ທ່ານ​ຫຼີ​ເຄີ້ສ໋ຽງຂຽນ​ບົດ​ຄວາມ​ລົງ​ໜັງສືພິມ​ຂອງ​ປະ​ເທດ​​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ
2013-11-26 15:00:04  cri 
ວັນ​ທີ 25 ພະຈິກ​ນີ້, ທ່ານ​ຫຼີ​ເຄີ້ສ໋ຽງ, ນາຍົກລັດຖະມົນຕີຈີນ​ໄດ້​ຂຽນ​ບົດ​ຄວາມ​ລົງ​ໃນໜັງສືພິມ​ຂອງ​ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນອອກ​ທີ່​ມີ​ຫົວ​ຂໍ້​ວ່າ "ການ​ຖາມ​ຂ່າວ​ທີ່​ຂ້າມ​ພູ​ພັນ​ຊັ້ນ​ນະທີ​ຂັ້ນ​ໝື່ນ​ສາຍ—ຂຽນ​ໃນ​ເວລາ​ທີ່​ໃກ້​ຈະ​ຈັດ​ການ​ພົບ​ປະ​ຜູ້ນຳ​ຈີນ-​ປະ​ເທດ​ເອີ​ລົບກາງ​ແລະ​ຕາ​ເວັນ​ອອກ"

ບົດ​ຄວາມ​ຂຽນ​ວ່າ, ​ເຖິງ​ວ່າ​ຈີນ​ແລະ​ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ຫ່າງ​ກັນ​​ໄກແສນ​ໄກ, ​ແຕ່​ວ່າ​ຫົວ​ໃຈ​ຂອງ​ພວກ​ເຮົາ​ແມ່ນ​ຕິດ​ກັນ. ກ່ອນ​ນີ້ 60 ປີ​ເມື່ອ​ປະ​ເທດ​ຈີນ​ໃໝ່​ສ້າງ​ຕັ້ງ​ຂຶ້ນ, ກໍ່​ແມ່ນ​ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​​ໄດ້​ໃຫ້ການຮັບຮອງ​ກ່ອນ​ໝູ່, ​ໄດ້​ເປີດ​ສາກ​ໃໝ່​ຂອງ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຈີນ​ກັບປະ​ເທດ​​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ. ບົດ​ຄວາມ​ຊີ້​ອອກ​ວ່າ, ປີ 2012, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ມີ​ເຖິງ 50 ຕື້​ກວ່າ​ໂດ​ລາ, ການ​ຮ່ວມ​ມື​ດ້ານເສດຖະກິດ​ການ​ຄ້າ​ໄດ້​ຮັບ​ໝາກຜົນ​ທີ່​ດີ. ບົດ​ຄວາມ​ກ່າວ​ເນັ້ນ​ວ່າ, ການ​​ແລກປ່ຽນ​ດ້ານ​ວັດທະນະທຳ​ລະຫວ່າງ​ຈີນ​ກັບປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ສາມາດ​​ເວົ້າ​ໄດ້​ວ່າ​ດີ​ເດັ່ນ​ຫຼາຍ. ປະ​ເທດ​​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ແມ່ນ​ສະມາຊິກ​ສຳຄັນ​ຂອງ​ຄອບຄົວ​ໃຫຍ່​ເອີ​ລົບ, ຈີນ​ສະໜັບສະໜູນ​ປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ເຂົ້າ​ເປັນ​ສະມາຊິກ​ສະຫະພາບ​ເອີ​ລົບ, ​ເຊື່ອ​ວ່າການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຈີນ​ກັບປະ​ເທດ​ເອີ​ລົບ​ກາງ​ແລະ​ຕາ​ເວັນ​ອອກ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ປະຊາຊົນ​ຂອງ​ສອງ​ຝ່າຍ​ເທົ່າ​ນັ້ນ, ​ແຕ່​ເປັນ​ການ​ສ້າງ​ກຳລັງ​ແຮງ​ໃໝ່​​ແຫ່ງ​ການ​ຊຸກຍູ້​ການ​ຂະຫຍາຍຕົວ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ເອີ​ລົບຢ່າງ​ແຂງ​ແຮງ, ສະ​ເໝີ​ພາບ​ແລະ​ແບບ​ຍືນ​ຍົງ.
ຜູ້ດຳເນີນລາຍການ