莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈັດ​ກິດ​ຈະ​ກຳ​ຮັບ​ສະ​ໝັກ​ຜູ້​ຖ່າຍ​ທຳ​ຮູບ​ເງົາ​ສັ້ນ​ມື​ອາ​ຊີບ​ລຸ້ນ​ຊາວ​ໜຸ່ມ​ທົ່ວ​ໂລກ

2020-11-04 14:55:36 cri

ຫວ່າງມໍ່ໆ​ມານີ້, “ກິດ​ຈະ​ກຳ​ຮັບ​ສະ​ໝັກ​ຜູ້​ຖ່າຍ​ທຳ​ຮູບ​ເງົາ​ສັ້ນ​ມື​ອາ​ຊີບ​ລຸ້ນຊາວ​ໜຸ່ມ​​ທົ່ວ​ໂລກ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022” ​ທີ່​ຈັດ​ໂດຍ​ຄະ​ນະ​ກຳ​ມະ​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະງານ​ກິ​ລາ​ໂອ​ລິມ​ປິກ​​ຄົນ​ພິ​ການລະ​ດູ​ໜາວ​ປັກ​ກິ່ງ 2022 ​ໂດຍ​ມີ​ຈຸດ​ປະ​ສົງເຊື້ອ​ເຊີນ​​ຊາວ​ໜຸ່ມ​​ທົ່ວ​ໂລກ ເຂົ້າ​ຮ່ວມ​ການ​ຖ່າຍ​ທຳ​ຮູບ​ເງົາ​ສັ້ນ​ແບບ​ມື​ອາ​ຊີບ​ທົ່ວ​ໂລກສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​.

​ຜູ້​ສະ​ໝັກ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ດັ່ງ​ກ່າວ​ຕ້ອງ​ຍື່ນ​​ແບບ​ຟອມ​ສະ​ໝັກ​ດ້ວຍ​ຕົນ​ເອງ, ເອ​ກະ​ສານ​​ສັນ​ຍາ, ບົດ​ບັນ​ລະ​ຍາຍຮູບ​ເງົາ​ຕາມ​ຄວາມ​ຄິດ​ສ້າງ​ສັນຂອງ​ຕົນ​, ລິ​ຂະ​ສິດ​ຜົນ​ງານ​ຂອງ​ຕົນ, ແລະ​ເອ​ກະ​ສານ​ທີ່​​ຢືນ​ຢັນ​ຖາ​ນະ​ຂອງ​ຕົນ. ບົດ​ດຽວ​ກັນ​ສາ​ມາດ​ສະ​ເໜີ​ໄປ​ຮ່ວມຫຼາຍ​ປະ​ເພດ, ແຕ່ວ່າ ແຕ່​ລະ​ລາຍ​ການ​ຕ້ອງ​​ມີ​ບົດ​ບັນ​ລະ​ຍາຍ​ຄວາມ​ຄິດ​ສ້າງ​ສັນ​ຂອງ​ຕົນ​ເອງ. ຜົ​ນ​ງານ​ທີ່​ຜູ້​ສະ​ໝັກ​ຍື່ນ​ໃຫ້​ນັ້ນ​ບໍ່​ຈຳ​ກັດ​ຈຳ​ນວນ, ​ອາດ​ຈະ​​ເປັນ​ຮູບ​ເງົາ​ເລື່ອງ​ສັ້ນ, ​ເປັນ​ຮູບ​ເງົາ​ແບບ​ສາ​ລະ​ຄະ​ດີ​ສັ້ນ​ກ່ຽວ​ກັບ​ເຫດ​ການຫຼື​ບຸນ​ຄົນ​ໃດ​ກໍ​ໄດ້, ຖ້າ​​ມີ​ເນື້ອ​ໃນ​ສະ​ເພາະ​ກ່ຽວ​ກັບ​​ກິ​ລາ​ລະ​ດູ​ໜາວ​ແ​ຮ່ງ​ດີ. ກິດ​ຈະ​ກຳ​ຮັບ​ສະ​ໝັກ​ຄັ້ງ​ນີ້ບໍ່​ຕ້ອງ​​ເສຍ​ຄ່າ​ໃດໆ, ຖ້າ​ຫາກວ່າ​ທ່ານສົນ​ໃຈ​ຢາກ​ເຂົ້າ​ຮ່ວມ, ກໍ​ປະ​ກອບ​ເອ​ກະ​ສານ​ດັ່ງ​ກ່າວ​ແລ້ວ​ສົ່ງ​ໄປ​ຫາ​ທີ່​ຢູ່​​ໃນອີ​ແມວ​ທາງ​ການ​ຄື: olympicfilm@beijing2022.cn​ ,ກິດ​ຈະ​ກຳ​​ຄັ້ງ​ນີ້​ປິດຮັບ​ສະ​ໝັກ​​ໃນວັນ​ທີ 21 ທັນ​ວາ​ປີ 2020.

ກ່ຽວ​ກັບ​ຂໍ້​ມູນ​ລະ​ອຽດ​ຂອງ​ກິດ​ຈະ​ກຳ​ຄັ້ງ​ນີ້, ເຊີນທ່ານ​ຕິດ​ຕາມ​​ທາງ​ເວບ​ໄຊ​ທາງ​ການ​ຂອງ​ຄະ​ນະກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ຄື: (https://www.beijing2022.cn/a/20200921/009700.htm)

ຄຳ​ເຫັນ

0