​ຮ່ວມ​ມື​ກັນສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​​ທີ່​ມີ​ຄວາມ​ໝາຍ​​ຍຸດ​ທະ​ສາດ
2017-11-13 18:26:48  cri 


ຈີນ ແລະ​ລາວ ​ເປັນ​ສະ​ມາ​ຊິກ​ທີ່​ສຳ​ຄັນ​ໃນ​ກົນ​ໄກ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ. ກົນ​ໄກ​ການຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ​​ ໄດ້​ຮັບ​ຜົນ​ງານ​ຢ່າງຫຼວງຫຼາຍ​ນັບ​ແຕ່​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ເມື່ອ​ປີ 2016 ເປັນ​ຕົ້ນ​ມາ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ "​ຄວາມ​ໄວ​ແຫ່ງແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ" ແລະ​ "ສະ​ມັດ​ຕະ​ພາບ​ແຫ່ງແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ", ອັນ​ໄດ້​ຈໍ່​ຕົວ​ເປັນ​ວັດ​ທະ​ນະ​ທຳແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງ​ທີ່​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ​ຢ່າງ​ຈິງ​ໃຈ ແລະ​ຖືກ​ຕ້ອງ​ປອງດອງ​ຄື​ກັບ​ຄອບ​ຄົວ​ດຽວ. ປີ​ໜ້າ ລາວ​ຈະ​ເປັນ​ປະ​ເທດ​ປະ​ທານ​ຮ່ວມ​ຂອງ​ການ​ຮ່ວມ​ມື​ແມ່ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ. ຈີນ​ຍິນ​ດີ​ຮ່ວມ​ກັບ​ລາວ​ທຳ​ຄວາມ​ພະ​ຍາ​ຍາມ​ນຳ​ກັນ, ຊຸກ​ຍູ້​ ​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳ​ຂອງໃຫ້​ໄດ້​ຮັບ​ໝາກ​ຜົນ​ຫຼາຍກວ່າ​ເກົ່າ, ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຜົນງານ​ໄລ​ຍະ​ຕົ້ນ​ທີ່​ສະ​ເໜີ​ໂດຍ​ລາວ, ເພື່ອ​ນຳ​ພາ​ການ​ພັດ​ທ​ະ​ນາ​ຂອງ​ອະ​ນຸ​ພາກ​ພື້ນ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ຢູ່​ພາກ​ພື້ນ​ແຫ່ງນີ້ຫຼາຍກວ່າ​ເກົ່າ.

ຄຳ​ສຸ​ພາ​ສິດ​ລາວ​ກ່າວ​ໄວ້​ວ່າ "ໄມ້​ລຳ​ດຽວ​ລ້ອມ​ຮົ້ວ​ບໍ່​​ໄຂວ່, ໄພ່​ບໍ່​ພ້ອມ​ແປງ​ບ້ານ​ບໍ່​ເຮືອງ", ຄົນ​ຈີນ​ມັກ​ເວົ້າ​ວ່າ "ທຸກ​ຄົນ​ຮ່ວມ​ຈິດ​ຮ່ວມ​ໃຈ​ກັນ ຈະ​ກາຍ​ເປັນ​ກຳ​ແພງ​ທີ່​ໝັ້ນ​ແກ່ນ", "​ຫຼາຍ​ຄົນ​ພາ​ກັນ​ພະ​ຍາ​ຍາມສຸມ​ຟືນ ກໍ​ສາ​ມາດ​ເຮັດ​ໃຫ້​ໄ​ຟ​ຮຸ່ງ​ຂຶ້ນ​". ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ຂໍ​ພຽງແຕ່​ຈີນ-​ລາວ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ ແລະ ຮ່ວມ​ມື​ກັນ, ກໍຍ່ອມ​ຈະ​ສ້າງ​ອະ​ນາ​ຄົດຂອງການ​ພົວ​ພັນ​ສອງ​ປະ​ເທດ​ທີ່​ສົດ​ໃສກວ່າ​ເກົ່າ​​ຢ່າງ​ແນ່ນອນ.


1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ