何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄຳ​ຖາ​ມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ​ສະ​ພາ​ດູ​ມາ​ແຫ່ງ​ຊາດ​ຣັດ​ເຊຍ​ຂັ້ນ​ໃນເບື້ອງ​ຕົ້ນ

2021-09-21 10:27:01 CRI

ແຫຼ່ງ​ຂ່າວ​ຈາກ​ເວັບ​ໄຊ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໃຫ້​ຮູ້​ໃນ​ວັນ​ທີ 20 ກັນ​ຍາ​ນີ້​ວ່າ:, ທ່ານ​ຈ້າວ​ລີ້​ຈ່ຽນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ ກ່ຽວ​ກັບ​ຜົນ​ການ​ເລືອກ​ຕັ້ງ​ສະ​ພາ​ດູ​ມາ​ແຫ່ງ​ຊາດ​ຣັດ​ເຊຍ​ໃນ​ເບື້ອງ​ຕົ້ນ​ໂດຍກ່າວ​ວ່າ: ການ​ເລືອກ​ຕັ້ງ​ສະ​ພາ​ດູ​ມາ​ແຫ່ງ​ຊາດ​ຣັດ​ເຊຍ​ແມ່ນ​ເຫດ​ການ​ສຳ​ຄັນ​ໃນ​ຊີ​ວິດ​ການ​ເມືອງ​ແຫ່ງ​ຊາດ​ຣັດ​ເຂຍ, ຜົນ​ການ​ເລືອກ​ຕັ້ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ​ຣັດ​ເຊຍ, ໃນ​ຖາ​ນະ​ເປັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານຂອງ​ຣັດ​ເຊຍ, ຈີນ​ຈະ​ເດັດ​ຄື​ດັ່ງ​ທີ່​ເຄີຍ​ໄດ້​ປະ​ຕິ​ບັດ​ຜ່ານ​ມາ, ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ຣັດ​ເຊຍ​ເລືອກ​ ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ຂອງ​ຕົນຢ່າງ​ເປັນ​ເຈົ້າ​ຕົນ​ເອງ, ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຣັດ​ເຊຍ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃໝ່​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ, ກ້າວ​ໄປ​ສູ່​ການ​ພັດ​ທະ​ນາ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

 

ຫຼັງ​ຈາກ​ສະ​ພາ​ດູ​ມາ​ແຫ່ງ​ຊາດ​ຊຸດ​ໃໝ່​ຂອງ​ຣັດ​ເຊຍ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ອອກ​ມາ​ແລ້ວ, ຈີນ​ຍິນ​ດີ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ສອງ​ປະ​ເທດ​ຈີນ-ຣັດ​ເຊຍ, ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​​ແລກ​ປ່ຽນກັນ​ລະ​ຫວ່າງ​ສອງ​ພັກ, ເພີ່ມ​ເນື້ອ​ໃນ​ຂອງ​ການ​ພົ​ວ​ພັນ​ຈີນ-ຣັດ​ເຊຍ​ໃນ​ຍຸກ​ໃໝ່​ໃຫ້​ອຸ​ດົມ​ສົມ​ບູນກວ່າ​ເກົ່າ.

ຄຳ​ເຫັນ

0