"ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ" ທີ່ສະຖານທູດຈີນ, ກະຊວງຖະແຫຼງຂ່າວ ວັດທະທຳແລະທ່ອງທ່ຽວລາວຮ່ວມກັນເປັນເຈົ້າພາບແລະຮ່ວມຈັດໂດຍວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວແລະກົມຮູບເງົາກະຊວງຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວລາວໄດ້ຈັດຂຶ້ນນັ້ນຈະສາຍຮູບເງົາດີເດັ່ນຈີນ 2 ເລື່ອງຄື: ໝາປ່າພະຈົນໄພ ແລະມະເຮັງ…ຂອງຂວັນວັນເກີດຄົບຮອບ 29 ປີ. ໃນຖານະເປັນຜູ້ຮັບຜິດຊອບເຈົ້າພາບຝ່າຍລາວ, ທ່ານ ວິທູນ ສູນດາລາ ຫົວໜ້າກົມຮູບເງົາເຫັນວ່າຮູບເງົາ 2 ເລື່ອງນີ້ແມ່ນຮູບເງົາດີເດັ່ນທີ່ແປຈາກຮູບເງົາຕ່າງປະເທດ.
ທ່ານ ວິທູນ ສູນດາລາ: ພາຍຫຼັງທີ່ໄດ້ຮັບຊົມຮູບເງົາເລື່ອງນີ້ແລ້ວຮູ້ສຶກວ່າ ການພາກພາສາ ລາວຂອງນັກພາກຖືວ່າຢູ່ໃນລະດັບດີສົມຄວນ ຫຼືວ່າດີຫຼາຍຫັນແຫຼະ ຖືວ່າຢູ່ໃນລະດັບສາກົນ ໄດ້ແລ້ວ ແລະນັກພາກກະເປັນທັງສິນລະປິນທີ່ເຄີຍເວົ້າເຄີຍວ່າ ໝາຍຄວາມວ່າມັນກະໃຊ ເຕັກນິກເນາະ ຫຼັງຈາກພາກມາແລ້ວຍັງມາຕັດຕໍ່ໃສ່ພາບເບິ່ງແລ້ວມັນຄືອີ່ຫຼີ ຄືນັກສະແດງຈີນ ເວົ້າພາສາລາວອີ່ຫຼີມັນຊຶ້ງໄປນຳ ມັນຊຶມຊັບໄປນຳບໍ່ວ່າຈະພາກເສົ້າ, ມ່ວນຊື່ນ ເຮົາຈະສວມວິນ ຍານໄດ້ເລີຍ ຄືຂ້າພະເຈົ້າເອງກໍ່ເປັນຜູ້ຮັກການສ້າງຮູບເງົາຜູ້ໜຶ່ງເນາະ ເບິ່ງລະກະຊຶ້ງໄປໃນ ການພາກ, ການສະແດງຂອງໂຕລະຄອນ ເສົ້ານໍ້າຕາມັນກະອອກແບບບໍ່ຮູ້ໂຕເລີຍ. ທັດສະນະ ສ່ວນໂຕຂອງຂ້າພະເຈົ້າຄື: ມັນເປັນການສົ່ງເສີມການພັດທະນານັກພາກລາວ ແລະເຮັດໃຫ້ເປັນຕົວຢ່າງວ່າຮູບເງົາຕ່າງປະເທດມາສາຍຢູ່ປະເທດລາວຕ້ອງພາກເປັນພາສາລາວ ສົ່ງເສີິມທັງວຽກຮູບເງົາ, ສົ່ງເສີມທັງນັກພາກ ໝາຍຄວາມວ່າໃຫ້ມັນມີເພີ້ມຂຶ້ນ, ຫຼາຍຂຶ້ນລະກະ ເກັ່ງຂຶ້ນອີກ.
ເພື່ອໃຫ້ປະຊາຊົນລາວສຳຜັດກັບມົນສະເໜ່ຂອງຮູບເງົາໃຫ້ຫຼາຍຂຶ້ນກວ່າເກົ່າ ແລະສົ່ງເສີມການພັດທະນາຂະແໜງການຮູບເງົາລາວ, ນອກຈາກການແປບົດຮູບເງົາແລ້ວ, ວິທະຍຸສາກົນແຫ່ງປະເທດຈີນCRIຍັງໄດ້ປະກວດພາກຮູບເງົາໂດຍຄັດເລືອກນັກພາກສະໝັກຫຼິ້ນ 3 ຄົນຈາກຜູ້ເຂົ້າຮ່ວມປະກວດໃນທົ່ວປະເທດລາວຮ່ວມກັບນັກພາກແລະນັກສະແດງຮູບເງົາລາວທີ່ມີຊື່ສຽງພາກຮູບເງົາ.