尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ຈຸ່ງ​ກິ່ງ​ຂອງ​ຈີນສາ​ມາດກາຍ​ເປັນຂົວ​​ຕໍ່​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ກັບ​ອາ​ຊຽນ​ໃນ​ຫຼາຍ​ຂົງ​ເຂດ

2021-08-24 17:02:14 cri

      ວັນ​ທີ 23 ສິງ​ຫາ​ນີ້, ເວ​ທີ​ປຶກ​ສາ​ຫາ​ລື​​ຍ່ອຍ​ກ່ຽວ​ກັບການ​ພັດ​ທະ​ນາ​ຂອງ​ເວ​ທີ​ເສດ​ຖະ​ກິດ​ການ​ຄ້າ​​ອະ​ເນກ​ປະ​ສົງ​ເຂດ​ພັດ​ທະ​ນາ​ໃໝ່​ຫຼຽງ​ຈ່ຽງ​ນະ​ຄອນຈຸ່ງ​ກິ່ງ-ປະ​ເທດ​ອົງ​ການ​ຮ່ວມ​ມື​ຊຽງ​ໄ​ຮ້​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຈຸ່ງ​ກິ່ງ​ຂອງ​ຈີນ​​ຜ່ານ​ທາງ​ອອນ​ລາຍ​ແລະ​ອັອ​ຟ​ລາຍ​ແລະ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັນ​ກ່ຽວ​ກັບ​ຫົວ​ຂໍ້ “ການ​ສ້າງ​ເສດ​ຖະ​ກິດ​ດີ​ຈີ​ຕອນໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ດັ້ງ​ເດີມ​ໄດ້​ຢ່າງ​ເລິກ​ເຊິ່ງ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ສະ​ພາບ​ການ​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ປະ​ເທດ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​”.     
 

ທ່ານ ວ​ະລາ​ດີ​ເມຍ ອິ​ມາ​ໂມ​ວິ​ສ ໂນ​ໂຣ​ຟ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວິ​ດີ​ໂອ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ນະ​ຄອນ​ຈຸ່ງ​ກິ່ງ​ແມ່ນ​ຂົວ​ຕໍ່ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ,​ບັນ​ດາແຂວງ​ທີ່​ໄກ​ກັບ​ຊາຍ​ຝັ່ງ​ທະ​ເລ​ຂອງ​ຈີນ​ກັບປະ​ເທດ​ເອີ​ຣົບ-ອາ​ຊີ, “ການ​ບໍ​ລິ​ການ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ເປັນ​ປະ​ຈຳ​ລະ​ຫວ່າງ​ຈຸ່ງ​ກິ່ງ-ອາ​ຊຽນ”ໄດ້​ເຊື່ອມ​ຕໍ່​ກັບຫວຽດ​ນາມ,ລາວ,ໄທ,ກຳ​ປູ​ເຈຍ,ມຽນ​ມາ​ແລະ​ສິງ​ກະ​ໂປ​ໂດຍ​ຜ່ານ​ເສັ້ນ​ທາງ​ການ​ບິນ 6 ສາຍ. ນະ​ຄອນ​ຈຸ່ງ​ກິ່ງ​ສາ​ມາດ​ກາຍ​ເປັນ​ຂົວ​ຕໍ່​ລະ​ຫວ່າງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄ​ຮ້​ກັບ​ປະ​ເທດ​ອາ​ຊຽນ​ໃນ​ຫຼາ​ຍ​ຂົງ​ເຂດ​​ທີ່​ກ່ຽວ​ກັບການ​ຄ້າ​ເຊັ່ນ: ເອ​ເລັກ​ໂຕ​ຣ​ນິກ,ການ​ຂົນ​ສົ່ງ​ແລະ​ການ​ຈໍ​ລະ​ຈອນ​ສິນ​ຄ້າ,ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ.

ຄຳ​ເຫັນ

0