​ຮ່ວມ​ມື​ກັນສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​​ທີ່​ມີ​ຄວາມ​ໝາຍ​​ຍຸດ​ທະ​ສາດ
2017-11-13 18:26:48  cri 


——​ພວກ​ເຮົາ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັນ​ດ້ານ​ຍຸດ​ທະ​ສາດ ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ຕ່າງ​ເຄົາ​ລົບ​ກັນ ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ.  ຈີນ-​ລາວ​ຕ້ອງ​ສືບ​ທອດ ແລະ​ເສີ​ມ​ຂະ​ຫຍາຍ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ, ກຳ​ກັບ​ທິດ​ທາງ​ທີ່​ຖືກ​ຕ້ອງ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຝ່າຍ​ຢ່າງ​ໜັກ​ແໜ້ນ, ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຖອດ​ຖອນ​​ບົດ​ຮຽນໃນ​ດ້ານ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ, ຊອກ​ຄົ້ນ​ທິດ​ສະ​ດີ​ ແລະພຶດ​ຕິ​ກຳ​ຂອງ​ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ, ຮັດ​ແໜ້ນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ພັກ, ລັດ​ຖະ​ບານ, ພາກ​ສ່ວນ​ນິ​ຕິ​ບັນ​ຍັດ​ແລະ​ລະ​ດັບ​ທ້ອງ​ຖີ່ນ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-​ລາວ ກ້າວສູ່​ລວງກວ້າງ ແລະ​ລວງ​ເລິກ. ສອງ​ປະ​ເທດ​ຄວນ​ສືບ​ຕໍ່ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ ​ໃນ​ບັນ​ຫາ​ທີ່​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ໃຈ​ກາງ ແລະ​ບັນ​ຫາ​ສຳ​ຄັນ​ທີ່​ເອົາ​ໃຈໃສ່​ຂອງ​ກັນ​ແລະ​ກັນ, ອີງ​ຕາມ​ຄວາມ​ຖືກ​ຄວາມ​ຜິດ​ຂອງ​ບັນ​ຫາມາ​ຕົກ​ລົງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສິດ ແລະ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ນຳ​ກັນ.

——​ພວກ​ເຮົາ​ຄວນ​ລົງ​ເລິກ​ການ​ເຊື່ອມ​ຈອດ​ກັນ​ດ້ານ​ຍຸດ​ທະ​ສາດ ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ຕ່າງ​ຊ່ວຍ​ເຫຼືອ​​ກັນ. ຈີນ​ສະ​ໜັບ​ສະ​ໜູນ​ລາວ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ພູມີ​ພາກ ເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ແລະ​ຍືນ​ຍົງ. ​ໃນ​ຖາ​ນະ​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ຂອງ​ເຄືອ​ຂ່າຍ​ທາງ​ລົດ​ໄ​ຟ​ຜ່ານ​ອາ​ຊີ ໂຄງ​ການ​ທາງ​ລົດ​ໄຟ​ລາວ-​ຈີນ ມີ​ຄວາມ​ໝາຍ​ດ້ານ​ຍຸດ​ທ​ສາດ​ແລະ​ຄວາມ​ໝາຍ​ຕົວ​ຈິງ​ທີ່​ສຳ​ຄັນ​ຕໍ່​ລາວ. ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັນ, ເພື່ອສ້າງທາງ​ລົດ​ໄຟ​ສາຍນີ້​​ໃຫ້​​ສຳ​ເລັດ​ ແລະເປີດ​ການ​ບໍ​ລິ​ການ​ໂດຍ​ໄວ, ເຮັດ​ໃຫ້​ລາວ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ປະ​ເທດ​ຢູ່​ອ້ອມ​ຂ້າງ​ກໍ່​ຄື​ທົ່ວ​ໂລກ. ພວກ​ເຮົາ​ຕ້ອງ​ຊຸກ​ຍູ້​ການ​ສ້າງ​ ແລະ​ດຳ​ເນີນ​ງານ​ຂອງ​ໂຄງ​ການ​ໃຫຍ່​ທີ່​ສຳ​ຄັນ​ຕ່າງໆ​ເຊັ່ນ: ເຂດ​ຮ່ວມ​ມື​ເສດ​ຖະ​ກິດ, ດາວ​ທຽມ ແລະ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ເປັນ​ຕົ້ນ ເພື່ອ​ໃຫ້​ປະ​ຊາ​ຊົນ​ລາວໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ໄວ ແລະ ​ຫຼາຍກວ່າ​ເກົ່າ.

——ພວກ​ເຮົາ​ຄວນ​ເປີດກວ້າງ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ຈີນ-​ລາວ​ມີ​ພູ​ຜາ​ສາຍ​ນ້ຳ​ຕິດ​ຈອດ​ກັນ, ເສດ​ຖະ​ກິດ​ມີ​ລັກ​ສະ​ນະ​ຕ່າງ​ຄ້ຳ​ຊູ​ກັນ. ລາວ​ມີ​​ຊັບ​ພະ​ຍາ​ກອນທຳ​ມະ​ຊາດທີ່​ອຸ​ດົມ​​ຮັ່ງ​ມີ, ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ເຊິ່ງ​ພວມ​ຢູ່​ໃນ​ໄລ​ຍະ​ຂໍ​ກະ​ແຈ​ທີ່​ຊຸກ​ຍູ້​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ຫັນ​ເປັນທັນ​ສະ​ໄໝ. ຈີນ​ມີ​ບົດ​ຮຽນ​ແລະ​ທ່າ​ແຮງ​ຢ່າງ​ຫຼວຍ​ຫຼາຍ​ໃນ​ດ້ານ​ທຶນ​ຮອ​ນ, ເຕັກ​ນິກ ແລະ​ອຸ​ປະ​ກອນ​. ສອງ​ຝ່າຍ​ຄວນຂຸດ​ຄົ້ນ​​ກຳ​ລັງ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​​ເລື້ອຍ​ໆ, ປະ​ດິດ​ສ້າງ​ຮູບ​ການ​ຮ່ວມ​ມື​ອັນ​ໃໝ່, ເປີດກວ້າງ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ສ້າງເຄືອ​ຂ່າຍ​ໄຟ​ຟ້າ​ໃຫ້​ເຊື່ອມ​ຈອດ​ກັນ, ການ​ທະ​ນາ​ຄານ ແລະ​ພະ​ລັງ​ງານ​ເປັນ​ຕົ້ນ, ຊຸກ​ຍູ້​ການ​ສ້າງ​ສາ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ກະ​ສິ​ກຳ, ຊົນ​ລະ​ປະ​ທານ, ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ ແລະ​ໂທ​ລະ​ຄົມ​ຂອງ​ລາວ, ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ.

——ພວກ​ເຮົາ​ຄວນ​ເປີດກວ້າງ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທີ່​ຕ່າງ​ຮ່ຳ​ຮຽນ ແລະ​ຖອດ​ຖອນບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ. ພວກ​ເຮົາ​ຕ້ອງ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ເຕັກ​ນິກວິ​ທະ​ຍາ​ສາດ, ​ຊາວ​ໜຸ່ມ ແລະ​ລະ​ດັບ​ທ້ອງ​ຖີ່ນ​, ເຮັດ​ໃຫ້​ມິດ​ຕະ​ພາບ​ຈີນ-​ລາວ​ໄດ້​ຮັບ​ການ​ສືບ​ທອດ​ໄປ​ທຸກ​ເຊັ່ນ​ຄົນ. ຍິນ​ດີ​ຕ້ອນ​ຮັບ​ເພື່ອນ​ລາວ​ໄປ​ຮຽນ, ທ່ອງ​ທ່ຽວ ແລະ​ເຮັດ​ວຽກ​ຢູ່​ຈີນ​ໃຫ້​ຫຼາຍກວ່າ​ເກົ່າ ເພື່ອ​ກາຍ​ເປັນ​ຜູ້​ສືບ​ທອດ ແລະ​ຜູ້ເສີມ​ຂະ​ຫຍາຍ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ-​ລາວ. ຈີນ​ຈະ​ຕັ້ງ​ໜ້າ​ສະ​ໜັບ​ສ​ະ​ໜູນ​ລາວ​ໃນ​ການ​ຈັດ​ກິດ​ຈະ​ກຳ​ປີ​ທ່ອງ​ທ່ຽວ​ລາວ 2018 ໃຫ້​ດີ, ສົ່ງ​ເສີມ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ອງ​ທ່ຽວ​​​ຢູ່​ລາວຫຼາຍກວ່າ​ເກົ່າ ເພື່ອ​ສຳ​ຜັດ​ກັບ​ສະ​ເໜ່​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຂອງ​ປະ​ຫວັດ​ສາດ​ ແລະ​ວັດ​ທະ​ນະ​ທຳ​ລາວ.


1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ