黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ການ​ຮ່ວມ​ມື​ການ​ພັດ​ທະ​ນາລະ​ຫວ່າງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຈີນ-ອາ​ຊຽນ​ຈັດ​ຂຶ້ນ​ຢູ່​ຈີນ

2021-05-29 15:56:04 CRI

ກອງ​ປະ​ຊຸມ​ການ​ຮ່ວມ​ມື​ການ​ພັດ​ທະ​ນາ​ລະ​ຫວ່າງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ແຂວງ​ຊ່ານ​ຕົ່ງ​ຈີນ-ອາ​ຊຽນ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ພຶດ​ສະ​ພານີ້​ຢູ່​ນະ​ຄອນ​ຈີ​ໜານ ເທດ​ສະ​ບານ​ແຂວງ​ຊ່ານ​ຕົ່ງ ໂດຍ​​ສຸມ​ໃສ່​ຫົວ​ຂໍ້​ທີ່​ວ່າ “ໂອ​ກາດ​ແລະ​ອະ​ນາ​ຄົດຂອງ​ການ​ຮ່ວມ​ມື​ການ​ພັດ​ທະ​ນາ​ລະ​ຫວ່າງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຈີນ-ອາ​ຊຽນ​ໃນ​ເງື່ອນ​ໄຂ​ການ​ເຊັນ​ສັນ​ຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP” ແລະ ລົງ​ເລິກ​ການ​ຮ່ວມ​ມືທີ່​ແທ້​ຈິງ​ລະ​ຫວ່າງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ແຂວງ​ຊ່ານ​ຕົ່ງ​ແລະ​ອາ​ຊຽນ. ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ເຊັນ​ສັນ​ຍາ​ໂຄງການຮ່ວມ​ມື​ 19 ໂຄງ​ການ, ລວມ​ທັງ​ໝົດ​ມີ​ມູນ​ຄ່າ 27 ກວ່າ​ຕື້ຢວນ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ທັງ​ທາງ​ອອນ​ລາຍ​ ແລະ ​ທາງອອບ​ລາຍ ໂດຍກອງ​ປະ​ຊຸມຫຼັກໄດ້​ຈັດຂຶ້ນ​ຢູ່​ນະ​ຄອນ​ຈີ​ໜານ ເທດ​ສະ​ບານ​ແຂວງ​ຊ່ານ​ຕົ່ງ ແລະ ​ກອງ​ປະ​ຊຸມ​ຍ່ອຍ 5 ຄັ້ງ​ໄດ້ຈັດ​ຂຶ້ນຢູ່​ປະ​ເທດ​ອາ​ຊຽນ, ມີ​ວິ​ສາ​ຫະ​ກິດ​ຈາກ​ແຂວງ​ຊ່ານ​ຕົ່ງ ແລະ ອາ​ຊຽນ​ປະ​ມານ 1.300 ແຫ່ງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດ້ວຍ​ທາງ​ອອນ​ລາຍ​ ແລະ ທາງ​ອອບ​ລາຍ.

ທ່ານຄຳ​ເຜົ່າ ເອີນ​ທະ​ວັນ​ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ລາວ ແລະ ຈີນຍັງ​ມີຫຼາຍ​ຂົງ​ເຂດ​ທີ່​ຈະ​ດຳ​ເນີນ​ການ​ຮ່ວມ​ມື​ໄດ້, ສອງ​ຝ່າຍ​ສາ​ມາດ​ດຳ​ເນີນ​ການ​ຮ່ວມ​ມື​ໃຫ້ຫຼາຍກວ່າ​ເກົ່າ​ອີກ ເຊັ່ນ: ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ ແລະ ພື້ນ​ຖານ​ໂຄງ​ລ່າງ​ຂອງ​ລາວ ລ້ວນ​ແຕ່​ພວມ​ຄອງ​ຄອຍ​ນັກ​ທຸ​ລະ​ກິດ​ຈີນ​ໄປ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶງ​ກັບ​ຝ່າຍ​ລາວ.”

ຄຳ​ເຫັນ

0