​ຮ່ວມ​ມື​ກັນສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​​ທີ່​ມີ​ຄວາມ​ໝາຍ​​ຍຸດ​ທະ​ສາດ
2017-11-13 18:26:48  cri 

​ຮ່ວມ​ມື​ກັນສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​​ທີ່​ມີ​ຄວາມ​ໝາຍ​​ຍຸດ​ທະ​ສາດ
ໂດຍ​ ສະ​ຫາຍ ສີ​ຈິ້ນ​ຜິງ
ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ສ​ປ​ ຈີນ


ວັນ​ທີ 13 ພະ​ຈິກນີ້ ໃນ​ໂອ​ກາດ​ຢ້ຽມ​ຢາມ ສ​ປ​ປ ລາວ​ທາງ​ລັດ​ຖະ​ກິດ, ສະ​ຫາຍ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ສ​ປ ຈີນ​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ເລື່ອງວ່າ: ຮ່ວມ​ມື​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ໃສ່​ໜັງ​ສື​ພິມ ປະ​ຊາ​ຊົນ, ໜັງ​ສື​ພິມ ປະ​ເທດ​ລາວ ແລະ​ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສ ເຊິ່ງ​ບົດ​ຄວາມ​ມີ​ເນື້ອ​ໃນ​ດັ່ງ​ນີ້:

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ສະ​ຫາຍ​ ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ ສ​ປ​ປ ລາວ, ຂ້າ​ພະ​ເຈົ້າ​ຈະ​ເດີນ​ທາງ​ມາ​ຢ້ຽມ​ຢາມ ສ​ປ​ປ ລາວ​ທາງ​ລັດ​ຖະ​ກິດ. ຂ້າ​ພະ​ເຈົ້າ​ເຄີຍ​ມາ​ຢ້ຽມ​ຢາມ​ລາວ​ສອງ​ເທື່ອ​ແລ້ວ ເຊິ່ງ ປະ​ຊາ​ຊົນ​ລາວ​ຜູ້​ທີ່​ມັກ​ແຂກ​ມັກ​ຄົນ, ທາດ​ຫຼວງ​ທີ່​ນະ​ຄອນ​ຫຼວງວຽງ​ຈັນ​ທີ່ເຫຼືອງ​ເຫຼື້ອມ​ງາມ​ຕາ ແລະ​ແຄມ​ຂອງ​ທີ່​ມີ​ພາບ​ວິວ​ທິວ​ທັດ​ທີ່​ສວຍ​ສົດ​ງົດ​ງາມ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ. ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ຈະ​ໄດ້​ພ້ອມ​ກັບ​ເພື່ອນ​ເກົ່າ​ແລະ​ໃໝ່​ຂອງລາວ ຫວນ​ຄືນ​ມິດ​ຕະ​ພາບ, ສະ​ແຫວງ​ຫາການ​ພັດ​ທະ​ນາ​ ເພື່ອ​ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາມ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ປະ​ເທດ​ຈີນ ແລະ​ປະ​ເທດ​ລາວ​​ ແມ່ນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ມິດ​ຕະ​ພາບ​ຕໍ່​ກັນ, ມີ​ອຸ​ດົມ​ການ​ເຊັ່ນ​ດຽວ​ກັນ, ລະ​ບອບ​ສັງ​ຄົມ​ຄືກັນ ແລະເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ທີ່​ຄ້າຍ​ຄື​ກັນ. ນັບ​ແຕ່​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ໃນ​ເຄິ່ງ​​ສະຕະ​ວັດ​ມານີ້, ການ​ພົວ​ພັນ​ລະ​ຫວ່າ​ສອງ​ພັກ ສອງ​ລັດ ​ໄດ້​ຜ່ານ​ການ​ທົດ​ສອບ​ຂອງ​ການ​ປ່ຽນ​ແປງ​ແຫ່ງ​ຍຸກ​ສະ​ໄໝ ແລະ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ການ​ທົ່ວ​ໂລກ, ອັນ​ໄດ້​ສ້າງ​ປະ​ຫວັດ​ສາດ​ທີ່​ໜ້າ​ຈາ​ລຶກ​ໄວ້. ການ​ນຳ​ລຸ່ນ​ອາ​ວຸໂສ​ເຊັ່ນ: ສະ​ຫາຍ ​ເໝົາ​ເຈີ​ຕົງ ສະ​ຫາຍ​ ໂຈ່ວ​ເ​ອີ່ນ​ລາຍ ​ກັບ​ສະ​ຫາຍ ​ໄກ​ສອນ ພົມ​ວິ​ຫານ ແລະ​ສະ​ຫາຍອື່ນ​ໆ​​ ໄດ້​ຈົກ​ຈິດ​ຈົກ​ໃຈ​ໃສ່ກັນ, ໄດ້​ຜູກ​ພັນມິດ​ຕະ​ພາບ​​ອັນ​ເລິກ​ເຊິ່ງໃນການ​ຕໍ່​ສູ້​ກັບ​ສັດ​ຕູ, ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​​ສອງ​ປະ​ເທດຈີນ-ລາວ​ມີ​ມິດ​ຕະ​ພາບ​ຕໍ່​ກັນ​ທຸກ​ເຊັ່ນ​ຄົນ. ລູກ​ຫຼານ​ຂອງ​ທ່ານ ​ກິ​ນິມ ​ພົນ​ເສ​ນາ ຜູ້​ນຳ​ທີ່​ສຳ​ຄັນ​ຂອງ​ລາວ​ເຄີຍ​ໄປ​ຮຽນ​ຢູ່​ຈີນ​ເປັນ​ເວ​ລາ 10 ປີ, ພວກ​ເພິ່ນ​ໄດ້​ຜ່ານ​ຜ່າ​ໄລ​ຍະໄວ​ໜຸ່ມຂອງ​ຕົນ​ຢູ່​ຈີນ ແລະ​ກໍ່​ກາຍ​ເປັນ​ສັກ​ຂີ​ພິ​ຍານ, ຜູ້​ສືບ​ທອດ ແລະ​ຜູ້​ທີ່​ຊຸກ​ຍູ້​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ-​ລາວ. ໃນ​ຊຸມ​ປີ 1960-1970 ທະ​ຫານ​ແລະ​ປະ​ຊາ​ຊົນ​ຈີນ​ ໄດ້​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ປົດ​ປ່ອຍ​ແລະ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ຊາດ​ລາວ, ທະ​ຫານ​ຈີນ​ຈຳ​ນວນ 200 ກວ່າ​ຄົນ ​ໄດ້​ເສຍ​ສະ​ຫຼະຊີ​ວິດ​ຢູ່​ຜືນ​ແຜ່ນ​ດິນ​ແຫ່ງນີ້​ທີ່​ພວກ​ເພິ່ນ​ເຄີຍ​ສູ້​ຮົບ​ກັນ, ອັນ​ໄດ້​ສ້າງ​ອະ​ນຸ​ສາ​ວະ​ລີ​ຊົ່ວ​ນິ​ລັນ​ດອນ​ໃຫ້​ແກ່​ມິດ​ຕະ​ພາບ​ຈີນ-​ລາວ​ດ້ວຍ​ເລືອດ​ເນື້ອ ແລະ​ຊີ​ວິດ​ຂອງ​ຕົນ.

ເມື່ອ​ເຂົ້າ​ສູ່​ຍຸກ​ໃໝ່, ມິດ​ຕະ​ພາບ​ຈີນ-​ລາວ​ໄດ້​ຮັບ​ການ​ປັບ​ປຸງ​ຂຶ້ນ​ຕື່ມ ແລະເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ອັນ​ໃໝ່​. ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ເປີດກວ້າງ​ອອກ​ເລື້ອຍໆ. ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ນັບ​ມື້​ນັບ​ເນື່ອງ​ນິດ​ຂຶ້ນ, ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ພັກ​ກ້າວສູ່​ລວງ​ເລິກ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ມີ​ຄວາມ​ໝັ້ນ​ທ່ຽງ​ຂຶ້ນ​ເລື້ອຍໆ. ຄຳ​ບູ​ຮານ​ຂອງ​ຈີນ​ກ່າວ​ວ່າ "ຜູ່​ທີ່​ມີ​ອາ​ຈານ​ດຽວ​ກັນ ເອີ້ນ​ວ່າ​ໝູ່, ຜູ້​ທີ່​ມີ​ອຸ​ດົມ​ການ​ຮ່ວມ​ກັນ ເອີ້ນ​ວ່າ​ເພື່ອນ", ນີ້​ຄື​ການ​ພັນ​ລະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-​ລາວ​ຢ່າງ​ແທ​ດ​ເໝາະ​ທີ່​ສຸດ. ໃນ​ຖານ​ເປັນ​ເພື່ອນ​ບ້ານ​ທີ່​ດີ, ໝູ່​ເພື່ອນ​ທີ່​ດີ, ສະ​ຫາຍ​ທີ່​ດີ, ​ຄູ່ຮ່ວມ​ທີ່​ດີ ທີ່​ມີ​ອຸ​ດົມ​ການ​ແລະ​ເສັ້ນ​ທາງ​ກ້າວ​ເດີນຄື​ກັນ​ນັ້ນ​, ຈີນ ແລະ​ລາວ​ ໄດ້​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​ ແລະ​ຕ່າງ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ຕະ​ຫຼອດ​ຂະ​ບວນ​ການ​ທີ່​ຊອກ​ຄົ້ນ​ການ​ປະ​ດິດ​ສ້າງ​ທິດ​ສະ​ດີ​ ແລະ​ພຶດ​ຕິ​ກຳ​ຂອງ​ສັງ​ຄົມ​ນິ​ຍົມ​, ຊຸ​ກຍູ້ການ​ສ້າງ​ສາ​ເສດ​ຖະ​ກິດ ການ​ເມືອງ ວັດ​ທະ​ນະ​ທຳ ແລະ​ສັງ​ຄົມ​ຢ່າງ​ຮອບ​ດ້ານ ແລະ ເລັ່ງ​ລັດ​ຂະ​ບວນ​ການ​ຫັນ​ເປັນ​ທັນ​ສະ​ໄໝ.     ການ​​ພົວ​ພັນ​ລະ​ຫວ່າງ​ຈີນ-​ລາວ​ຖື​ເປັນ​ແບບ​ຢ່າງ​ຂອງ​ການ​ພົວ​ພັນ​ ແລະ​ຮ່ວມ​ມື​ຮອບ​ດ້ານລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອ້ອມ​ຂ້າງ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ.

ເລັ່ງ​ລັດ​ການ​ເຊື່ອມ​ຈອດ​ກັນດ້ານ​ຍຸດ​ທະ​ສາດ​​ການພັດ​ທະ​ນາ​ລະ​ຫວ່າງ​ຈີນ-​ລາວ. ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ" ຂອງ​ຈີນ ແລະ ຍຸດ​ທະ​ສາດ "​ຫັນ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ກາຍ​ເປັນ​ປະ​ເທດ​ເຊື່ອມ​ຕໍ່​​ໃນ​ອະ​ນຸ​ພາກ​ພື້ນ"​ ຂອງ​ລາວ, ແຜນ​ການ "5 ປີ​ຄັ້ງ​ທີ 13" ຂອງ​ຈີນ ແລະ​ແຜນ​ການພັດ​ທະ​ນາ​ສັງ​ຄົມ "5 ປີ​ຄັ້ງ​ທີ 8 " ຂອງ​ລາວ​​ສາ​ມາດ​ເຊື່ອມ​ຈອດ​ກັນໃນ​ລະ​ດັບ​ສູງ, ສອງ​ປະ​ເທດ​ມີ​ທັດ​ສະ​ນະ​ການ​ພັດ​ທະ​ນາ​​ຄ້າຍ​ຄື​ກັນ. ປີ​ກາຍນີ້ ໂຄງ​ການ​ທາງ​ລົດ​ໄຟ​ຈີນ-​ລາວ ທີ່​ຖື​ເປັນ​ໂຄງ​ການ​ສັນ​ຍະ​ລັກ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ນັ້ນ​ ໄດ້​ເລີ່ມ​ກໍ່​ສ້າງ​ຢ່າງ​ຮອບ​ດ້ານ, ອັນ​ເຮັດ​ໃຫ້​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ທີ່​ບັນ​ຈຸ​ຄວາມ​ຝັນ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຊົນ​ລາວ​ນັ້ນ​ພວມ​ຄ່ອຍ​ໆ​ກາຍ​ເປັນ​ຈິງ. ​ການ​ກໍ່​ສ້າງເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ບໍ່​ຫານ-​ບໍ່​ເຕັນ ແລະ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດກວມ​ລວມ​ໄຊ​ເສດ​ຖາ​ຂອງວຽງ​ຈັນ ​ໄດ້​ມີ​ຄວາມ​ຄືບ​ໜ້າ​ເປັນ​ຢ່າງ​ດີ, ວິ​ສາ​ຫະ​ກິດ ແລະ​ອົງ​ການ​ຈັດ​ຕັ້ງ​ຕ່າງໆ​ພາ​ກັນ​ຕັ້ງ​ສຳ​ນັກ​ງານ​ຢູ່​ເຂດນີ້ ເຊິ່ງຈະ​ຊ່ວຍ​ປະ​ເທດ​ລາວ​ບັນ​ລຸ​ການ​​ໃຫ້​ອຸດ​ສາ​ຫະ​ກຳ​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ, ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ, ຊຸກ​ຍູ້ການ​ປະ​ກອບ​ອາ​ຊີບ, ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ຂະ​ໜາດ​ນ້ອຍ.


1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ