吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ: ສະໜັບ​ສະ​ໜູນ​ສູນ​ກາງ​ຈີນ​ປັບ​ປຸງ​ລະ​ບຽບ​ການ​ເລືອກ​ຕັ້ງ​ຂອງ​ຮົງ​ກົງ​ໃຫ້​ສົມ​ບູນກວ່າ​ເກົ່າ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ

2021-03-07 15:29:37 cri

      ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​ກ່າວ​ວ່າ: ​ອິດ​ທິ​ກຳ​ລັງ​ຕໍ່​ຕ້ານ​ລັດ​ຖະ​ບານ​ຈີນ ແລະສ້າງ​ຄວາ​ມ​ວຸ້ນ​ວາຍ​ແກ່​ຮົງ​ກົງ​ໄດ້ກະ​ທົບ​ເຖິງຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ສະໜັບ​ສະ​ໜູນໃຫ້​ຜູ້​ຮັກ​ປະ​ເທດ​ຊາດບໍ​ລິ​ຫານ​ຮົງ​ກົງ ແລະ​ໃຫ້ສູນ​ກາງ​ປັບ​ປຸ​ງ​ລະບຽບ​ການ​ເລືອກ​ຕັ້ງ​ຂອງ​ຮົງ​ກົງ​ໃຫ້​ສົມ​ບູນກວ່າ​ເກົ່າ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

      ທ່ານ​ຕົງ​ຈ້ຽນ​ຮ​ວາ, ຮອງ​ປະ​ທານ​ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ອອກ​ຖະ​ແຫຼງ​ການ​ໃນວັນ​ທີ 5​ ມີ​ນາ​ນີ້ວ່າ, ​ການ​ທີ່​ຈັດ​ຕັ້ງປະ​ຕິ​ບັດຫຼັກ​ການ “ໃຫ້ຜູ້​ຮັກ​ປະ​ເທ​ດ​ຊາດ​ບໍ​ລິ​ຫານ​ຮົງ​ກົງ​” ຢ່າງ​ຮອບ​ດ້ານ, ປັບ​ປຸງ​ສະ​ພາບ​ການ​ສັບ​ສົນ​ດ້ານ​ການ​ເມືອງ​ຂອງ​ຮົງ​ກົງ​ໃນ​ຫລາ​ຍ​ປີ​ທີ່​ຜ່ານ​ມາ, ​ທັງປ້ອງ​ກັນ​ບໍ່​ໃຫ້​ຜູ້​ຕໍ່​ຕ້ານ​ລັດ​ຖະ​ບານ​ຈີນ​ ແລະ​ສ້າງ​ຄວາມ​ວຸ້ນ​ວາຍ​ແກ່​ຮົງ​ກົງ​ເຂົ້າ​ໃນ​ໂຄງ​ປະ​ກອບ​ການ​ບໍ​ລິ​ຫານ​ຂອງ​ຮົງ​ກົງ​ໂດຍ​ຜ່ານ​ການ​ເລືອກ​ຕັ້ງ  ​ນັ້ນ​ແມ່ນ​ເລື່ອງ​ທີ່​ຖືກ​ໃຈ​ປະ​ຊາ​ຊົນ, ກໍ​ເປັນ​ເລື່ອງ​ທີ່​ສົມ​ເຫດ​ສົມ​ຜົນ​ອີກ​ດ້ວຍ. ​ການໃຫ້​ຜູ້​ຮັກ​ປະ​ເທດ​ຊາດ​ດຳ​ລົງ​ຕຳ​ແໜ່ງ​ທີ່​ສຳ​ຄັນ​ຂ​ອງ​ລັດແມ່ນ​ຈຸ​ດ​​ສຳ​ຄັນ​ຂອງ​ທິດ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ” ​ທັງ​ເປັນ​ແນວ​ຄວາມ​ຄິດ​ດ້ານ​ການ​ເມືອງ​ທີ່​ທົ່ວ​ໂລກ​ຮັບ​ຮູ້​ເປັນ​ເອ​ກະ​ພາບ​ກັນ.

      ວັນ​ທີ5​ມີ​ນາ​ນີ້, ທ່ານ​ລຽງ​ຈ​ວິ່ນ​ຢ້ຽນ ປະ​ທານ​ສະ​ພາ​ນິ​ຕິ​ບັນ​ຍັດ​ຮົງ​ກົງ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ລະ​​ບຽບ​ການ​ເລືອກ​ຕັ້ງ​ທີ່​ສົມ​ບູນ​ສາ​ມາດ​ປັບ​ປຸງ​ລະ​ບຽບ​ຂອງ​​ລະ​ບອບ​ລັດ​ຖະ​ທຳ​ມະ​ນູນໃຫ້​ດີ​ຂຶ້ນ, ສ້າງ​ຕັ້ງ​ສະ​ພາ​ທີ່​ສັນ​ຕິ​ພາບ ແລະ​ມີ​ສະ​ຕິ, ຫລຸດ​ຜ່ອນ​ຄວາມ​ຂັດ​ແຍ້ງ​ທີ່​ບໍ່​ຈຳ​ເປັນ​ຢູ່​ພາຍ​ໃນ, ຮັບ​ປະ​ກັນ​ໃຫ້​ທິດ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ​” ​ໄດ້​ຮັບ​ການດຳ​ເນີນ​ໄປ​ເປັນ​ໄລ​ຍະ​ຍາວ​ ແລະ​ໝັ້ນ​ທ່ຽງ ເຊິ່ງ​ຈະ​ມີ​ຜົນ​ດີ​ຕໍ່​​​ການ​ພັດ​ທະ​ນາ​ທີ່​ໝັ້ນ​ຄົງ ແລະ​ຈະ​ເລີນ​ຮຸ່ງ​ເຮື​ອງ​ຂອງສັງ​ຄົມຮົງ​ກົງ ​ທັງ​ມີ​ຜົນ​ດີ​ຕໍ່ຊີ​ວິດ​ການ​ເປັນ​ຢູ່​ທີ່​ສະ​ຫງົບ​ສຸກ​ຂອງ​ຊາວ​ຮົງ​ກົງ​ນຳ​ອີກ.

ຄຳ​ເຫັນ

0