蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຊກ​ດີ​ປຸຍ​ຫິ​ມະ, ພົບ​ກັນ​ໃໝ່!——ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ເອົາຫຍັງ​ມາ​ໃຫ້​ພວກ​ເຮົາ? (ບົດ​ທີ 2) ນ້ຳ​ໃຈ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຄື ໂລກເປັນ​ອັນໜຶ່ງ​ອັນ​ດຽວ​ກັນ ເປັນ​ຄອບ​ຄົວ​ດຽວກັນ

2022-03-08 17:29:08 CRI

ໂຊກ​ດີ​ປຸຍ​ຫິ​ມະ, ພົບ​ກັນ​ໃໝ່!——ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ເອົາຫຍັງ​ມາ​ໃຫ້​ພວກ​ເຮົາ? (ບົດ​ທີ 2) ນ້ຳ​ໃຈ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຄື ໂລກເປັນ​ອັນໜຶ່ງ​ອັນ​ດຽວ​ກັນ ເປັນ​ຄອບ​ຄົວ​ດຽວກັນ_fororder_1 

    ເມື່ອ 2000 ກວ່າ​ປີ​ກ່ອນ, ຈີນກໍ່​​ໄດ້​ສະ​ເໜີ​ແນວ​ຄິດ“ໂລກເປັນ​ອັນໜຶ່ງ​ອັນ​ດຽວ​ກັນ ເປັນ​ຄອບ​ຄົວ​ດຽວກັນ”, ໝາຍ​ຄວາມ​ວ່າ ຄົນ​ຢູ່​ໃນ​ໂລກນີ້, ຢູ່​ຮ່ວມ​ກັນ​ຢ່າງ​ຖືກ​ຕ້ອງ​ປອງດອງ​ກັນ, ເໝືອນ​ດັ່ງຢູ່​ໃນ​ຄອບ​ຄົວ​ດຽວ​ກັນ, ນີ້​ແມ່ນ​ເນື້ອ​ໃນທີ່​ສຳ​ຄັນ​ໃນວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ຈີນ, ຍັງ​ແມ່ນໂລກ​ອັນ​ດີ​ງາມ​ທີ່​ປະ​ຊາ​ຊາດ​ຈີນ​ມຸ່ງ​ຫວັງ​ໃນ​ຫຼາຍ​ພັນ​ປີ​ມານີ້. ໃນເວ​ລາ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ຄຳ​ອວຍ​ພອນ​ປີ​ໃໝ່ 2021, ທ່ານ​ໄດ້​ລະ​ບຸ​ວ່າ:“ກ້າວ​ໄປ​ໜ້າ​ຕາມ​ເສັ້ນ​ທາງ​ຮ່ວມ​ກັນ, ທົ່ວ​ໂລກ​ແມ່ນ​ວົງ​ຄະ​ນາ​ຍາດ​ດຽວ​ກັນ. ພາຍ​ຫຼັງ​ໄດ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ເວ​ລາ 1 ປີ​ມານີ້, ພວກ​ເຮົາ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງກວ່າ​ທຸກ​ເວ​ລາ​ຕໍ່​ຄວາມ​ໝາຍ​ຂອງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.”

    ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈາກ​ພິ​ທີ​ເປີດ​ ແລະ​ປິດ​ ຈົນ​ຮອດ​ສະ​ໜາມ​ກິ​ລາ​ແຂ່ງ​ຂັນ, ຈາກ​ການ​ອອກ​ແບບ​​ຫຼຽນ​ລາງວັນ ​ຈົນ​ຮອດ​ການກໍ່​ສ້າງ​ສະ​ໜາມ​ກິ​ລາ ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ທົ່ວ​ໂລກ​ເຫັນ​ແນວ​ຄິດ​ອັນ​ດີ​ງາມດັ່ງ​ກ່າວ. ຄຽງຄູ່ກັນນີ້, ກໍ​ແມ່ນ​ນ້ຳ​ໃຈທີ່​ລ້ຳ​ຄ່າ​ທີ່​ສຸດຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ເອົາ​ໃຫ້​ໂລກ.

    ວັນ​ທີ 16 ກຸມ​ພານີ້, ໃນ​ການ​ແຂ່ງ​ຂັນ​ຊີງ​ແຊມໂລກ​ລີ​ລາ​ເທິງ​ເວ​ຫາຂອງສະ​ກີຟ​ຣີ​ສະ​ໄຕ​ເພດ​ຊາຍ, ທ້າວ​ໂອ​ເລັກ​ຊັນ​ ອາບ​ຣາ​ເມນ​ໂຄ ນັກ​ກິ​ລາ​ອູ​ແກຣນ​ຍາດ​ໄດ້​ຫຼຽນ​ເງິນ ແລະ​ທ້າວ​ອິ​ເລຍ ບູ​ຣົ​ບ ນັກ​ກິ​ລາ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຣັດ​ເຊຍ​ໄດ້​ຮັບ​ຫຼຽນ​ທອງ. ຜ່ານ​ການ​ແຂ່ງ​ຂັນ​ເປັນ​ເວ​ລາ​ຫຼາຍ​ປີ, ສອງ​ຄົນ​ນີ້​ທັງ​ເປັນ​ຄູ່​ແຂ່ງ​ຂັນ​ທັງ​ເປັນ​ໝູ່​ເພື່ອນ, ຫຼັງ​ຈາກ​ການ​ແຂ່ງ​ຂັນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ເຂົາ​ເຈົ້າ​ໄດ້​ຕົບ​ມື​ກັນ ແລະ​ກອດ​ກັນ ເພື່ອ​ແບ່ງ​ປັນ​ຄວາມ​ມ່ວນ​ຊື່ນ. ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ ແລະ​ອູ​ແກຣນ​ໃນ​ຄາວນີ້​ໄດ້​ເຄັ່ງ​ຮ້ອນ​ຫຼາຍ, ແຕ່​ທັງນີ້ບໍ່​ໄດ້​ກີດ​ຂວາງໃຫ້ສອງ​ຄົນ​ສະ​ແດງ​ຄວາມ​ອົບ​ອຸ່ນ​ໃຫ້​ກັນ​ແລະ​ກັນ. ນັກ​ກິ​ລາສອງ​ຄົນ​ກອດ​ກັນ​ຢ່າງ​ອົບ​ອຸ່ນໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ນ້ຳ​ໃຈ​ກິ​ລາ​ທີ່​ແທ້​ຈິງ ແລະ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ແນວ​ຄິດ​ປະ​ຊາ​ຊາດ​ຈີນທີ່​ວ່າ “ໂລກເປັນ​ອັນໜຶ່ງ​ອັນ​ດຽວ​ກັນ ເປັນ​ຄອບ​ຄົວ​ດຽວກັນ” ທີ່​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ເຜີຍ​ແຜ່​ໄປ​ສູ່​ທົ່ວ​ໂລກ.

    ຖື​ຄວາມ​ປອງດອງ​ກັນ​ເປັນ​ສິ່ງ​ທີ່​ສຳ​ຄັນ, ມິດ​ຕະ​ພາບ​ເປັນ​ອັນ​ດັບໜຶ່ງ. ຄູ່​ແຂ່ງ​ຂັນ​ບໍ່​ເຫັນ​ແຕ່​ຄວາມ​ໄດ້​ຄວາມ​ເສຍ, ກອດ​ກັນ​ ແລະ​ຈັບ​ມື​ກັນ​ຢ່າງ​ອົບ​ອຸ່ນ, ກໍ​ລະ​ນີ​ແບບນີ້​ໄດ້​ເກີດ​ຂຶ້ນ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເລື້ອຍໆ.

    ພາຍ​ຫຼັງນາງ​ສຸຍ​ເມິ້ງ​ທາວ ນັກ​ກິ​ລາ​ຈີນຍາດ​ໄດ້​ຫຼຽນ​ຄຳ​ໃນ​ການ​ແຂ່ງ​ຂັນ​ລີ​ລາ​ເທິງ​ເວ​ຫາຂອງສະ​ກີຟ​ຣີ​ສະ​ໄຕເພດ​ຍິງໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ປີ 2022 ແລ້ວ, ນາງ​ອາ​ສ​ເລ ຄ​ອັດ​ແວວ ນັກ​ກິ​ລາ​ອາ​ເມ​ຣິ​ກາ​ທີ່​ເປັນຄູ່​ແຂ່ງ​ຂັນ​ໄດ້​ກອດ​ນາງສຸຍ​ເມິ້ງ​ທາວ​ດ້ວຍ​ຄວາມ​ອົບ​ອຸ່ນ​ໃນ​ທັນ​ທີ ແລະ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ວ່າ: “ທາວໆ, ເຈົ້າຄວ້າ​ແຊັມ​ໃນງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວໄດ້ສຳ​ເລັດ​ຜົນ​ແລ້ວ! ຂ້ອຍ​ຮູ້​ສຶກ​ພາກ​ພູມ​ໃຈ​​ນຳ​ເຈົ້າທີ່​ສຸດ!”

    ໃນ​ການ​ແຂ່ງ​ຂັນຊີງ​ແຊັມ​ລານ​ສະ​ກີ​ໂດດ​​ປະ​ເພດຟ​ຣີ​ສະ​ໄຕເພດ​ຍິງໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ນາງ​ກູ​ໄອ້​ລີງ ນັກ​ກິ​ລາ​ຈີນ​ຄວ້າ​ແຊມ​ໄດ້​ໃນ​ທີ່​ສຸດ, ເມື່ອ​ນາງ​ໄດ້​ເຫັນ​ນາງ​ເທສ ເລເດິ​ກ​ ນັກ​ກິ​ລາ​ຝ​ຣັ່ງ​ທີ່​ຍາດ​ໄດ້​ຫຼຽນ​ເງິນ​ເສຍ​ໃຈ​ຈົນ​ນ້ຳ​ຕາ​ອອກ, ນາງ​ກູ​ໄອ້​ລີງ​ໄດ້​ໄປ​ຫາ​ນາງ​ເທ​ສ​ໃນ​ທັນ​ທີ, ແລ້ວກອດ​ນາງເທ​ສ​ດ້ວຍ​ຄວາມ​ອົບ​ອຸ່ນທີ່​ສຸດ.

    ນອກນີ້, ແນວ​ຄິດການ​ອອກ​ແບບ​ຕ່າງໆໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ“​ໂລກເປັນ​ຄອບ​ຄົວ​ດຽວກັນ”ຢ່າງ​ເຕັມ​ທີ່.

ໂຊກ​ດີ​ປຸຍ​ຫິ​ມະ, ພົບ​ກັນ​ໃໝ່!——ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ເອົາຫຍັງ​ມາ​ໃຫ້​ພວກ​ເຮົາ? (ບົດ​ທີ 2)  ນ້ຳ​ໃຈ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຄື ໂລກເປັນ​ອັນໜຶ່ງ​ອັນ​ດຽວ​ກັນ ເປັນ​ຄອບ​ຄົວ​ດຽວກັນ_fororder_2

ໂຊກ​ດີ​ປຸຍ​ຫິ​ມະ, ພົບ​ກັນ​ໃໝ່!——ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ເອົາຫຍັງ​ມາ​ໃຫ້​ພວກ​ເຮົາ? (ບົດ​ທີ 2)  ນ້ຳ​ໃຈ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຄື ໂລກເປັນ​ອັນໜຶ່ງ​ອັນ​ດຽວ​ກັນ ເປັນ​ຄອບ​ຄົວ​ດຽວກັນ_fororder_3

ໂຊກ​ດີ​ປຸຍ​ຫິ​ມະ, ພົບ​ກັນ​ໃໝ່!——ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ເອົາຫຍັງ​ມາ​ໃຫ້​ພວກ​ເຮົາ? (ບົດ​ທີ 2)  ນ້ຳ​ໃຈ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຄື ໂລກເປັນ​ອັນໜຶ່ງ​ອັນ​ດຽວ​ກັນ ເປັນ​ຄອບ​ຄົວ​ດຽວກັນ_fororder_4

ໂຊກ​ດີ​ປຸຍ​ຫິ​ມະ, ພົບ​ກັນ​ໃໝ່!——ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ເອົາຫຍັງ​ມາ​ໃຫ້​ພວກ​ເຮົາ? (ບົດ​ທີ 2)  ນ້ຳ​ໃຈ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຄື ໂລກເປັນ​ອັນໜຶ່ງ​ອັນ​ດຽວ​ກັນ ເປັນ​ຄອບ​ຄົວ​ດຽວກັນ_fororder_5

ໂຊກ​ດີ​ປຸຍ​ຫິ​ມະ, ພົບ​ກັນ​ໃໝ່!——ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ເອົາຫຍັງ​ມາ​ໃຫ້​ພວກ​ເຮົາ? (ບົດ​ທີ 2)  ນ້ຳ​ໃຈ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຄື ໂລກເປັນ​ອັນໜຶ່ງ​ອັນ​ດຽວ​ກັນ ເປັນ​ຄອບ​ຄົວ​ດຽວກັນ_fororder_6

ໂຊກ​ດີ​ປຸຍ​ຫິ​ມະ, ພົບ​ກັນ​ໃໝ່!——ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ເອົາຫຍັງ​ມາ​ໃຫ້​ພວກ​ເຮົາ? (ບົດ​ທີ 2)  ນ້ຳ​ໃຈ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຄື ໂລກເປັນ​ອັນໜຶ່ງ​ອັນ​ດຽວ​ກັນ ເປັນ​ຄອບ​ຄົວ​ດຽວກັນ_fororder_7

ໂຊກ​ດີ​ປຸຍ​ຫິ​ມະ, ພົບ​ກັນ​ໃໝ່!——ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ເອົາຫຍັງ​ມາ​ໃຫ້​ພວກ​ເຮົາ? (ບົດ​ທີ 2)  ນ້ຳ​ໃຈ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຄື ໂລກເປັນ​ອັນໜຶ່ງ​ອັນ​ດຽວ​ກັນ ເປັນ​ຄອບ​ຄົວ​ດຽວກັນ_fororder_8

ໂຊກ​ດີ​ປຸຍ​ຫິ​ມະ, ພົບ​ກັນ​ໃໝ່!——ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ເອົາຫຍັງ​ມາ​ໃຫ້​ພວກ​ເຮົາ? (ບົດ​ທີ 2)  ນ້ຳ​ໃຈ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຄື ໂລກເປັນ​ອັນໜຶ່ງ​ອັນ​ດຽວ​ກັນ ເປັນ​ຄອບ​ຄົວ​ດຽວກັນ_fororder_9

 

ຄຳ​ເຫັນ

0