"ເທດ​ສະ​ການ​ຮູບ​ເງົາ​ດີ​ເດັ່ນ​ຂອງ​ຈີນ​ທົ່ວ​ປະ​ເທດ​ລາວ" ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຜູ້​ຊົມ
2017-11-09 16:29:38  cri 


ທ່ານ​ຕ້າ ເອ​ແພັກ ​ນັກ​ຮ້ອງຊື່​ດັງ​ຂອງ​ລາວ​​ທີ່ຜູ້​ພາກ​ສຽງ​​ພະ​ເອກຮູບ​ເງົາ​ເລື່ອງ​ "ໝາ​ປ່າ​ພະ​ຈົນ​ໄພ"ກ່າວ​ວ່າ​ມັນ​ເປັນ​ສິ່ງ​ທ້າ​ທາຍ​ເຊິ່ງເບິ່ງ​ຄື​ວ່າງ່າຍ​ແຕ່​ເຮັດ​ຍາກ.ທ່ານ​ກ່າວ​ວ່າ:
ແຕ່ກ່ອນຄິດວ່າງ່າຍແຕ່ກ່ອນມີຕຳໜິວ່ານັກພາກບໍ່ກົງກັບໂຕລະຄອນ, ແຕ່ຫລັງຈາກຕົນ ເອງລອງເບິ່ງ, ໂອ້ເປັນພາສາທີ່ເວົ້າປົກກະຕິຂອງເຮົານີ້ແຫລະແຕ່ເວລາພາກຮູບເງົາມັນຄືຍາກ ແທ້, ເຮົາຕ້ອງເຂົ້າໃຈບົດລະຄອນ, ຕ້ອງເຂົ້າໃຈເຖິງໂຕຕົນຂອງເຂົາແລະຕ້ອງຮູ້ວ່າ ເຂົາເຮັດ ຫຍັງຢູ່ແລະເຂົສຮູ້ສຶກຫຍັງຕອນນັ້ນ ເຊິ່ງເປັນອີ່ຫຍັງທີ່ເຂົ້າໃຈຍາກ.


ທ່ານ​ຕ້າ ເອ​ແພັກ ​​ຮູ້​ສຶກ​ພໍ​ໃຈ​ທີ່​ສຸດ​ຕໍ່​ຜົນ​ງານ​ການ​ພາກ​ຮູບ​ເງົາ​ເລື່ອງ​ທຳ​ອິດ​ຂອງ​ຕົນແລະ​​ຂໍ​ເຊີນ​ແຟນ​ຄ​ລັບຂອງ​ຕົນ​ໄປ​ເບິ່ງ​ຮູບ​ເງົາ​ເພື່ອ​ສຳ​ຜັດ​ກັບ​ມົນ​ສະ​ເໜ່​ຂອງ​ຮູບ​ເງົາ​ຈີນ.​ເຊັ່ນ​ດຽວ​ກັນ​ກັບທ່ານ​ຕ້າ ເອ​ແພັກ ​, ນາງວຽງ​ລາ​ຕີ ກຽດ​ສັດ​ຖາ ​ຜູ້​ດີ​ເດັ່ນ​ຈາກ​ການ​ປະ​ກວດ​ນັກພາກຮູບ​ເງົາ​ທີ່​ໄດ້​ພາກ​​ສຽງເປັນ​ເທື່ອ​ທຳ​ອິດ​ເຊັ່ນ​ກັນ. ນາງ​ບອກວ່າ,ຕົນ​ໄດ້​ປະ​ໂຫຍດຫຼາຍ​ຢ່າງ​ຈາກ​ຮູບ​ເງົາ​ສອງ​ເລື່ອງ. ນາງ​ກ່າວ​ວ່າ:
ສຳລັບຂ້າພະເຈົ້າເອງແມ່ນໄດ້ພາກຮູບເງົາທັງສອງເລື່ອງເລີຍ, ຄືເລື່ອງ ໝາປ່າຜະຈົນໄພ ແລະ ເລື່ອງ ມະເຮັງຂອງຂວັນວັນເກີດຄົບຮອບ 29 ປີ, ສຳລັບເລື່ອງໝາປ່າພະຈົນໄພ ແມ່ນຂ້າພະເຈົ້າໄດ້ພາກສຽງເປັນຕົວປະກອບໃນບົດຂອງເດັກນ້ອຍ, ມີບາຢ່າ, ບັນດາໝູ່ຂອງ ບາຢ່າແລະສຽງປະກອບແມ່ຍິງອື່ນທີ່ຢູ່ໃນຮູບເງົາເລື່ອງນີ້, ແລະສຳລັບຮູບເງົາເລື່ອງມະເຮັງ ຂອງ ຂວັນ ວັນເກີດຄົບຮອບ 29 ປີ ແມ່ນຂ້າພະເຈົ້າພາກສຽງເປັນແຟນໃໝ່ກັບ ນາງພະຍາບານ, ຄວາມຮູ້ສຶກຂອງຕົນເອງໃນການພາກສຽງຄັ້ງນີ້ແມ່ນຮູ້ສຶກມີຄວາມປະທັບໃຈຫຼາຍໃນຮູບເງົາທັງສອງເລື່ອງເລີຍ ໂດຍສະເພາະພິເສດແມ່ນ ເລື່ອງໝາປ່າຜະຈົນໄພ ເພາະເຮັດໃຫ້ຂ້າພະເຈົ້າໄດ້ ຮູ້ກ່ຽວກັບວັດທະນາທຳຊົນເຜົ່າຂອງຊາວຈີນເຊິ່ງມີຄວາມລະອຽດອ່ອນ, ການດຳລົງຊີວິດມີ ຄວາມຮັກຄວາມຜູກພັນກັບສັດແລະທຳມະຊາດ, ສຳລັບເລື່ອງມະເຮັງກໍ່ເປັນເລື່ອງທີ່ປະທັບໃຈ ອັນໜື່ງກ່ຽວການຕໍ່ສູ້ກັບພະຍາດໂດຍສະເພາະແມ່ນນາງເອກ ເຊິ່ງຄອບຄົວຂອງຂ້າພະເຈົ້າ ກໍ່ເປັນພະຍາດຮ້າຍນີ້ ແລະ ໄດ້ເສຍຊີວິດໃນວັນເກີດຂອງລາວເຊັ່ນກັນ. ແລະທັງສອງເລື່ອງນີ້ ແມ່ນຮູບເງົາດີເດັ່ນຂອງຈີນເພາະສະນັ້ນ, ຢາກຂໍເຊີນຊວນໝົດທຸກຄົນມາເບິ່ງມາຊົມຮູບເງົາທັງ ສອງເລື່ອງນີ້ ເພາະເປັນເລື່ອງທີ່ມີເນື້ອໃນຄວາມໝາຍດີ ແລະ ເໝາະສຳລັບຜູ້ຊົມທຸກ ເພດທຸກ ໄວບໍ່ວ່າຈະເປັນເດັກນ້ອຍ, ຜູ້ໃຫຍ່, ຜູ້ເຖົ້າ ກໍ່ສາມາດເບິ່ງໄດ້ເຊິ່ງໃຫ້ຂໍ້ຄິດຫຼາຍໆດ້ານຈາກ ຮູບເງົາທັງສອງເລື່ອງເລີຍ ຂໍຂອບໃຈ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ