徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນປີ 2021 ເຂດຕິເບດປະເທດຈີນໄດ້ຕ້ອນຮັບນັກທ່ອງທ່ຽວ 41,5 ລ້ານເທື່ອຄົນ ມີລາຍຮັບດ້ານການທ່ອງທ່ຽວ 44,1 ຕື້ຢວນ

2022-01-07 14:57:08 cri

ໃນປີ 2021 ເຂດຕິເບດປະເທດຈີນໄດ້ຕ້ອນຮັບນັກທ່ອງທ່ຽວ 41,5 ລ້ານເທື່ອຄົນ ມີລາຍຮັບດ້ານການທ່ອງທ່ຽວ 44,1 ຕື້ຢວນ_fororder_WechatIMG183

 

ຕາມຂ່າວCRI: ນັກຂ່າວໄດ້ຊາບຈາກກອງປະຊຸມຄັ້ງທີ 5 ຂອງສະພາປະຊາຊົນ ເຂດປົກຄອງຕົນເອງຕິເບດປະເທດຈີນສະໄໝທີ 11 ໃນຫວ່າງກ່ອນນີ້ບໍ່ດົນວ່າ: ໃນປີ 2021 ເຂດຕິເບດປະເທດຈີນໄດ້ຕ້ອນຮັບນັກທ່ອງທ່ຽວ 41,5 ລ້ານເທື່ອຄົນ ມີລາຍຮັບດ້ານການທ່ອງທ່ຽວ 44,1 ຕື້ຢວນ.

 

ນັບແຕ່ປີ 2021 ເປັນຕົ້ນມາ, ເຂດຕິເບດໄດ້ຍົກສູງລະດັບການພັດທະນາແລະການນຳໃຊ້ຊັບພະຍາກອນທ່ອງທ່ຽວ, ໄດ້ວາງແຜນການສ້າງກິດກິດຈະກຳແລະຜະລິດຕະພັນວັດທະນະທຳແລະການທ່ອງທ່ຽວຢ່າງອຸດົມສົມບູນແລະມີຄວາມຫຼາກຫຼາຍສີສັນ, ໄດ້ເອົາໃຈໃສ່ໂຄສະນາ “ການທ່ອງທ່ຽວປະຕິບັດ” “ຄົນຕິເບດທ່ຽວເຂດຕິເບດ” ແລະເສັ້ນທາງການທ່ອງທ່ຽວທີ່ມີສີສັນພິເສດຕ່າງໆ, ໄດ້ຍົກສູງແລະເປີດກວ້າງຊື່ສຽງຂອງຍີ່ຫໍ້ການທ່ອງທ່ຽວໃນຖານະເປັນຫຼັງຄາໂລກຢ່າງມີປະສິດທິຜົນ, ຊຸກຍູ້ໃຫ້ຕະຫຼາດການທ່ອງທ່ຽວຂອງເຂດຕິເບດມີຄວາມໝັ້ນທ່ຽງແລະດຳເນີນໄປດ້ວຍດີ.

ຄຳ​ເຫັນ

0