"ເທດ​ສະ​ການ​ຮູບ​ເງົາ​ດີ​ເດັ່ນ​ຂອງ​ຈີນ​ທົ່ວ​ປະ​ເທດ​ລາວ" ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຜູ້​ຊົມ
2017-11-09 16:29:38  cri 
ຕາມ​ຂ່າວ CRI: ພິ​ທີ​ສາຍ​ຮູບ​ເງົາ​ຮອບ​ປະ​ຖົມ​ມະ​ເລີກ "ເທດ​ສະ​ການ​ຮູບ​ເງົາ​ດີ​ເດັ່ນ​ຂອງ​ຈີນ​ທົ່ວ​ປະ​ເທດ​ລາວ" ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ​ໃນ​ວັນ​ທີ 5 ພະ​ຈິກ​ນີ້. ໂດຍ​ມີ​ທ່ານ ອຸ່ນທວງ ຂາວ​ພັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລາວ, ທ່ານ​ຫວາງ​ເວີນ​ທຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ, ບຸກ​ຄົນ​ວົງ​ການ​ຕ່າງ​ໆ​ຂອງ​ລາວ, ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ຈີນ ຄົນ​ລາວ​ເຊື້ອ​ສາຍ​ຈີນ​ແລະ​ຄົນ​ຈີນ​ທີ່​ອາ​ໄສ​ຢູ່​ລາວ​ເຂົ້າ​ຮ່ວມ, ແລະ​ຊົມ​​ຮູບ​ງົບ​ຮອບ​ປະ​ຖົມ​ມະ​ເລີກ​ດັ່ງ​ກ່າວ.


​ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ​ຫຼັງ​ຊົມ​ຮູບ​ເງົາ​ດັ່ງ​ກ່າວ, ທ່ານ​ອຸ່ນ​ທວງ ຂາວ​ພັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລາວກ່າວ​ວ່າ, ການ​ຈັດ​ກິດ​ຈະ​ກຳດັ່ງ​ກ່າວ​ໃນ​ໂອ​ກາດ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ຈະ​ຢ້ຽມ​ຢາມ​ປະ​ເທດ​ລາວ​ໃນ​ໄວໆ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ຫຼາຍ. ທ່ານ​ກ່າວ​ວ່າ: 

 ຮູ້​ສຶກ​ດີ​ໃຈ​ທີ່​ໄດ້​ຮັບ​ການ​ເຊີນ​ເຊົາ​ມາ​ເບິ່ງ​ເທດ​ສະ​ການ​ຮູບ​ເງົາ​ດີ​ເດັ່ນ​ຂອງ​ຈີນ​ໃນ​ຄັ້ງ​ນີ້, ແລະ​ກໍ​ຈະ​ເຮັດ​ໃຫ້​ຄົນ​ລາວ​ໄດ້​ຮູ້​ເຖິງ​ການ​ເປັນ​ຢູ່​ແລະ​ວັດ​ທະ​ນະ​ທຳ​ຂອງ​ຈີນ. ຜ່ານ​ມາ​ເຮົາ​ກະ​ໄດ້​ຮັບ​ຊົມສິນ​ລະ​ປະ​ວັນ​ນະ​ຄະ​ດີ​ຂອງ​ຈີນ​ແລະ​ອັນ​ນີ້​ເປັນ​ກິດ​ຈະ​ກຳ​ໜຶ່ງ​ທີ່​ເປັນ​ຮູບ​ເງົາ​ເປັນ​ການ​ແລະ​ປ່ຽນ​ລະ​ຫວ່າງ​ກົມ​ຮູບ​ເງົາ​ແລະ CRI ທີ່​ເຮັດ​ໃຫ້​ເຮົາ​ໄດ້​ບົດ​ຮຽນ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ການ​ດຳ​ລົງ​ຊີ​ວິດ​ຂອງ​ພວກ​ເຮົາ​ໃຫ​ມັນ​ໜຽວ​ແກ່ນ​ຍິ່ງ​ຂຶ້ນກວ່າ​ຝ​ກ່າວ. ສຳ​ລັບ​ການ​ຈັດ​ງານ​ຂ້າ​ພະ​ເຈົ້າ​ຂໍ​ຊົມ​ເຊີຍ​ວ່າ​ເປັນ​ແບບ​ທີ່​ລຽບ​ງ່າຍ​ທີ່​ມີ​ເນື້ອ​ໃນ​ສົມ​ບູນ​ແບບ​ໃນ​ການ​ຈັດ​ງານ​ເທ​ດ​ສະ​ການ​ຂອງ​ພວກ​ເຮົາ.
1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ