吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ ແອງ​ເຈີ​ລາ ເມີ​ແຄວ ​ຮັກ​ສາ​ການນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ສັກ​ວັກ​ຊີນ​ໂຄວິດ-19

2021-12-05 14:32:54 cri

ທ່ານ​ນາງ ແອງ​ເຈີ​ລາ ເມີ​ແຄວ ​ຮັກ​ສາ​ການນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ສັກ​ວັກ​ຊີນ​ໂຄວິດ-19_fororder_微信图片_20211205143203

    ຕາມ​ການ​ລາຍ​ງານ​ຂ່າວ​ຂອງ​ສື່ມວນ​ຊົນ​ເຢຍ​ລະ​ມັນ, ວັນ​ທີ 4 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ນາງ ແອງ​ເຈີ​ລາ ເມີ​ແຄວ ​ຮັກ​ສາ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີເຢຍ​ລະ​ມັນໄດ້​ກ່າວ​ຄຳ​ປາ​ໄສ​ຜ່ານທາງວິ​ດີ​ໂອ​ປະ​ຈຳ​ອາ​ທິດ​ຄັ້ງ​ສຸດ​ທ້າຍໃນ​ໄລ​ຍະ​ດຳ​ລົງ​ຕຳ​ແໜ່ງ, ໂດຍ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ສັກ​ວັກ​ຊີນ​ໂຄວິດ-19.

    ​ທ່ານ​ນາງ​ແອງ​ເຈີ​ລາ ​ເມີ​ແຄວ​ກ່າ​ວວ່າ: ປັດ​ຈຸ​ບັນ​ດ ເຢຍ​ລະ​ມັນ​ພວມ​ຢູ່​ໃນ​ “ພາ​ວະ​ສຸກ​ເສີນ” ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນ​ເຂດ​ສ່ວນ​ໜຶ່​ງ​ໜັກ​ໜ່ວງ​ຫລາຍ.  ທ່ານ​ກ່າວ​ເນັ້ນ​ໜັກ​ວ່າ: ມີ​ພຽງ​ແຕ່​ບັນ​ລຸ​ອັດ​ຕາ​ສ່ວນ​ສັກ​ວັກ​ຊີນ​ໂຄວິດ-19ທີ່​ສູງ​ຈຶ່ງ​ສາ​ມາດ​ຊ່ວຍ​ເຫລືອ​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ​ໄດ້ ແລະຈຶ່ງ​​ຈະສາ​ມາດ​ຊ່ວຍ​ເຫລືອ​ທົ່ວ​ປະ​ເທດ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19ໄດ້.

ຄຳ​ເຫັນ

0