​ກົ້ມ​ໂຕ​ໄປ​​ໜ້າ​ຢ່າງ​ກະ​ທັນ​ຫັນ, ທ່ານ​ຫຼີ​ເຈ່ຍຈວິ່ນ​ຈິ່ງ​ໄດ້​ເສຍ​ຫຼຽນ​ຄຳຫຼຽນ​ທຳ​ອິດໃນ​ລາຍ​ການ​ສະ​ເກັດຄວາມໄວ​ຊ່ອງສັ້ນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ ​ດ້ວຍຄະແນນ​ທີ່​ຊ້າ​ກວ່າຜູ້ຊະນະພຽງ 0,053 ວິ​ນາ​ທີເທົ່ານັ້ນ.

ຮອດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໂຊເລັກຊີຕີ Salt Lake City ​ປີ 2002, ທ່ານ​ຫຼີ​ເຈ່ຍຈວິ່ນ​ ໄດ້​​ເຂົ້າ​ຮອບ​ຊີງ​ຊະ​ນະ​ເລີດ​ສະເກັດຄວາມໄວຊ່ອງສັ້ນ​ເພດ​ຊາຍ 1 ພັນ​ແມັດ​ອີກ​ຄັ້ງໜຶ່ງ. ໃນ​ຖາ​ນະ​ເປັນ​ແຊມ​ປຽນ​ລາຍ​ການນີ້​ສອງ​ເທື່ອ​ໃນ​ງານ​ແຂ່ງ​ຂັນ​ລະດັບໂລກ​ສອ​ງ​ຄັ້ງທີ່ຜ່ານມາ, ລາວ​ມີ ຄວາມປາຖະໜາທີ່ສຸດທີ່ຢາກໄດ້​ແຊມ​ປຽນ​ໃນ​ງານ​ກິ​ລາ​ໂອລິມປິກ, ແຕ່​ເມື່ອ​ແລ່ນເຂົ້າໂຄ້ງ​ແຫ່ງ​ສຸດ​ທ້າຍ ລາວ​ໄດ້​ຕຳກັນ​ກັບ​ນັກ​ກິ​ລາ​ຄົນ​ອື່ນ​, ຈົນພາດ​ໂອ​ກາດ​ທີ່ຈະ​ໄດ້​ແຊ​ມ​ປຽນ​ອີກ​ຄັ້ງ​ໜຶ່ງ. ປີ 2006, ທ່ານ​ຫຼີ​ເຈ່ຍຈວິ່ນ​ທີ່​ມີອາ​ຍຸໄດ້ 31 ປີ​ ຍັງມີອາການ​ບາດ​ເຈັບຢູ່ ແຕ່ກໍ່ໄດ້​ເຂົ້າ​​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເປັນເທື່ອ​ທີ 4, ທ່ານ​ໄດ້​ອອກ​ແຮງ​ສຸດ​ຂີດ​ແລ່ນ​ຮອດເສັ້ນໄຊ​ເປັນ​ຄົນ​ທີ​ສາມ, ໃນ​ທີ່​ສຸດ​ໄດ້​ຮັບ​ພຽງຫຼຽນ​ທອງຫລຽນດຽວ​ໃຫ້ກັບທີມຈີນໃນ​ລາຍ​ການ​ສະ​ເກັດຄວາມໄວ​ຊ່ອງ​ສັ້ນ​​ເພດຊາຍໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູໜາວ​ຄັ້ງ​ນັ້ນ.

ຫຼັງ​ຈາກນັ້ນໄດ້​ບໍ່​ດົນ, ທ່ານ​ຫຼີ​ເຈ່ຍຈວິ່ນ​ກໍ່​ປະ​ກາດອຳລາກິລາປະເພດນີ້, ທ່ານ​ໄດ້​ມອບ​ໜ້າ​ທີ່​ຄວ້າເອົາຫຼຽນຄຳໃນ​ລາຍ​ການ​ສະ​ເກັດຄວາມໄວຊ່ອງສັ້ນເພດຊາຍໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ນັ້ນ​ໃຫ້​ກັບນັກ​ກິ​ລາລຸ້ນ​ນ້ອງ. ປັດ​ຈຸ​ບັນ, ໃນ​ຖາ​ນະ​ເປັນ​ຜູ້​ຖືທວນ​ໄຟ​ທວນ​ທຳ​ອິດ​ຂອງ​ຈີນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ທ່ານ​ຫຼີ​ເຈ່ຍຈວິ່ນ​ ມີຄວາມຕັ້ງໃຈຫລາຍໃນການ ປະຕິບັດໜ້າທີ່ໃໝ່ໃນຄັ້ງນີ້.

ຄວາມຝັນເທິງນ້ຳກ້ອນຂອງທ່ານ ຫຼີເຈ່ຍຈວິ່ນ_fororder_李佳军4

 

ຄຳ​ເຫັນ

0