• ຄຳອວຍພອນຂອງທ່ານ ດຣ ບົວເງິນ ພິມມະຈັກ

  • ບົດອວຍພອນຂອງທ່ານ ສົມດີ ບຸນຄຸ້ມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ
    ສປປ ລາວປະຈຳສປ ຈີນ.

  •   ນັບແຕ່ວິທະຍຸ CRI FM 93.0 MHz ໄດ້ອອກອາກາດແຕ່ປີ 2006 ເປັນຕົ້ນມາ, ລາຍການວິທະຍຸໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຟັງ ແລະ ມິດຮັກແຟນລາຍການໃນທົ່ວ ປະເທດຢ່າງກວ້າງຂວາງ, ລາຍການວິທະຍຸໄດ້ແນະນຳ ສປປ ລາວ ໄປສູ່ ສປ ຈີນ ແລະ ສາກົນກໍ່ຄືໄດ້ແນະນຳ ສປ ຈີນ ແລະ ສາກົນມາສູ່ ສປປ ລາວ, ເຮັດໃຫ້ລາວ-ຈີນ ແລະ ສາກົນ ມີຄວາມເຂົ້າອົກເຂົ້າໃຈ ແລະ ໃກ້ຊິດກັນຫຼາຍຂື້ນຕື່ມ
  • ບົດອວຍພອນຂອງທ່ານ ດຣ. ສິນລະວົງ ຄຸດໄພທູນ ລັດຖະມົນຕີ, ຫົວໜ້າຫ້ອງວ່າ
    ການລັດຖະບານ, ປະທານສະມາຄົມມິດຕະພາບລາວ-ຈີນຂັ້ນສູນກາງ ກ່າວອວຍພອນ
    ໃນໂອກາດທີ່ວິທະຍຸສາກົນແຫ່ງປະເທດຈີນ CRI FM 93.0 MHz ອອກອາກາດຢູ່
    ສປປ ລາວ ຄອບຮອບ 7 ປີ.

  •   ເປັນທີ່ຮູ້ດີວ່າໃນວັນທີ 19 ພະຈິກ2006 ຜູ້ນຳສູງສຸດຂອງທັງສອງປະເທດຄື:ທ່ານ ຈູມມະລີ ໄຊຍະສອນປະທານ
    ປະເທດແຫ່ງສປປ ລາວ ແລະທ່ານຫູຈິນທາວ ປະທານປະເທດ ສປ. ຈີນ ໄດ້ຮ່ວມກັນກົດປຸ່ມອອກອາກາດໃຫ້ແກ່
    ສະຖານນີວິທະຍຸສາກົມແຫ່ງປະເທດຈີນ CRI ຄື້ນ 93.0 MHz. ມາຮອດປີນີ້, ພໍດີໄດ້ 7 ປີແລ້ວ.
  • ບົດອວຍພອນຂອງທ່ານສີສະຫວາດ ທິລະວົງ ປະທານສະພາການຄ້າແລະອຸດສາຫະກຳ ແຫ່ງຊາດລາວ

  •   ເນື່ອງໃນກາລະໂອກາດຄົບຮອບ 7 ປີ ຂອງການອອກອາກາດຄື້ນວິທະຍຸ CRI FM 93.0 MHz ທີ່ ສປປ ລາວ, ໃນນາມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຂ້າພະເຈົ້າຮູ້ສຶກດີໃຈແລະຂໍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ກັບຜົນສຳເລັດໃນໄລຍະ ຜ່ານມາຂອງຄື້ນວິທະຍຸ CRI FM 93.0 MHz ທີ່ໄດ້ໃຫ້ການບໍລິການສັງຄົມລາວ ແລະ ເສີມສ້າງສາຍພົວພັນ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນຂື້ນເລື້ອຍໆ
  • ບົດອວຍພອນທ່ານ ວິຈິດ ຊິນດາວົງ ຜູ້ຊ່ວຍລັດຖະມົນຕີ, ຮອງປະທານ ຄະນະກຳມາທິການຮ່ວມມືລາວ-ຈີນ.

  •   ໃນນາມສ່ວນຕົວ ແລະ ໃນນາມຂອງພະນັກງານຫ້ອງການຄະນະກຳມາທິການຮ່ວມມືລາວ-ຈີນ ທັງໝົດ, ຂ້າພະເຈົ້າ ຂໍອວຍພອນໃຫ້ບັນດາສະຫາຍ ໄດ້ຮັບຜົນສຳເລັດຫຼາຍຂື້ນຕື່ມໃນ 7 ປີ ຕໍ່ໜ້າ ແລະ ຍາວກວ່ານັ້ນ, ປະກອບສ່ວນແນະນຳລາວໃຫ້ຈີນ, ແນະນຳຈີນໃຫ້ລາວ ແລະ ແນະນຳລາວ, ຈີນ ໃຫ້ໂລກໄດ້ຫຼາຍ ແລະ ດີຂື້ນຕື່ມ. ຂໍອວຍພອນໃຫ້ພະນັງງານ CRI ພາກພາສາລາວທຸກຄົນ ລວມທັງພວກສະຫາຍ ທີ່ປະຈຳຢູ່ວຽງຈັນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກຕະຫຼອດໄປ.
  • ຄຳອວຍພອນຂອງທ່ານ​ສຈ.ດຣ ບໍ່​ແສງ​ຄຳ ວົງ​ດາລາ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ​ແລະ​ທ່ອງ​ທ່ຽວ

  •   ​ເນື່ອງ​ໃນ​ໂອກາດ​ທີ່​ວິທະຍຸ CRI FM 93.0 MHz ຄົບຮອບ 7 ປີ(2006-2013), ຂ້າພະ​ເຈົ້າ​ຕາງໜ້າ​ໃຫ້​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ​ແລະ​ທ່ອງ​ທ່ຽວ, ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນງານ​ການ​ມີ​ສ່ວນ​ຮ່ວມ​ໃນ​ວົງ​ການ​ສື່​ມວນ​ຊົນ​ລາວ​ແລະ​ເປີດ​​ເສັ້ນທາງ​ເລືອກ​ໃໝ່​ໃຫ້​ແກ່​ຜູ້​ຟັງ​ຄົນ​ລາວ​ທັງຫຼາຍ.

  • ຄຳອວຍພອນຂອງທ່ານ ສີທົງ ຈິດໂຍທິນ

  •   ຂ້າພະ​ເຈົ້າ​ມີ​ຄວາມ​ຊົມ​ຊື່ນຍິນ​ດີຕໍ່​ການຂະຫຍາຍ​ເວລາ​ອອກ​ອາກາດ​ຂອງວິທະຍຸ​ສາກົນຂອງ ສປ.​ຈີນ​ໃນ​ຄັ້ງ​ນີ້ ອັນ​ຈະ​ເປັນ​ການ​ປະກອບສ່ວນ​ເພີ່ມ​ເວລາ​ຂອງ​ການ​ສື່ສານ​ອອກ​ອາກາດ ​ເພື່ອ​ໃຫ້​ປະຊາຊົນ​ສອງ​ຊາດ​ລາວ-​ຈີນ​ໄດ້​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຕໍ່​ສະພາບ​ການ​ພັດທະນາ​ເສດຖະກິດ-​ສັງຄົມຂອງ​ແຕ່ລະ​ປະ​ເທດ​ໄດ້​ດີ​ຂຶ້ນກວ່າ​ເກົ່າ, ທັງ​ເປັນ​ການ​ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນລະຫວ່າງ​ລາວ-​ຈີ​ນ ​ໃຫ້​ມີ​ຄວາມ​ໃກ້ຊິດ ​ແລະ ໜັກ​ແໜ້ນຍິ່ງໆຂຶ້ນ
  • ທ່ານ ສົມສະໜຸກ ມີໃຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ

  •   ໃນໂອກາດ ( CRI ) FM 93.0 MHz ຄົບຮອບ 7 ປີ, ຂ້າພະເຈົ້າ ມີຄວາມພາກພູມໃຈໃນນາມຜູ້ຟັງ
    ຜູ້ໜື່ງຂໍອວຍພອນໃຫ້ທີມວິທະຍຸ ( CRI ) FM 93.0 MHz ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ແລະຂໍໃຫ້
    ວິທະຍຸ( CRI )  ຈົ່ງຢືນຢົງຄົງຕົວຢູ່ກັບຄັນລາວຕະຫຼອດໄປ.

  • ຄຳອວຍພອນຂອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ

  •   ເປັນທີ່ຮູ້ຈັກກັນດີແລ້ວວ່າ: CRI FM 93.0 MHz ຊື່ງແມ່ນເຄືອຄ່າຍສົ່ງສັນຍານຕໍ່ ແຫ່ງທຳອິດຂອງ CRI
    ແຫ່ງປະເທດຈີນໃນຂົງເຂດອາຊຽນ ໄດ້ສ້າງຕັ້ງຂື້ນແລະເປີດການນຳໃຊ້ໃນ ສປປ ລາວ ໃນວັນທີ 19 ພະຈິກ
    2006,  ໂດຍໃຫ້ກຽດເຂົ້າຮ່ວມ ກົດປຸ່ມການນຳໃຊ້ຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດລາວເຮົາ
    ແລະ ທ່ານ ຫູຈິນທ່າວ ປະທາດປະເທດຈີນ.
  • ບົດອວຍພອນຂອງທ່ານ ດຣ. ບຸນຈອມ ວົງເພັດ

  •   ຂ້າພະເຈົ້າໃນນາມສ່ວນຕົວ​ແລະ​​ໃນ​ນາມ​ໂທລະພາບ​ແຫ່ງ​ຊາດ​ລາວ, ຂໍອວຍໄຊໃຫ້ພອນແດ່ຄະນະບັນນາ
    ທິການ. ຜູ້ຈັດທຳລາຍການທຸກໆທ່ານຂອງ CRI FM93MHz ຈົ່ງມີແຕ່ຄວາມສຸກຄວາມຈະເລີນແລະນໍາ
    ເອົາຂໍ້ມູນຂ່າວສານຕ່າງໆມອບໃຫ້ກັບປະຊາຊົນລາວເຊິ່ງເປັນແຟນລາຍການຂອງCRI FM 93.0 MHz
    ນັບມື້ນັບດີຂື້ນຢ່າງບໍ່ຢຸດຢັ້ງ.