蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສົ່ງ​ສານ​ອ​ວຍ​ພອນໄປ​ຍັງ​ທ່ານ​ຮຸນ​ເຊັນ ເນື່ອງ​ໃນ​ໂອ​ກາດວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຄົບ​ຮອບ 70 ປີ

2021-06-28 14:54:02 CRI

ວັນ​ທີ 28 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້ສົ່ງ​ສານ​ອວຍ​ພອນ​ໄປ​ຍັງ​ທ່ານ​ຮຸນ​ເຊັນ ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍຄົບ​ຮອບ 70 ປີ.

​ໃນ​ສານ​ຂອງທ່ານ​ສີ​ຈິ້ນ​ຜິງ​ລະ​ບຸວ່າ: ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ, ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ໄດ້​​ສາ​ມັກ​ຄີ ແລະ ນຳ​ພາ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ສຸມ​ໃສ່​ພາ​ລະ​ກິດ​ສ້າງ​ສາ​ແລະ​ພັດ​ທະ​ນາ​ປະ​ເທດ​ຕົນ, ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ເພື່ອ​ຊຸກ​ຍູ້​ການ​ສ້າງ​ສະ​ຖ​ຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ. ຈີນ​ຈະ​ເຮັດ​ຄື​​ກັນ​ກັບ​ເມື່ອ​ກ່ອນ​ໃນ​ການ​ສະ​ໜັບ​ສະ​ໜູນ​ກຳ​ປູ​ເຈຍ​ເດີນ​ຕາມ​ເສັ້ນ​ທາງ​​ການພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ກຳ​ປູ​ເຈຍ, ເຊື່ອ​ວ່າພາຍ​ໃຕ້​ການ​ນຳ​ພາ​ອັນ​ຖືກ​ຕ້ອງ​ຂອງ​ທ່ານ​ປະ​ທານ, ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຈະ​​ສືບ​ຕໍ່ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ ເພື່ອ​​ສ້າງຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ປະ​ເທດ​ກຳ​ປູ​ເຈຍ ແລະ ຄວາມ​ຜາ​ສຸກ​​ໃຫ້​ກັບປະ​ຊາ​ຊົນ​ກຳ​ປູ​ເຈຍ ​ກໍ​ຄື​ການ​ປົກ​ປັກ​ຮັກ​ສາສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຈີນ​ແລະ​ກຳ​ປູ​ເຈຍ​ແມ່ນ​​ປະ​ເທດເພື່ອນ​ມິດ​ທີ່​ຈິງ​ໃຈ​ຕໍ່​ກັນ ແລະ ​ເປັນຄູ່​ຮ່ວມ​ຊາ​ຕາ​ກຳ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ຍິນ​ດີ​ເພີ່ມ​ທະ​ວີ​ການ​ຊີ້​ນຳ​ນຳ​ພາ​​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ແລະ​ສອງ​ລັດ​ທາງ​ດ້ານ​ການ​ເມືອງ, ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງ​ພັກ ແລະ ຂົງ​ເຂດ​ອື່ນໆ, ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ກຳ​ປູ​ເຈຍ ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ ກໍ​ຄື ປະ​ຊາ​ຊົນ​ສອງ​ຊາດ.

ຄຳ​ເຫັນ

0