莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສື່ມວນ​ຊົນ​ໂລກ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ຈັດ​ຂຶ້ນ​ທາງ​ອອນ​ລາຍ

2020-10-20 14:17:22 CRI

ກອງ​ປະ​ຊຸມ​ສື່ມວນ​ຊົນ​ໂລກ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ຈັດ​ຂຶ້ນ​ທາງ​ອອນ​ລາຍ_fororder_微信图片_20201020103747

ຕອນ​ຄ່ຳ​ວັນ​ທີ 19 ຕຸ​ລານີ້, ກອງ​ປະ​ຊຸມ​ສື່ມວ​ນ​ຊົນ​ໂລກ​ກ່ຽວ​ກັບ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄົນ​ພິ​ການ​ປັກ​ກິ່ງ​ປີ 2022 ໄດ້​ຈັດ​ຂຶ້ນ​​ໂດຍ​ຜ່ານ​ທາງວິ​ດີ​ໂອ. ຜູ້​ແທນ​ຂອງ​ຄະ​ນະ​ກຳ​ມະ​ການ​ງານ​ກິ​ລາ​ໂອ​ລິມ​ປິກ​ສາ​ກົນ, ຄະ​ນະ​ກຳ​ມະ​ການ​​ກິ​ລາໂອ​ລິມ​ປິມ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ, ສະ​ຫະ​ພັນ​ກິ​ລາ​ປະ​ເພດດ່ຽວ​ສາ​ກົນ​ແລະ​ສື່ມວນ​ຊົນ​ທົ່ວ​ໂລກ​ລວມ 400 ທ່ານ​ເຂົ້າ​ຮ່ວມ.

ທ່ານ​ຈ່າງ​ຈ້ຽນ​ຕົ່ງ ຮອງ​ເຈົ້າ​ຄອງ​ນະ​ຄອນ​ປັກ​ກິ່ງ ຮອງ​ປະ​ທານ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມລະ​ດູ​ໜາວ​ປິກ​ປັກ​​ກ່າວ​ວ່າ: ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​​ໄດ້ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ວຽກ​ງານ​ສື່ມວນ​ຊົນ, ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ໃນ​​ເວ​ລາ​ຮ້ອງ​ຂໍ​ເປັນ​ເຈົ້າ​ພາບ​ຈັດ​ງານ​ຢ່າງ​ເຂັ້ມ​ງວດ, ພະ​ຍາ​ຍາມ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ການ​ລາຍ​ງານ​ຂ່າວ​ຂອງ​ສື່ມວນ​ຊົນ​ໃນ​​ໄລ​ຍະ​​ກະ​ກຽມ​​ການຈັດ​ງານ​ແລະ​ໃນ​ເວ​ລາ​ຈັດ​ງານ.

ກອງ​ປະ​ຊຸມ​ສື່ມວນ​ຊົນ​ໂລກ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ຈັດ​ຂຶ້ນ​ທາງ​ອອນ​ລາຍ_fororder_微信图片_20201020103755

ທ່ານ​ນາງ​ ລູ​ຊີ ມົງ​ທາ​ນາ​ເລ​ລາ ​ຫົວ​ໜ້າ​ກຳ​ມາ​ທິການ​​ຂ່າວ​​ສານຂອງ​ຄະ​ນະກຳ​ມະ​ການ​​ໂອ​ລິມ​ປິກ​ສາ​ກົນ ​ທັງ​ເປັນຫົວ​ໜ້າ​​ການ​ເຄື່ອນ​ໄຫວ​ວຽກ​ງານ​ສື່ມວນ​ຊົນ​ກ່າວ​ວ່າ: ກອງ​ປະ​ຊຸມ​ສື່ມວນ​ຊົນ​ໂລກ​ຄັ້ງ​ນີ້​ມີ​ຜົນ​ດີ​ຕໍ່​ສຳ​ນັກ​ຂ່າວ​​ຕ່າງໆ​ເພື່ອວາງ​ແຜນ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໄດ້​ດີກວ່າ​ເກົ່າ. ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຈະ​ສະ​ໜັບ​ສະ​ໜູ​ນ​ວຽກ​ງານ​ຫ້າງ​ຫາ​ກະ​ກຽມ​ການ​ຈັດ​ງານ​ຂອງ​ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຈຸດ​ປະ​ສົງ​ແນະ​ນຳ​​ຄວາມ​ຄືບ​ໜ້າ​ຂອງວຽກ​ງານ​ກ​ະ​ກຽມ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໃຫ້​ສື່ມວນ​ຊົນ​ໂລກ​ໃຫ້​ຮັບ​ຊາບ. ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ​ຜູ້​ແທນສື່ມວນ​ຊົນ​ທີ່ບໍ່​ສາ​ມາດ​ມາ​ເບິ່ງ​ສະ​ຖານ​ທີ່​ຕົວ​ຈິງ​ຍ້ອນ​ພະ​ຍາດ​ໂຄວິດ-19 ນັ້ນ ໄດ້​ຜ່ານ​ລະ​ບົບ​​ຈຳ​ລອງ​ສະ​ໜາມ​ກິ​ລາ​ຕ່າງໆ ຊອກ​ຮູ້​ຄວາມ​ຄືບ​ໜ້າ​ແລະ​ການ​​ກໍ່​ສ້າງ​​ຂອງ​ເດີ່ນ​ກິ​ລາຕ່າງໆ ແລະ​ສິ່ງ​ກໍ​ສ້າງ​ທີີ່​ຮັບ​ໃຊ້​ສື່ມ​ວນ​ຊົນ, ໄດ້​ຮັບ​ຟັງ​ການ​ແນະ​ນຳ​ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງແລະ​ອື່ນໆ.

ຄຳ​ເຫັນ

0