ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
(ໂດຍ ກຸຫຼາບ ນັກວິເຄາະຂ່າວສະຖານີວິທະຍຸໂທລະພາບສູນກາງຈີນ CMG)
ແຕ່ວັນທີ 25 ຫາວັນທີ 27 ເມສາ2019, ກອງປະຊຸມສຸດຍອດເວທີປຶກສາຫາລື ເພື່ອການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ແຂກຕ່າງປະເທດ 6000 ກວ່າທ່ານທີ່ມາຈາກ 150 ປະເທດ ແລະ 92 ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມກອງ ປະຊຸມເທື່ອນີ້. ຜູ້ນຳ 40 ປະເທດ ແລະ ອົງການຈັດຕັ້ງສາກົນເຊິ່ງລວມ ທັງທ່ານບຸນຍັງ ວໍລະຈິດ ປະທານປະເທດສປປ ລາວໄດ້ເປັນເອກະພາບກັນເຫັນດີຊຸກຍູ້ການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”ໃຫ້ພັດ ທະນາກ້າວໄປສູ່ເປົ້າໝາຍທີ່ມີມາດຕະຖານສູງສ້າງຜົນປະໂຫຍດໃກ້ແກ່ປະຊາຊົນແລະການພັດທະນາແບບຍືນຍົງ.
ທ່ານປະທານບຸນຍັງ ວໍລະຈິດໄດ້ໄປເຂົ້າຮ່ວມກອງປະຊຸມສຸດຍອດ“ໜຶ່ງແລວໜຶ່ງເສັ້ນທາງ” ມາ2 ຄັ້ງແລ້ວ. ໃນກອງປະຊຸມຄັ້ງນີ້, ທ່ານບຸນຍັງ ວໍລະຈິດໄດ້ກ່າວວ່າ, ລັດຖະບານລາວໃຫ້ຄວາມສຳຄັນສູງ ແລະ ຕັ້ງໜ້າເຂົ້າຮ່ວມການຮ່ວມມື“ໜຶ່ງແລວໜຶ່ງເສັ້ນທາງ”, ແລະດີໃຈທີ່ໄດ້ເຫັນ ໂຄງການທາງລົດໄຟລາວ-ຈີນ ແລະ ໂຄງການສຳຄັນອື່ນໆໄດ້ມີຄວາມຄືບໜ້າຢ່າງໜັກແໜ້ນ.
ໃນຖານະເປັນປະເທດດຽວທີ່ບໍ່ມີຊາຍແດນຕິດກັບທະເລໃນພາກພື້ນອາຊີຕາເວັນອອກສຽງໃຕ້, ແຜນການຍຸດທະສາດພັດທະນາປະເທດຈາກ “ປະເທດທີ່ບໍ່ຕິດກັບທະເລ landlocked” ກາຍເປັນ “ປະເທດເຊື່ອມຕໍ່ໃນອະນຸພາກພື້ນ landlinked”, ພັກ ແລະ ລັດຖະບານລາວສະເໜີໃຫ້ເຊື່ອມຈອດກັບຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”. ສະນັ້ນ, ປະເທດລາວຈຶ່ງກາຍເປັນໜຶ່ງໃນບັນດາປະເທດທີ່ເຫັນດີ ແລະ ເຂົ້າຮ່ວມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”ກ່ອນໝູ່. ໃນໂຄງການຮ່ວມມື“ໜຶ່ງແລວໜຶ່ງເສັ້ນທາງ”ຕ່າງໆລະຫວ່າງລາວ-ຈີນ, ໂຄງການເສັ້ນທາງລົດໄຟລາວຈີນແມ່ນປະຈັກຕາເປັນພິເສດ. ຫຼັງຈາກໂຄງການນີ້ສ້າງສຳເລັດແລ້ວ, ຈະສິ້ນສຸດປະຫວັດສາດທີ່ປະເທດລາວບໍ່ມີທາງລົດໄຟລາງມາດຕະຖານໃນເມື່ອກ່ອນ, ຈະຊຸກຍູ້ປະເທດລາວກາຍເປັນຊຸມທາງຄົມມະນາຄົມທີ່ສຳຄັນໃນເຄືອຂ່າຍຄົມມະນາຄົມທາງບົກຂອງອາຊີຕາເວັນອອກສຽງໃຕ້ ກໍຄື ເຄືອຂ່າຍທາງລົດໄຟພາກພື້ນອາຊີ.
ແຕ່ວ່າ,ຢູ່ພາຍໃນປະເທດລາວກໍມີຫາງສຽງເປັນຫ່ວງເປັນໃຍ ແລະ ມີຄວາມເຫັນຕ່າງກັນບໍ່ໜ້ອຍ, ຄື ບາງຄົນເປັນຫ່ວງວ່າ ການກໍ່ສ້າງທາງລົດໄຟໄດ້ລົງທຶນຢ່າງຫຼວງຫຼາຍ, ນີ້ຈະເຮັດໃຫ້ລັດຖະບານຕິດໜີ້ເປັນມູນຄ່າສູງ; ບາງຄົນເປັນຫ່ວງວ່າ ໂຄງການລົດໄຟຈະທຳລາຍສິ່ງແວດລ້ອມທຳມະຊາດທີ່ສວຍງາມຂອງປະເທດລາວ; ບາງຄົນເປັນຫ່ວງວ່າ ຄົນຕ່າງປະເທດທີ່ຫຼັ່ງໄຫຼເຂົ້າສູ່ປະເທດລາວນັບມື້ນັບຫຼາຍຂຶ້ນ ຈະກະທົບເຖິງໂອກາດຊອກຫາວຽກເຮັດງານທຳຂອງປະຊາຊົນລາວ. ເມື່ອຜະເຊີນກັບການປ່ຽນແປງອັນໃຫຍ່ຫຼວງທີ່ກຳລັງເກີດຂຶ້ນ ຫຼື ອາດຈະເກີດຂຶ້ນຢູ່ອ້ອມຂ້າງ, ການທີ່ມີຄວາມວິຕົກກັງວົນຕ່າງໆນານາກໍເປັນເລື່ອງປົກກະຕິຢູ່ແລ້ວ, ແຕ່ບາງຄົນທີ່ເຈດຕະນາບໍ່ດີໄດ້ເຜີຍແຜ່ຖ້ອຍຄຳວ່າ ປະເທດລາວຈະກາຍເປັນ “ປະເທດທາງຜ່ານລ້າໆ”, ຜູ້ຂຽນແມ່ນບໍ່ເຫັນດີ ແລະ ຂໍມີການຕອບຄືນດັ່ງນີ້.
“ຖ້າຢາກຮັ່ງມີຂຶ້ນ, ຕ້ອງປູທາງໄປກ່ອນ.” ສຸພາສິດຈີນປະໂຫຍກນີ້ໄດ້ກາຍເປັນຄວາມຮັບຮູ້ຮ່ວມກັນຂອງປະເທດ ແລະ ປະຊາຊົນນັບມື້ຫຼາຍຫຼາຍຂຶ້ນ. ສະຖິຕິສະແດງໃຫ້ເຫັນວ່າ, ລວມຍອດໄລຍະທາງທາງຫຼວງ, ທາງລົດໄຟ ແລະ ໄລຍະທາງລົດໄຟສະເລ່ຍຕໍ່ຫົວຄົນຂອງອາເມຣິກາລ້ວນແຕ່ຢູ່ໃນອັນດັບໜຶ່ງຂອງໂລກ. ເຖິງຈະເປັນແນວນີ້ກໍຕາມ, ໃນເວລາແຂ່ງຂັນການເລືອກຕັ້ງປະທານາທິບໍດີ, ທ່ານໂດນັນ ທຣຳຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະວາງງົບປະມານຈຳນວນ 550ຕື້ໂດລາສະຫະລັດເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ເຊິ່ງລວມທັງການກໍ່ສ້າງເສັ້ນທາງຕ່າງໆ. ອາເມຣິກາທີ່ເປັນປະເທດທີ່ພັດທະນາແລ້ວຍັງເນັ້ນຄວາມສຳຄັນໃນການສ້າງເສັ້ນທາງຕ່າງໆ, ປະເທດທີ່ພວມພັດທະນາຄືພວກເຮົາຍິ່ງຕ້ອງການເສີມສ້າງພື້ນຖານໂຄງລ່າງ.
ຄັນຊັ້ນ, ການກໍ່ສ້າງທາງລົດໄຟລາວ-ຈີນຈະເຮັດໃຫ້ລັດຖະບານລາວຕິດໜີ້ຫຼາຍເກີນໄປບໍ່?
ໂຄງການທາງລົດໄຟລາວ-ຈີນໄດ້ໃຊ້ຮູບການBOT, ໝາຍຄວາມວ່າ ລັດຖະບານລາວມອບໃຫ້ບໍລິສັດທີ່ໄດ້ຮັບອະນຸມັດດຳເນີນການລົງທຶນ ລະດົມທຶນ ກໍ່ສ້າງ, ຮັກສາ ແລະ ດຳເນີນທຸລະກິດໃນໂຄງການພື້ນຖານໂຄງລ່າງອັນໜຶ່ງພາຍໃນເວລາທີ່ກຳນົດໄວ້, ຫຼັງຈາກເວລາກຳນົດສິ້ນສຸດແລ້ວ, ທາງບໍລິສັດຈະມອບໂຄງການດັ່ງກ່າວໃຫ້ແກ່ລັດຖະບານຂອງປະເທດນັ້ນໂດຍບໍ່ເກັບຄ່າ.
ຮູບການແບບນີ້ໄດ້ເຊື່ອມໂຍງກົນໄກຕະຫຼາດ ແລະ ການບໍລິຫານຂອງລັດຖະບານໃຫ້ປະສານສົມທົບກັນ, ໄດ້ແກ້ໄຂບັນຫາຂາດເຂີນທຶນຮອນ, ທັງໄດ້ຮັບປະກັນສິດຄວບຄຸມຂອງລັດຖະນຕໍ່ພື້ນຖານໂຄງລ່າງ. ເຊິ່ງເປັນຮູບການທີ່ໄດ້ຮັບການນຳໃຊ້ຢ່າງສຳເລັດຜົນຢູ່ຝຣັ່ງ, ອັງກິດ, ອາເມລິກາ ແລະ ພາກພື້ນອາຊີປາຊິຟິກ, ແລະໄດ້ຮັບຄວາມນິຍົມຈາກທົ່ວໂລກຢ່າງກວ້າງຂວາງ.
ຄືກັນກັບໂຄງການທາງລົດໄຟລາວ-ຈີນ, ທາງລົດໄຟຄວາມໄວສູງຈາກາຕາ-ບັນດົງທີ່ກຳລັງກໍ່ສ້າງຢູ່ອິນໂດເນເຊຍກໍເປັນໂຄງການຮ່ວມມືໃນຂອບ“ໜຶ່ງແລວໜຶ່ງເສັ້ນທາງ”, ໂດຍເຊື່ອມໂຍງກັບຍຸດທະສາດພັດທະນາຂອງສອງຝ່າຍ, ແລະໄດ້ກໍ່ສ້າງດ້ວຍຮູບການ BOT ເຊັ່ນກັນ. ທ່ານລູຮຸດ ບິນຊາ ປັນໄຈຕັນ ລັດຖະມົນຕີກະຊວງວຽກງານທາງທະເລ ແລະການປະມົງອິນໂດເນເຊຍທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດເວທີປຶກສາຫາລືເພື່ອການຮ່ວມມືສາກົນ“ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທີ 2 ໄດ້ກ່າວໃນຫວ່າງບໍ່ດົນນີ້ວ່າ, ໃນການຮ່ວມມື“ໜຶ່ງແລວໜຶ່ງເສັ້ນທາງ”, ເຖິງວ່າການກໍ່ສ້າງພື້ນຖານໂຄງລ່າງຈະໃຊ້ເວລາດົນນານບ, ແຕ່ມີຜົນດີຕໍ່ການພັດທະນາເສດຖະກິດແຫ່ງຊາດ. ທ່ານກ່າວວ່າ, ອິນໂດເນເຊຍໄດ້ສຳຫຼວດຄົ້ນຄວ້າຢ່າງເຕັມສ່ວນແລ້ວເຫັນວ່າ, ຮູບການທີ່ຮ່ວມມືກັບຈີນນັ້ນເປັນຮູບການທີ່ຖືກຕ້ອງແລະ ສາມາດພັດທະນາແບບຍືນຍົງໄດ້, ຈະບໍ່ມີໜີ້ສິນສຳລັບລັດຖະບານ.
ອີກເລື່ອງໜຶ່ງທີ່ໜ້າຈະກ່າວເຖິງກໍຄື: ໃນໄລຍະຈັດກອງປະຊຸມສຸດຍອດເວທີປຶກສາຫາລືເພື່ອການຮ່ວມມືສາກົນ“ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທີ 2, ເຈົ້າໜ້າທີ່ປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ຮ່ວມກັນຖະແຫຼງ “ຂອບການວິເຄາະກ່ຽວກັບລັກສະນະຍືນຍົງດ້ານໜີ້ສິນ ຂອງ‘ໜຶ່ງແລວໜຶ່ງເສັ້ນທາງ’”, ຈະປ້ອງກັນ ແລະຄວບຄຸມຄວາມສ່ຽງໃນການຮ່ວມມືດ້ານລະດົມທຶນ ແລະລົງທຶນຢ່າງມີປະສິດທິຜົນ, ເພື່ອຮັບປະກັນໃຫ້ການຮ່ວມມື“ໜຶ່ງແລວໜຶ່ງເສັ້ນທາງ” ພັດທະນາແບບຍືນຍົງ(Debt Sustainability Framework For Participating Countries of the Belt and Road Initiative).
ຄັນຊັ້ນ, ໂຄງການທາງລົດໄຟລາວ-ຈີນຈະທຳລາຍສິ່ງແວດລ້ອມທຳມະຊາດຂອງລາວບໍ່?
ເມື່ອປີ 2005, ທ່ານປະທານສີຈິ້ນຜິງກໍໄດ້ສະເໜີຄຳວ່າ “ພູຂຽວນ້ຳໃສກໍເປັນພູເງິນພູຄຳ”. ໃນເວລາດົນນານມານີ້, ລັດຖະບານຈີນກໍໄດ້ປະຕິບັດຕາມທັດສະນະການພັດທະນາຄືແນວນີ້ຢ່າງສະເໝີຕົ້ນສະເໝີປາຍ. ຕົວຢ່າງວ່າ ທາງລົດໄຟຊິ່ງໄຫ-ຕິເບດຂອງຈີນທີ່ໄດ້ເນັ່ງຜ່ານພູພຽງທີ່ສູງກວ່າໝູ່ໃນໂລກ, ສິ່ງແວດລ້ອມນິເວດມີຄວາມອ່ອນແອທີ່ສຸດ. ຈາກການອອກແບບຮອດ ການກໍ່ສ້າງ ຮັກສາ ແລະແລ່ນລົດ, ໂຄງການທາງລົດໄຟສາຍນີ້ໄດ້ປະຕິບັດຕາມທັດສະນະທີ່ “ຖືການອະນຸລັກສິ່ງແວດລ້ອມເປັນວຽກບຸລິມະສິດ”ມາໂດຍຕະຫຼອດ, ແລະຖືເປັນ “ທາງລົດໄຟທີ່ເປັນມິດກັບສິ່ງແວດລ້ອມ”ສາຍທຳອິດຂອງຈີນ.
ຄຳບູຮານຈີນກ່າວໄວ້ວ່າ “ສິ່ງທີ່ຕົວເອງບໍ່ມັກ ກໍຢ່າບັງຄັບໃສ່ຜູ້ອື່ນ”. ສຳລັບຊາວຈີນທີ່ເຄີຍມີປະສົບການໃນການ “ດຳເນີນການພັດທະນາໄປກ່ອນແລ້ວກັບມາສ້ອມແປງປັບປຸງຢ່າງໃຫຍ່ຕາມຫຼັງ” ນັ້ນດຽວນີ້ໄດ້ສ້າງທັດສະນະການພັດທະນາທີ່ “ການອະນຸລັກສິ່ງແວດລ້ອມມາກ່ອນ”, ທັງໄດ້ສະຫຼຸບເຕັກນິກທີ່ກ້າວໜ້າ ແລະ ວິທີການຄຸ້ມຄອງບໍລິການທີ່ອະນຸລັກສິ່ງແວດລ້ອມ ທັງຊຸກຍູ້ການພັດທະນາໄປພ້ອມກັນ, ແລະໄດ້ປະຕິບັດຕົວຈິງໃນການສ້າງໂຄງການພາຍໃນປະເທດ ແລະຕ່າງປະເທດ.”
ຕົວຢ່າງວ່າ, ໂຄງການລົດໄຟລາວຈີນຕອນທີ 5ຕັ້ງຢູ່ເມືອງວັງວຽງທີ່ເປັນແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວ, ໄດ້ຂ້າມນ້ຳຊອງທີ່ເປັນສາຍນ້ຳທີ່ສຳຄັນຂອງວັງວຽງ, ນັບແຕ່ການລົງມືກໍ່ສ້າງເປັນຕົ້ນມາ, ທາງໂຄງການໄດ້ໃຫ້ຄວາມສຳຄັນຕໍ່ການອະນຸລັກສິ່ງແວດລ້ອມໃນລະດັບສູງ, ໄດ້ສ້າງສະຖານີບຳບັດນ້ຳເປື້ອນຢູ່ພາກສະໜາມກໍ່ສ້າງທຸກບ່ອນທີ່ຢູ່ໃກ້ກັບນ້ຳຊອງ, ເພື່ອບຳບັດນ້ຳເສດທີ່ລະບາຍອອກຈາກອຸມົງ, ອັນໄດ້ຫຼີກເວັ້ນມົນລະພິດຕໍ່ສິ່ງແວດລ້ອມອ້ອມຂ້າງ. ຫຼັງຈາກສ້າງທາງລົດໄຟໃຫ້ສຳເລັດແລ້ວ, ສະຖານີບຳບັດນ້ຳເປື້ອນຍັງຈະມອບໃຫ້ແກ່ອົງການປົກຄອງທ້ອງຖິ່ນເພື່ອສາມາດນຳໃຊ້ໃນການປູກຝັງໃນລະດູແລ້ງ. ເຮັດແນວນີ້ພີ່ນ້ອງປະຊາຊົນລາວກໍບໍ່ຕ້ອງເປັນຫ່ວງວ່າຈະມີຜົນກະທົບຕໍ່ສິ່ງແວດລ້ອມ.
ຄັນຊັ້ນ, ໂຄງການທາງລົດໄຟລາວຈີນຈະເຮັດໃຫ້ປະຊາຊົນລາວເສຍໂອກາດຊອກຫາວຽກເຮັດງານທຳບໍ່?
ອີງຕາມສະຖິຕິທີ່ບໍ່ຄົບຖ້ວນ, ນັບແຕ່ການລົງມືກໍ່ສ້າງທາງລົດໄຟລາວ-ຈີນເມື່ອເດືອນທັນວາປີ 2016ເປັນຕົ້ນມາ, ໂຄງການນີ້ໄດ້ຮັບສະໝັກແຮງງານຈາກຊົນນະບົດລຽບຕາມເສັ້ນທາງລົດໄຟຫຼາຍກວ່າ 32,000 ເທື່ອຄົນເຂົ້າຮ່ວມການເຝິກອົບຮົມແລ້ວເຮັດວຽກໃນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ກຳມະກອນລາວບໍ່ໜ້ອຍໄດ້ເສີມຂະຫຍາຍບົດບາດສຳຄັນໃນໂຄງການກໍ່ສ້າງທາງລົດໄຟລາວຈີນ. ນອກນີ້, ບໍລິສັດຈີນທີ່ຮັບເໝົາໂຄງການຍັງໄດ້ເປີດຊຸດອົບຮົມສະເພາະຂຶ້ນ. ຄຽງຄູ່ກັບການເຝິກອົບຮົມແບບນີ້ດຳເນີນຕໍ່ໆໄປ, ຈະມີປະຊາຊົນລາວນັບມື້ນັບຫຼາຍຂຶ້ນຮຽນຮູ້ເຕັກນິກ ແລະ ສີມືຕ່າງໆ ແລະກາຍເປັນຜູ້ກໍ່ສ້າງ ແລະ ຜູ້ຮັກສາທາງລົດໄຟລາວ-ຈີນ.
ທ້າວນິພອນເປັນກຳມະກອນທີ່ເຮັດວຽກຢູ່ໂຄງການທາງລົດໄຟລາວ-ຈີນຕອນຫຼວງພະບາງ, ກ່ອນເຂົ້າເຮັດວຽກຢູ່ໂຄງການລົດໄຟກໍມີສີມືແປງລົດມາກ່ອນແລ້ວ, ຫຼັງຈາກເຂົ້າຮ່ວມໂຄງການລົດໄຟແລ້ວ, ທ້າວນິພອນໄດ້ຮຽນສີມືແປງລົດນຳຄູສອນຈີນຕື່ມອີກ. ໃນປີທຳອິດທີ່ເຮັດວຽກໃນໂຄງການລົດໄຟ, ທ້າວນິພອນກໍໄດ້ແປງເຄື່ອງຈັກຊະນິດຕ່າງໆ 500 ກວ່າໜ່ວຍ, ປະຈຸບັນ, ທ້າວນິພອນໄດ້ກາຍເປັນຊ່າງສ້ອມແປງເຄື່ອງຈັກລະດັບສູງແລ້ວ.
ເມື່ອໄດ້ມີສີມືທີ່ຊຳນານເປັນຂອງຕົນເອງແລ້ວ, ກໍບໍ່ຕ້ອງເປັນຫ່ວງວ່າ ບໍ່ສາມາດຊອກວຽກເຮັດງານທຳ, ຍິ່ງກວ່ານັ້ນ, ຫຼັງຈາກທາງລົດໄຟລາວ-ຈີນສ້າງສຳເລັດແລ້ວ, ເສັ້ນທາງຄົມມະນາຄົມຈະກາຍເປັນເສັ້ນທາງແຫ່ງເສດຖະກິດການຄ້າ, ຈະກາຍເປັນຫົວຈັກທີ່ຊຸກຍູ້ການຫຼຸດຜ່ອນຄວາມທຸກຍາກ ສ້າງຄວາມຮັ່ງມີ ເຮັດໃຫ້ປະເທດມີການພັດທະນາ ປະຊາຊົນຢູ່ເຢັນເປັນສຸກ, ຍັງຈະສ້າງໂອກາດວຽກເຮັດງານທຳຫຼາຍກວ່າເກົ່າໃຫ້ແກ່ພີ່ນ້ອງປະຊາຊົນລາວອີກດ້ວຍ.
ເວົ້າສະຫຼຸບແລ້ວ, ອັນທີ່ວ່າ ການຮ່ວມມື“ໜຶ່ງແລວໜຶ່ງເສັ້ນທາງ”ມີແຕ່ເຮັດໃຫ້ປະເທດລາວກາຍເປັນ “ປະເທດທາງຜ່ານລ້າໆ” ນັ້ນແມ່ນເປັນໄປບໍ່ໄດ້ດອກ. ບັນຫາທີ່ເກີດຂຶ້ນໃນການພັດທະນາຕ້ອງແກ້ໄຂດ້ວຍການພັດທະນານັ້ນເອງ. ຖ້າຢຸດຕິບາດກ້າວທີ່ເດີນໄປໜ້າຍ້ອນເກີດບັນຫາຈຳນວນໜຶ່ງ, ຈະເຮັດໃຫ້ປະເທດລາວພາດໂອກາດພັດທະນາໄປ, ແລະເຮັດໃຫ້ປະຊາຊົນພາດໂອກາດທີ່ຈະມີຊີວິດການເປັນຢູ່ດີກວ່າເກົ່າ.
ນັບແຕ່ການສະເໜີຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”ເປັນເວລາ 6 ປີຜ່ານມານີ້, ຫຼາຍປະເທດ ແລະ ເຂດແຄວ້ນຜ່ານການຮ່ວມມື“ໜຶ່ງແລວໜຶ່ງເສັ້ນທາງ”, ໄດ້ສ້າງສະຖິຕິ “ຄັ້ງທຳອິດ”ໃນປະຫວັດສາດຂອງປະເທດຕົນຂຶ້ນ ຄື: ກາຊັກສະຖານທີ່ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລທີ່ໃຫຍ່ທີ່ສຸດໃນໂລກໄດ້ມີທາງອອກໄປສູ່ທະເລຂອງຕົນເປັນຄັ້ງທຳອິດ, ພາກຕາເວັນອອກຂອງອາຟຣິກາມີທາງດ່ວນສາຍທຳອິດຂອງຕົນ, ມານດິຟໄດ້ມີຂົວຂ້າມທະເລແຫ່ງທຳອິດ, ເບລາຣູຊີໄດ້ມີຂະແໜງການຜະລິດລົດເກ໋ງຂອງຕົນເປັນຄັ້ງທຳອິດ…. ຢູ່ປະເທດເກນຢາ, ທາງລົດໄຟເຊື່ອມຕໍ່ນະຄອນຫຼວງໄນໂຣບີ ແລະ ມົມບາຊາທີ່ເປັນເມືອງທ່າກຳປັ່ນ ທີ່ກໍ່ສ້າງໂດຍບໍລິສັດຈີນນັ້ນໄດ້ຮັບຍ້ອງຍໍວ່າເປັນ ໂຄງການສະຕະວັດຂອງປະເທດເກນຢາ, ຫຼັງຈາກສ້າງສຳເລັດ ແລະ ແລ່ນລົດແລ້ວ, ໄດ້ສ້າງໂອກາດວຽກເຮັດງານທຳເກືອບ 5 ໝື່ນຕຳແໜ່ງໃຫ້ແກ່ເກນຢາ, ຊຸກຍູ້ໃຫ້ເສດຖະກິດເຕີບໂຕ1,5%. ຢູ່ກຳປູເຈຍ, ເຄີຍຂາດພະລັງໄຟຟ້າເຖິງ 20%, ຄ່າໄຟທາງພົນລະເຮືອນສູງສຸດເຖິງ 0,9 ໂດລາຕໍ່ກິໂລວັດໂມງ, ຫຼັງຈາກເຂື່ອນໄຟຟ້າ Stung Russei Chrum ທີ່ຊ່ວຍເຫຼືອໂດຍຈີນສ້າງສຳເລັດ ແລະ ຜະລິດຜົນແລ້ວ, ແຕ່ລະປີຈະໄດ້ສະໜອງໄຟຟ້າທີ່ມີລາຄາຖືກ 1ຕື້ກິໂລວັດໂມງໃຫ້ແກ່ກຳປູເຈຍ. ຊີວິດການເປັນຢູ່ຂອງປະຊາຊົນສາມາດນຳໃຊ້ພະລັງໄຟຟ້າຢ່າງສະດວກສະບາຍ, ຊີວິດການເປັນຢູ່ກໍດີຂຶ້ນຢ່າງຫຼວງຫຼາຍ.
ແນວໃດກໍຕາມ, ເຖິງວ່າຮູບການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” ບໍ່ແມ່ນຮູບແບບການຮ່ວມມືທີ່ສົມບູນແບບກໍຕາມ, ແຕ່ໃນໂລກນີ້ກໍອາດຈະບໍ່ມີຮູບແບບທີ່ສົມບູນແບບທີ່ສຸດ. ແຕ່ສຳລັບມາດຕະການຕ່າງໆທີ່ເຫັນໄດ້ສຳຜັດໄດ້ຢ່າງແທ້ຈິງຄືທີ່ກ່າວມານັ້ນ, ຜົນປະໂຫຍດຕ່າງໆທີ່ພົ້ນເດັ່ນທີ່ກ່າວມານັ້ນຈະເຮັດໃຫ້ປະເທດ ແລະ ປະຊາຊົນນັບມື້ນັບຫຼາຍຂຶ້ນເຊື່ອໝັ້ນວ່າ, ຄວາມດຸນດ່ຽງແລະ ການພັດທະນາຈະສາມາດບັນລຸຜົນເປັນຈິງໄດ້, ແລະມີຄວາມໝາຍໃນດ້ານຕົວຈິງ.
ຂໍ້ລິເລີ່ມທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກຳເນີດຢູ່ຈີນ, ແຕ່ໂອກາດ ແລະ ໝາກຜົນທີ່ມາຕາມຫຼັງນັ້ນແມ່ນຂຶ້ນກັບປະເທດຕ່າງໆໃນທົ່ວໂລກ, ເຊິ່ງລວມທັງປະເທດລາວເຮົາ.
ຄຳເຫັນ
0