蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ

2021-03-18 15:33:50 CRI

ວັນ​ທີ 17 ມີ​ນາ​ນີ້, ທ່ານ​ເຕິ້ງ​ຊີ​ຈຸ່ນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ຕ່າງໆ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ຂອງ​ປະ​ເທດ​ອິນ​ໂດ​ເນ​ເຊຍ.

ເມື່ອ​ເວົ້າ​ເຖິງວັນ​ລະ​ນຶກ​ການ​ສ້າງ​​ສາຍພົວ​ພັ​ວ​ຄູ່​ເຈ​ລະ​ຈາ​ຈີນ-ອາ​ຊຽນ​ຄົບ​ຮອບ 30 ປີ, ທ່ານ​ເຕິ້ງ​ຊີ​ຈຸ່ນ​ກ່າວ​ວ່າ: 30 ປີ​ກ່ອນ, ຈີນ ແລະ ອາ​ຊຽນ​ສ້າງ​ສາຍພົວ​ພັນ​ຄູ່​ເຈ​ລະ​ຈາ​ກັນ, ​ຈາກ​ນັ້ນ​ມາ, ການ​ພົວ​ພັນ​ຈີນ-ອາ​ຊຽນ​ໄດ້​ຢືນຢູ່​ແຖວ​ໜ້າ​​ຂອງ​ການ​ຮ່ວມ​ມື​ພາກ​ພື້ນ. ເມື່ອ​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່, ພວກ​ເຮົາ​ຍິນ​ດີ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ, ສ້າງ​ສາຍ​ພົວ​ພັນ 30 ປີ​ຮອບ​ໜ້າ​ໃຫ້​ດີ​ເດັ່ນ​ກວ່າ​ເກົ່າ.

ທ່ານ​ເຕິ້ງ​ຊີ​ຈຸ່ນ​ກ່າວ​​ຕື່ມວ່າ: ຈີນ​ຈະ​ສະ​ໜັບ​ສະໜູນ​ວຽກ​ງານ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ຊຽນ​ຕື່ມ​ອີກ, ຊ່ວຍ​ອິນ​ໂດ​ເນ​ເຊຍ​ສ້າງ​ສູນ​ຜະ​ລິດ​ວັກ​ຊີນ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ອາ​ຊຽນ​ຕື່ມ​ອີກ. ຈະ​ຈັດ​ເອົາ​ການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່​ຂອງ​ຈີນ​ເຊື່ອມ​ຕໍ່​ກັບ “ຂອບ​ການ​ຟື້ນ​ຟູ​ຮອບ​ດ້ານ​ຂອງ​ອາ​ຊຽນ”, ພ້ອມ​ທັງ​ຊຸກ​ຍູ້​ໃຫ້​ “ສັນ​ຍາ​ວ່າ​ດ້ວຍການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ” ຫຼື RECP ​ມີ​ຜົນ​ສັກ​ສິດ ແລະ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງໂດຍ​ໄວ, ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງຢ່າງ​ເຕັມ​ສ່ວນ. ນອກ​ນີ້, ຈີນ​ຍັງ​ຈະ​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ດ້ານ​ຍຸດ​ທະ​ສາດ ແລະ ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​​ການປະ​ດິດ​ສ້າງ​ໃໝ່​ກັບ​ອາ​ຊຽນ​ຕື່ມ​ອີກ.

ຄຳ​ເຫັນ

0