吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວາງ​ຢີ້​ກ່າວ​ວ່າ: ຫລັກ​ການ​ທີ່​ບໍ່​ແຊກ​ແຊງວຽກ​ງາ​ນ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ແມ່ນ​ເຄັດ​ລັບ​ປ້ອງ​ກັນ​ຕົນ​ເອງ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ

2021-08-07 14:28:21 cri

    ຕອນ​ຄ່ຳ​ວັນ​ທີ 6 ສິງ​ຫາ​ນີ້, ທ່ານ​ວາງ​ຢີ້  ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​​​ໃນກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງເວ​ທີ​ປຶກ​ສາ​ຫາ​​ລື​ພາກ​ພື້ນ​ອາ​ຊຽນ​ຄັ້ງ​ທີ 28 ວ່າ: ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ແມ່ນ​ຫລັກ​ການ​ສຳ​ຄັນ​ຂອງ​​ກົດ​ບັດ​​ອົງ​ການສະ​ຫະ​ປະ​ຊ​າ​ຊາດ ແລະ ຫລັກ​ມາດ​ຖານ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ, ແມ່ນ​ການ​ກະ​ທຳ​ທີ່​ສົມ​ຄວນ​ມີ​ໃນ​ເວ​ລາ​ຈັດ​ຕັ້ງ​ປະ​ຕິ​ບັດ​ລັດ​ທິ​ຫລາຍ​ຝ່າຍ, ຍິ່ງ​ເປັນ​ເຄັບ​ລັບ​ຂອງ​ປະ​ເທດ​ພວ​ມ​ພັດ​ທະ​ນາ​ຈຳ​ນວນ​ຫລວງ​ຫລາຍ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ລາດ​ດ້ານ​ອະ​ທິ​ປະ​ໄຕ ແລະ​ຜົນ​ປະ​ໂຫຍດ​ທີ່​​ຊອບ​ທຳ. ປະ​ເທດ​ຕ່າງໆ​ຄວນ​ມີ​ຄວາມ​ສະ​ເໝີ​ພາບ​ເຊິ່ງ​ກັນ​ ແລະ​ກັນ, ສາ​ມາດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ ແລະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ບົນ​ພື້ນ​ຖານ​ທີ່​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ ແລະ​ກັນ, ແຕ່​ບໍ່​ຄວນ​ບັງ​ຄັບ​ໃຫ້​ປະ​ເທດ​ອື່ນ​ຍອມ​ຮັບ​ຄວາມ​ຄິດ​ເຫັນ​ຂອງ​ຕົນ, ບໍ່​ຄວນ​ຖື​ເອົາ​ປະ​ຊາ​ທິ​ປະ​ໄຕ ແລະ​ສິດ​ທິ​ມະ​ນຸດ​ເປັນ​ຂໍ້​ອ້າງ​ເພື່ອ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ຕາມ​ລຳ​ພັງ, ຈົນ​ເຖິງ​​ຂັ້ນສະ​ແຫວງ​ຫາ​​ຜົນ​ປະ​ໂຫຍດ​ສ່ວນ​ຕົວ.  ປະ​ເທດ​ສ່ວນ​ໃຫຍ່​ໃນ​ອາ​ຊີ​ຕາ​ເວັນ​ອອກ​ກໍ​ມີ​ປະ​ຫວັດ​ສາດ​ຄື​ກັນ​ທີ່​ຖືກ​ປະ​ເທດ​ຈັກ​ກະ​ພັດ​ຮຸກ​ຮານ ແລະ​ຂົ່ມ​ເຫັງ, ແຕ່​ໃນ​ຍຸກ​ສະ​ໄໝ​ປັດ​ຈຸ​ບັນ, ຊາ​ຕາ​ກຳ​ຂອງ​ບັນ​ດາ​ປະ​ເທດ​ຄວນ​ກຳ​ຢູ່​ໃນ​ມື້​ຂອງ​ຕົນ, ອະ​ນາ​ຄົດ​ຂອງ​ພາກ​ພື້ນ​ຄວນ​​ສ້າງ​ຂຶ້ນ​ໂດຍປະ​ເທດ​ຕ່າງ​ໆຮ່ວມ​ກັນ​.

 

ຄຳ​ເຫັນ

0