"ເທດ​ສະ​ການ​ຮູບ​ເງົາ​ດີ​ເດັ່ນ​ຂອງ​ຈີນ​ທົ່ວ​ປະ​ເທດ​ລາວ" ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຜູ້​ຊົມ
2017-11-09 16:29:38  cri 


ທ່ານເທ​ເລີ້ ສີ​ສົມ​ບັດ ຜູ້​ຊົມ​ຮູບ​ເງົາ​ບອກ​ນັກ​ຂ່າວ​ວ່າ ຕົນ​ຕື້ນ​ຕັນ​ໃຈ​ຈົນ​ນ້ຳ​ຕາ​ໄຫຼ 3 ເທື່ອ​ໃນ​ເວ​ລາ​ເບິ່ງ​ຮູບ​ເງົາ​ເລື່ອງ "ມະ​ເຮັງ​…ຂອງ​ຂວັນ​ວັນ​ຄົບ​ຮອບ 29 ປີ".
ເທເລີ້ ສີສົມບັດ ກ່າວ​ວ່າ:ມື້ນີ້ເທເລີ້ມາເບິ່ງຮູບເງົາ ຮູ້ສຶກປະທັບໃຈຫຼາຍ ບໍ່ຄິດມາກ່ອນເລີຍ ວ່າວົງການຮູບເງົາຈະກ້າວກະໂດດຂະຫນາດນີ້. ສຳລັບຮູບເງົາເທເລີ້ຄິດວ່າເປັນຮູບເງົາທີ່ຊຶ້ງ, ຕະຫຼົກແລະໂຣແມນຕິກທີ່ເຮັດໃຫ້ເທເລີ້ເສຍນ້ຳຕາອອກມາຕັ້ງ 3 ຮອບເລີຍ, ຕອນທຳອິດທີ່ໄຫ້ ແມ່ນຕອນທີ່ນາງເອກບອກລາກັບຄອບຄົວ, ບອກລະຫັດບັດທະນາຄານກັບແມ່, ຕອນທີ 2 ແມ່ນຕອນທີ່ພະເອກເສຍໃຈທີ່ເຫັນນາງເອກກຳລັງຈະຈາກໄປ ແລະ ຕອນທີ 3 ແມ່ນຕອນທີ່ ສາຍວິດີໂອທີ່ນາງເອກອັດໄວ້ເຊີໄພຣ້ໃນມື້ງານສົບຂອງຕົນເອງ.  
ຮູບເງົາເລື່ອງນີ້ເປັນຮູບເງົາເລື່ອງທຳອິດທີ່ມີສິນລະປິນລະດັບທ໋ອບຂອງວົງການບັນເທີງລາວຮ່ວມກັນພາກສຽງເປັນພາສາລາວ ແລະ ຖືວ່າອ້າຍເອື້ອຍເຮັດອອກມາໄດ້ດີຫຼາຍ ເທເລີ້ຢາກ ໃຫ້ທຸກຄົນມາເບິ່ງ ແລະ ເຊຍວົງການບັນເທີງລາວ ວ່າການພັດທະນາການແປພາສາລາວ ໄດ້ດີຊໍ່າໃດ ແລ້ວມາເບິ່ງກັນເດີ້.

ການ​ສາຍ​ຮູບ​ເງົາ​ດີ​ເດັ່ນ​ຂອງ​ຈີນ​ທົ່ວ​ປະ​ເທດ​ລາວ​ຄັ້ງ​ນີ້​ຈະ​ສາຍ​ຮູບ​ເງົາ​ຈີນ​ພາກ​ສຽງ​ພາ​ສາ​ລາວ​ທັງ​ປະ​ກອບ​ຕົວ​ໜັງ​ສື​ຈີນ​ລອດ​ພື້ນ. ຫຼັງ​ຈາກ​ມື້​ຈັດ​ພິ​ທີ​ສາຍ​ຮູບ​ເງົາ​ຮອບ​ປະ​ຖົມ​ມະ​ເລີກ​ຮອດ​ກາງ​ເດືອນທັນ​ວາ​ເປັນ​ເວ​ລາ1ເດືອນ, ຈະ​ສາຍ​ຮູບ​ເງົາ​ໂດຍ​ບໍ່​ເ​ກັບ​ຄ່າ​ປີ້​ຢູ່​ໂຮງ​ຮູບ​ເງົາ​ແລະ​ບ້ານ​ຕ່າງໆ​ໃນ 8 ແຂວງ​ແລະ​ເມືອງ​ເປັນ​ຕົ້ນ​ນະ​ຄອນຫຼວງວຽງ​ຈັນ,ຫຼວງ​ພະ​ບາງ​ແລະ​ອື່ນໆ ເພື່ອ​ໃຫ້​ປະ​ຊາ​ຊົນ​ລາວ​ຮັບ​ຮູ້​ວັດ​ທະ​ນະ​ທຳ​ຈີນ,ເຂົ້າ​ໃຈ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ຈີນ​ແລະ​ຮູ້​​ປະ​ເທດ​ຈີນ​ໃຫ້ຫຼາຍກວ່າ​ເກົ່າ.


1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ