何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້​ນ​ຜິງ ແລະ ທ່ານ​ທອງ​ລຸນ ສີ​ສຸ​ລິດ​ໃຫ້​ກຽດ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ເສັ້ນ​ທາງລົດ​ໄຟ​ຈີນ-ລາວ

2021-12-03 20:44:26 CRI

ທ່ານ​ສີ​ຈິ້​ນ​ຜິງ ແລະ ທ່ານ​ທອງ​ລຸນ ສີ​ສຸ​ລິດ​ໃຫ້​ກຽດ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ເສັ້ນ​ທາງລົດ​ໄຟ​ຈີນ-ລາວ_fororder_微信图片_20211203195334

ຕອນ​ບ່າຍ​ວັນ​ທີ 3 ທັນ​ວາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປ​ະ​ທານ​ປະ​ເທດ​ຈີນ, ແລະ ທ່ານ​ທອງ​ລຸນ ສີ​ສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ໂດຍ​ຜ່ານ​ຮູບ​ແບບວີ​ດີ​ໂອ.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຕາງ​ໜ້າ​ໃຫ້​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ບານ​ຈີນ​ ແລະ​ປະ​ຊາ​ຊົນ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີນ​ຢ່າງ​ສຸດ​ໃຈ​ຕໍ່​ການ​ເປີດ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ, ແລະ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຢ່າງ​ສູງ​ຕໍ່​ຜູ້​ກໍ່​​ເຂົ້າ​ຮ່ວມ​ການ​ກໍ່​ສ້າງສອງ​ປະ​ເທດ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວວ່າ, ປີ 2015, ຂ້າ​ພະ​ເຈົ້າ​​ໄດ້ຮ່ວມ​ກັບ​ຜູ້​ນຳ​ປະ​ເທດ​ລາວ, ​ເຮັດ​ຂໍ້​ຕົກ​ລົງ​ອັນ​ສຳ​​ຄັນ​ທີ່​ຮ່ວມ​ກັນ​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ. ນັບ​ແຕ່​​ໄດ້​ເລີ່ມ​ ​ກໍ່​ສ້າງ​ເປັນ​ເວ​ລາ 5 ປີ​ມາ​ນີ້, ຈີນ ແລະ​ລາວ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈກັນ ແລະ ປະ​ສານ​ງານ​ກັນ​ຢ່າງ​ແໜ້ນແຟ້ນ, ​ໄດ້ບຸກ​ເບີກ​ເສັ້ນ​ທາງ ແລະ ສ້າງ​ຂົວ​​ຂ້າມ​ຢູ່​ຕາມ​ພູ​ຜາ​ປ່າ​ໄມ້, ໄດ້​ສຳ​ເລັດ​ໜ້າ​ທີ່​ການ​ກໍ່​ສ້າງ​​ຢ່າງ​ມີຄຸນ​ນະ​ພາບ​ສູງ ແລະ​ລະ​ດັບ​ສູ​ງ, ໄດ້​ນຳໃຊ້​ການ​ກະ​ທຳ​ຕົວ​ຈິງ​ເພື່ອ​ສະ​ທ້ອນ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ຂອງ​ຈິດ​ໃຈ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ແຮງ​ພິ​ເສດ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ຂອງ​ສອງ​ປະ​ເທດ​ທີ່​​ໄດ້ສຸມ​ກຳ​ລັງ​​ແຮງ​ເພື່ອ​ປະ​ຕິ​ບັດ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ​ແມ່ນ​ໂຄງ​ການ​ແບບຢ່າງ​ທີ່​ສອງ​ຝ່າຍ​ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຫຼັງ​ຈາກ​ເສັ້ນ​ທາງ​ລົດ​ໄຟ​ເລີ່ມ​ເປີດ​ບໍ​ລິ​ການ​ແລ້ວ, ຈາກນ​ະ​ຄອນຄຸນ​ໝິງ​ປະ​ເທດ​ຈີນ​ໄປ​ຮອດ​ນະ​ຄອນຫຼວງວຽງ​ຈັນ​ປະ​ເທດ​ລາວ​ຈະ​ບໍ່​​ແມ່ນ​ໄລ​ຍະ​ທາງ​ທີ່​ຍາວ​ໄກ​ອີກ​ແລ້ວ. ສອງ​ຝ່າຍ​ຄວນ​ສືບ​ຕໍ່​ສຸມ​ຄວາມ​ພະ​ຍາ​ຍາມ, ປະ​ຕິ​ບັດ​​ວຽກ​ງານ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ຕື່ມ​ອີກ, ຮັກ​ສາ​ເສັ້ນ​ທາງ​ລົດ​ໄຟ​ໃຫ້​ດີ ແລະ ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ດີ, ບຸກ​ເບີກ ແລະ ສ້າງ​ສາ​ບໍ​ລິ​ເວນ​ລຽບ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ໃຫ້​ດີ, ສ້າງ​ເສັ້ນ​ທາງ​​ທີ່​ປຽບ​ເໝືອນ​ຄຳ, ແລະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ເສັ້ນ​ທາງລົດ​ໄຟ​ຈີນ-ລ​າວ​ແມ່ນ​ໂຄງ​ການ​ສັນ​ຍາ​ລັກ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ຢ່າງ​ມີ​ຄຸນ​ນະ​ພາບ​ສູງ. ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈີນ​ໄດ້​ຖື​ເອົາ​ມາດ​ຕະ​ຖານ​ສູງ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊ​າ​ຊົນ​ເປັນ​ເປົ້າ​ໝາຍ​ຂອງ​ຕົນ, ຍົກ​ສູງ​ລະ​ດັບ​ໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ບໍ່​ຢຸດ​ຢັ້ງ, ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົ​ນ​ປະ​ໂຫຍດ​​ສຳ​ລັບ​ປະ​ເທດ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ໄດ້​ເປີດ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​​ເສດ​ຖະ​ກິດຂອງ​ໂລກ. ຈີ​ນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ລາວ ກໍ​ຄື​ປະ​ເທດ​ອື່ນໆ​ທີ່​ຢູ່​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເລັ່ງ​ລັດ​​ການສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ​ເມື່ອ​ຫຼາຍ​ມື້ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ​ຈາກ​ນັກ​ສຶກ​ສາ​ລາວ​ທີ່​ຮຽນ​ວິ​ຊາ​ທາງ​ລົດ​ໄຟ​ຢູ່​ນະ​ຄອນ​ຊຽງ​ໄຮ​ປະ​ເທດ​ຈີນ. ເຂົາ​ເຈົ້າ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ກ່າວ​ວ່າ, ຈະ​ນຳ​ໃຊ້​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ຮຽນ​ຢູ່​ຈີນ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ການເຄື່ອນ​ໄຫວ​ວຽກ​ງານ ແລະ ການ​ພັດ​ທະ​ນາ​​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈຫຼາຍ​ຕໍ່​ກັ​ບ​ເລື່ອງ​ນີ້. ອະ​ນາ​ຄົດ​ມິດ​ຕະ​ພາບ​ຈີນ-ລາວຂຶ້ນ​ຢູ່​ກັບ​ຊາວ​ໜຸ່ມ, ພື້ນ​ຖານ​ແຫ່ງ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ຂຶ້ນ​ຢູ່​ກັບ​ການ​ເຊື່ອມ​ສານ​ທາງ​ດ້ານ​ຈິດ​ໃຈ. ຈີນ​ຍິນ​ດີ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ຈະ​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ເສີມ​ຂະ​ຫຍາຍ​ເສັ້ນ​ທາງ​ແຫ່ງ​ມິດ​ຕະ​ພາບ​ຈີນ-ລາວ​ໃຫ້ຫຼາຍ​ກວ່າ​ເກົ່າ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ​ກ່າວ​ວ່າ, ມື້ນີ້ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ກຽດ​ຢ່າງ​ສູງ ແລະ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ, ​ຄວາມ​ຝັນ​ຄວາມ​ຄອງ​ຄອຍ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ລຸ​ຜົນ​ເປັນ​ຈິງ​ແລ້ວ. ຂໍ​ຂອບ​ໃຈ​ນຳ​ປະ​ເທດ​ຈີນ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ, ​ປະ​ເທດ​ລາວ​ໄດ້​ສິ້ນ​ສຸດ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ບໍ່​ມີ​ທາງ​ລົດ​ໄຟ, ແລະ​ໄດ້​ມີ​ທາງ​ລົດ​ໄຟ​ທີ່​ທັນ​ສະ​ໄໝ.​ ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ແມ່ນ​ເສັ້ນ​ທາງ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ທີ່​ຫັນ​ຈາກ “ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ” ​ເປັນ “ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ” ນັ້ນ​ໄດ້​ລົງ​ເລິກ​​ການເຊື່ອມ​ຕໍ່​ກັບ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ​ນີ້ເປັນ​ສັນ​ຍາ​ລັກ​ທາງ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ ຂອງການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ທັນ​ສະ​ໄໝ ຂອງ ສ​ປ​ປ ລາວ​, ​ເຊິ່ງຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດຖະ​ກິດ​ສັງ​ຄົມ​ຂອງ​ລາວ​ໃຫ້​ເຂັ້ມ​ແຂງ. ພາຍ​ໃຕ້​ການ​ເອົາ​ໃຈ​ໃສ່ຂອງ​ຜູ້​ນຳ​ສອງ​ປະ​ເທດ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ຝ່າຍ​ຕ່າງໆ, ສອງ​ຝ່າຍ​ໄດ້​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ ແລະ ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນາ​ນາ ເຊິ່ງ​ລວມ​ທັງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ສອງ​ຝ່າຍໄດ້​ສ້າງ​ເສັ້ນ​ທາງ​ລົດ​ໄຟສຳ​ເລັດ ແລະ ​ນຳ​ໃຊ້​ຕາມ​ເວ​ລາ​ກຳ​ນົດ, ​ນີ້ເປັນ​ຂອງ​ຂວັນ​ອັນ​ລ້ຳຄ່າ​​ສຳ​ລັບປະ​ຊາ​ຊົນ​ລາວ​​ເນື່ອງໃນ​ໂອ​ກາດ​​ສະ​ເຫຼີມສະ​ຫຼອງວັນ​​ຊາດ ສ​ປ​ປ ລາວ​ຄົບ​ຮອບ 46 ປີ ​ທັງ​ເປັນ​ການປະ​ກອບ​ສ່ວນ​ເຂົ້າ​ໃນ​ການ ສະ​ເຫຼີມ​ສະ​ຫຼອງຄົ​ວັນ​ສ້າງ​ຕັ້ງ​​ສາຍ​ພົວ​ພັນ​ທາງ​ການ​ທູດ​ລາວ​-ຈີນ​​ຄົບ​ຮອບ 60 ປີຢ່າງ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ. ໝາກ​ຜົນ​ຂອງ​ຄວາມ​ສຳ​ເລັດ​ນີ້, ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ​ໝັ້ນ​ຄົງ​ຍາວ​ຍານ​ຕາມ​ທິດ 4 ດີ ແລະ​ເປັນ​ສັນ​ຍາ​ລັກ​ທີ່​ສຳ​ຄັນ​ໃນ​ຂະ​ບວນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-​ຈີນ ​ຈີນ​-ລາວ, ແນ່ນອນ​ແລ້ວ​ຈະ​ເປັນ​ການ​ເພີ່ມ​ເນື້ອ​ໃນ​ສຳ​ຄັນ​ອັນ​ໃໝ່​ເຂົ້າ​ໃນ​ການ​ພົວ​ພັນ​​ຂອງສອ​ງ​ພັກ ​ສອງລັດ​ຖະ​ບານ ແລະ​ສອງ​ປະ​ເທດ​ລາວ-ຈີນ. ລາວ​ຍິນ​ດີ​ຮ່ວມ​ກັບ​ຈີນ, ຮັກ​ສາ ແລະ ໝູນ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໃຫ້​ດີ, ສ້າງ​ຜົນ​ປະ​ໂຫຍດຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ ກໍ​ຄື​ຂອງ​ພາກ​ພື້ນ​ແຫ່ງ​ນີ້, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ ກໍ​ຄື ການ​ພັດ​ທະ​ນາ ແລະ​ຄວາມ​ສິ​ວິ​ໄລ​ຂອງ​ພາກ​ພື້ນ. ຂໍ​ອວຍ​ພອນ​ໃຫ້​ປະ​ເທດ​​ຈີນ​ກ້າວ​ສູ່​ຄວາມ​​ຈະ​ເລີນຮຸ່ງ​ເຮືອງ​ສີ​ວິ​ໄລຢ່າງ​ບໍ່​ຢຸດ​​ຢັ້ງ, ອວຍ​ພອນ​​ໃຫ້ສາຍ​ພົວ​ພັນ​ລາວ​ຈີນ​ຈົ່ງ​ໝັ້ນ​ຄົງ​​ຂະ​ໜົງ​ແກ່ນ​ຕະ​ຫຼອດ​ໄປ.

 

ຄຳ​ເຫັນ

0