ຂ່າວຈີນ

ຂ່າວສາກົນ

ຂ່າວອາຊຽນ

ປະກາດເຄື່ອງໝາຍແລະຫົວຂໍ້ຕົ້ນຕໍຂອງງານລາຕີສະຫຼອງບຸນກຸດຈີນຂອງ CMG ປີ 2026

ຊີຈີ້(ມ້າດີ)ຕ້ອນຮັບລະດູບານໃໝ່,ທຸກສິ່ງທຸກຢ່າງເຂົ້າສູ່ຂະບວນການເດີນທາງອັນໃໝ່! ວັນທີ 10 ທັນວານີ້, ວິທະຍຸໂທລະພາບສູນກາງຈີນຫຼື CMG ໄດ້ປະກາດເຄື່ອງໝາຍແລະຫົວຂໍ້ຕົ້ນຕໍຂອງງານລາຕີສະຫຼອງບຸນກຸດຈີນປີ 2026. ງານລາຕີສະຫຼອງບຸນກຸດຈີນປີມະເມຍພາຍໃຕ້ຫົວຂໍ້ “ມ້າດີທີ່ບໍ່ຍອມຢຸດຢັ້ງ” ຈະເຊີນຊວນຊາວຈີນຢູ່ໃນຂອບເຂດທົ່ວໂລກຮ່ວມຊົມເທສະການທາງວັດທະນະທຳທີ່ມີຄວາມຟົດຟື້ນມ່ວນຊື່ນ,ມີຄວາມອົບອຸ່ນແລະເຕັມໄປດ້ວຍຫົວຄິດປະດິດສ້າງໃນວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທ່າມກາງຄວາມເບີກບານມ່ວນຊື່ນແລະເປັນສິລິມຸງຄຸນ. “ຊີຈີ້”ແມ່ນຄຳເວົ້າຂອງຄົນຈີນບູຮານເພື່ອຮຽກມ້າທີ່ດີແລະແລ່ນໄວ ເຊິ່ງໄດ້ສະທ້ອນໃຫ້ເຫັນຈິດໃຈແລະຄຸນສົມບັດຂອງປະຊາຊາດຈີນທີ່ບຸກເບີກສູ້ຊົນກ້າວໄປຂ້າງໜ້າແລະພະຍາຍາມຢ່າງບໍ່ທໍ້ຖອຍ; ການອອກສຽງ “ຊີຈີ້” ກໍ່ຄ້າຍຄືສຽງຄຳສັບທີ່ມີຄວາມໝາຍວ່າ “ສິ່ງມະຫັດສະຈັນ”, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄວາມຕັ້ງໃຈທີ່ຈະສ້າງສິ່ງມະຫັດສະຈັນແລະຄວາມໝັ້ນໃຈທີ່ຈະກ້າວໄປຂ້າງໜ້າຢ່າງອົງອາດກ້າຫານ,ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງທີ່ສວຍງາມຂອງປະຊາຊາດຈີນທີ່ມີຕໍ່ຂະບວນການເດີນທາງອັນໃໝ່ແລະຍຸກສະໄໝໃໝ່.

10-Dec-2025
ວິ​ເຄາະ​ແນວ​ຄິດ​ໃໝ່​ຂອງ​ຈີນ
ສີ​ແສງ​ແຫ່ງ​ຍຸກ
锐时评
党的二十大
青年说-中老青年演讲大赛

ລາຍການເດັ່ນ