​ຮ່ວມ​ມື​ກັນສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​​ທີ່​ມີ​ຄວາມ​ໝາຍ​​ຍຸດ​ທະ​ສາດ
2017-11-13 18:26:48  cri 


ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ລະ​ຫວ່າງ​ຈີນ-​ລາວ​ໄດ້​ເລັ່ງ​ລັດ​ໄວ​ຂຶ້ນ. ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ລົງ​ທຶນ​ຢູ່​ລາວ​ຫຼາຍ​ທີ່​ສຸດ, ແລະ​ເປັນ​ປະ​ເທດ​ຄູ່​ການ​ຄ້າ​ໃຫຍ່ອັນ​ດັບ​ທີ 2 ຂອງ​ລາວ. ເດືອນ​ມັງ​ກອນ​ຫາ​ເດືອນກັນ​ຍາ​ປີນີ້ ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ບັນ​ລຸ 2 ຕື້ 100 ລ້ານ​ໂດ​ລາ, ເພີ່ມ​ຂຶ້ນ​ 25,1% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​​ຜ່ານ​ມາ. ຈີນ​ລົງ​ທຶນ​ຢູ່​ລາວ​ຫຼາຍກວ່າ 6 ຕື້ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ, ອັນ​ໄດ້​ຊຸກ​ຍູ້​​ການ​ພັດ​ທະ​ນາ​ຂອງໄຟ​ຟ້າ​ນ້ຳ​ຕົກ, ບໍ່​ແຮ່, ການ​ບໍ​ລິ​ການ​ແລະຂະ​ແໜງ​ການ​​ອື່ນໆ​ຂອງ​ລາວ. ຈີນ​ໄດ້​ຊຸກ​ຍູ້​ການ​ສ້າງ​ໂຄງ​ການ​ທີ່​ມີ​ຜົນ​ດີ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ​ເຊັ່ນ ໂຮງ​ໝໍ, ເສັ້ນ​ທາງ ແລະ​ໂຮງ​ຮຽນ​ເປັນ​ຕົ້ນ ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ລາວ​​ຍົກ​ລະ​ດັບ​ ແລະ​ຄຸນ​ນະ​ພາບ​ຂອງ​ຊີ​ວິດ​ການ​ເປັນ​ຢູ່​​ໃຫ້​ສູງ​ຂຶ້ນ. ເຂື່ອນ​ໄຟ​ຟ້ານ້ຳ​ເທີນ 2 ​ທີ່ວິ​ສາ​ຫະ​ກິດ​ຈີນ​ເປັ​ນ​ຜູ້ຊ່ວຍ​ເຫຼືອ​ສ້າງ​ນັ້ນ​ ດຳ​ເນີນ​ງານ​ເປັນ​ຢ່າງ​ດີ, ອັນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ລາວ, ​ເຂື່ອນ​ໄຟ​ຟ້າ​ແຫ່ງນີ້ ກໍ​ໄດ້​ກາຍ​ເປັນ​ຮູບທີ່​ພິມຢູ່​ດ້ານຫຼັງ​ຂອງ​ເງິນ​ກີບ​ໃບ 20 ພັນ. ສ່ວນ​ປະ​ເທດ​ລາວ​ກໍ່​ມີ​ການ​ສົ່ງ​ສິນ​ຄ້າ​ໄປຂາຍ​ຢູ່ຈີນ​ເພີ່ມ​ຂຶ້ນ, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຂອງລາວ ເຊັ່ນ: ເຂົ້າ​ສານ, ກາ​ເຟ, ໝາກ​ກ້ວຍ ແລະ​ໝາກ​ໂມ​ເປັນ​ຕົ້ນນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຜູ້​ບໍ​ລິ​ໂພກ​ຂອງ​ຈີນ.

ການ​ແລ​ກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ຈີນ-​ລາວ​ນັບ​ມື້​ນັບ​ເພີ່ມ​ຫຼາຍ​ຂຶ້ນ. ໃນ 6 ເດືອນ​ຕົ້ນ​ປີນີ້ ນັກ​ທ່ອງ​ທ່ຽວ​ຈີນ 4 ແສນ​​ເທືຶຶຶ່ອຄົນ​ໄດ້​ມາ​ທ່ອງ​ທ່ຽວ​ຢູ່​ລາວ. ສ່ວນ​ຄົນ​ລາວ​ ກໍ່​ໄດ້​ໄປ​ເຮັດ​ທຸ​ລະ​ກິດ ຫຼື​ທ່ອງ​ທ່ຽວ​ຢູ່​ຈີນນັບ​ມື້​ນັບ​ຫຼາຍ​, ຈຳ​ນວນ​ນັກ​ສຶກ​ສາ​ລາວ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​​ຂອງ​ລັດ​ຖະ​ບານຈີນ ແລະ​ຮຽນ​ຢູ່​ຈີນ​ນັ້ນ​ ​ຫຼາຍ​ທີ່​ສຸດ​ໃນ​ບັນ​ດາ​ປະ​ເທດ​ອາ​ຊຽນ. ການ​ບໍ​ລິ​ການ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ຂອງ​ຈີນ​ເຊັ່ນ: ໂຄງ​ການ "ຂະ​ບວ​ນ​ລົດ​ໄຟ​ສັນ​ຕິ​ພາບ" ແລະ​ໂຄງ​ການ "ແສງ​ສະ​ຫວ່າງ​​ແມ່​ນ້ຳ​ຂອງ" ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ປະ​ຊາ​ຊົນ​ລາວ​ຢ່າງກວ້າງ​ຂວາງ. ອາ​ສາ​ສະ​ໝັກ​​ຊາວ​ໜຸ່ມ​ເກືອບຮ້ອຍ​ຄົນ​ຈາກ​ນະ​ຄອນ​​ຊຽງ​ໄຮ​ຂອງ​ຈີນ​ໄດ້​ມາ​ຮອດ​ລາວ​ເພື່ອ​ໃຫ້​ການ​ບໍ​ລິ​ການ​ໃນ​ດ້ານ​ເຕັກ​ນິກ​ອິນ​ເຕີ​ເນັດ ແລະ​ການ​ສິດ​ສອນ​ດ້ານ​ກິ​ລາ​ເປັນ​ຕົ້ນ ເຊິ່ງ​ໃນ​ນັ້ນ ມີ​ຜູ້​ໜຶ່ງ​ໄດ້​ກາຍ​ເປັນ​ຄູ​ຝຶກ​ໃຫຍ່​ຂອງ​ທິມ​ບານ​ບ້ວງ​ເພດ​ຊາຍ​ແຫ່​ງຊາດ​ລາວ. ລະ​ຄອນ​ສາ​ລະ​ຄະ​ດີ​ເລື່ອງ ຄວາມ​ຊົງ​ຈຳ​ແຫ່ງ​ການ​ເວ​ລາ ທີ່​ຈີນ​ແລະ​ລາວ​ຮ່ວມ​ກັນ​ຖ່າຍ​ທຳ​ນັ້ນ​ ໄດ້​ຮັບ​ການ​ກົດ​ເຂົ້າ​ຊົມ​ຜ່ານ​ທາງ​ອິນ​ເຕີ​ເນັດ​ຫຼາຍລ້ານ​ເທື່ອ, ອັນ​ໄດ້ເຮັດ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ປະ​ທັບ​ໃຈ​ທີ່​ສຸດ. ເພງ ໜຶ່ງ​ແລວ​ທາງ ໜຶ່ງ​ເສັ້ນ​ທາງ ທີ່​ແຕ່ງ​ໂດຍ​ຄົນ​ລາວ ແລະ​ຮ້ອງ​ໂດຍ​ຄົນ​ລາວ​ນັ້ນ​ເມື່ອ​ໄດ້​ເຜີຍ​ແຜ່​ທາງ​ອິນ​ເຕີ​ແນັດແລ້ວ ກໍ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ ແລະ​ການ​ຕີ​ລາ​ຄາ​ເປັນ​ຢ່າງ​ດີ​ຈາກ​ຜູ້​ໃຊ້​ອິນ​ເຕີ​ເນັດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ໃນ​ຂະ​ບວນ​ວິ​ວັດ​ອັນ​ຍິ່ງ​ໃຫຍ່ແຫ່ງ​ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຕົນ​ເອງ, ສອງ​ປະ​ເທດ​ຈີນ ແລະ​ລາວ​ມີ​ອຸ​ດົມ​ການ​ຮ່ວມ​ກັນ ແລະ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ສັນ​ກັນ. ໃນ​ເດືອນ​ທີ່​ຜ່ານ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ໄຂ​ກອ​ງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ​ຢ່າງ​ມີ​ໄຊ ເຊິ່ງກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ວາງ​ທິດ​ທາງ​ລວມ ແລະ​ໂຄງ​ການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ພັກ ແລະ​ລັດ​​ຈີນ. ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້ວາງ​ແຜນ​ຜັງ​ອັນ​ຍິ່ງ​ໃຫຍ່​ກ່ຽວ​ກັບ​ການ​ສ້າງ​ສາ​ພັດ​ທ​ະ​ນາ​ຈີນ​ຈົນ​ຮອດ​ກາງ​ສະ​ຕະ​ວັດ​ນີ້ ຄື ເມື່ອ​ຮອດ​ປີ 2020 ຈະ​ສ້າງ​ເປັນ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຮອບ​ດ້ານ; ​ນັບແຕ່​ປີ 2020-2035 ສ້າງ​ເປັນ​​ປະ​ເທດສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ; ຈາກ​ປິ 2035-ກາງ​ສະຕະ​ວັດ​ນີ້ ສ້າງ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່ ​ເ​ຂັ້ມ​ແຂງ ທັນ​ສະ​ໄໝ ອຸ​ດົມ​ຮັ່ງ​ມີ ມີປະ​ຊາ​ທິ​ປະ​ໄຕ ສີ​ວິ​ໄລ ​ມີ​ຄວາມ​ກົມ​ກຽວ​ກັນ​ແລະ​ສວຍ​ງາມ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສາ​ມາດ ແລະ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ການນຳ​ພາ​ປະ​ຊາ​ຊົນ​ຈີນ​ເດີນ​ໄປ​ສູ່​ຄວາມ​ໃຝ່​ຝັນຂອງ​ຈີນ​ທີ່​ບັນ​ລຸ​​ການ​ຟື້ນ​ຟູຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງປະ​ຊາ​ຊາດ​ຈີນ​. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ສັງ​ຄົມ​ລາວ ມີ​ຄວາມປອງດອງ​ແລະ​ມີ​ຄວາມ​​ສະ​ຫງົບ​ດີ, ເສດ​ຖະ​ກິດ​ພັດ​ທ​ະ​ນາ​ຢ່າງ​ຮຸ່ງ​ເຮືອງ, ປະ​ເທດ​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ, ພວມ​ຊຸກ​ຍູ້​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ​ເດີນ​ໄປ​ສູ່​ເປົ້າ​ໝາຍ​ທີ່​ກຳ​ນົດ​ໂດຍກອງ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ. ​ພາ​ລະ​ກຳ​ທີ່​ເຊັ່ນ​ດຽວ​ກັນ ແລະ ຄວາມ​ໃຝ່​ຝັນ​ທີ່​ຄຶ​ກັນ ເໝືອນ​ດັ່ງ​ສາຍ​ນ້ຳ​​ໃນ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່ນ້ຳ​ຂອງ, ເຮັດ​ໃຫ້​ພວກ​ເຮົາ​ມີ​ອະ​ນາ​ຄົດ​ທີ່​ຕິດ​ຕໍ່​ກັນ ແລະ​ມີ​ຊາ​ຕາ​ກຳ​ທີ່​ເຊື່ອມ​ຈອດ​ກັນ.


1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ