覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

60ກວ່າ​ປະ​ເທດ​ຄັດ​ຄ້ານ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນຂ​ອງ​ຈີນ​ດ້ວຍ​ຂໍ້​ອ້າງ​ສິດ​ທິ​ມະ​ນຸດ

2021-09-28 14:11:33 cri

 ວັນ​ທີ 24 ກັນ​ຍາ​ນີ້,  ຜູ້​ຕາງ​ໜ້າ​ຂອງ 60 ກວ່າ​ປະ​ເທດ​ໄດ້​ປະ​ກອບ​ຄຳ​ເຫັນ​ຮ່ວມ​ກັນ​ຢູ່​ທີ່ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໂດຍ​ສະ​ໜັບ​ສະ​ໜູນ​ຈຸດ​ຢືນ​ຂອງ​ຈີນ​ໃນ​ບັນ​ຫາ​ກ່ຽວ​ກັບ​ຊິ່ນ​ຈ່ຽງ, ຮົງ​ກົງ​, ຕິ​ເບດ​ແລະ​ອື່ນ​ໆ, ຄັດ​ຄ້ານ​ການ​ຖື​ສິດ​ທິ​ມະ​ນຸດ​ເປັນ​ຂໍ້​ອ້າງ​ເພື່ອ​ແຊກ​ແຊງວຽກ​ງານ​ພາ​ຍ​ໃນ​ຂອງ​ຈີນ. ຕໍ່​ກັບ​ເລື່ອງ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ກ່າວ​ຢືນ​ຢັນ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ​ທີ 27 ກັນ​ຍາ​ນີ້​ວ່າ: ເລື່ອງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ໂລກ​ເອງ​ຮູ້​ດີ​ວ່າ​ອັນ​ໃດ​ຜິດ​ອັນ​ໃດ​ຖືກ.

 

ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ກ່າວ​ວ່າ: ບາງ​ປະ​ເທດ​ຕ​າ​ເວັນ​ຕົກ​ບໍ່​ຫົວ​ຊາ​ນຳ​ຄວາມ​ເປັນ​ຈິງ,  ເສກ​ສັນ​ປັ້ນ​ແຕ່ງ​ຄຳ​ຕົວະ​ຍົວະ​ແລະ​ສ້າງ​ຂ່າວ​ລື ເພື່ອ​ແຊກ​ແຊງວ​ຽກ​ງານ​ພາຍ​ໃນ​ຂອງ​ຈີນ ເຊິ່ງ​ຖືກ​ປະ​ເທດ​ພວມ​ພັດ​ທະ​ນາ​ທັງຫຼາຍ​ຂວ້ຳ​ບາດ​ຮ່ວມ​ກັນ. ​ບາງປະ​ເທດ​ຕາ​ເວັນ​ຕົກ​ມີ​​​ເຈດ​ຕະ​ນາ​ຖື​ເອົາ​ສິດ​ທິ​ມະ​ນຸດ​ເປັ​ນ​ຂໍ້​ອ້າງ​ເພື່ອ​ກົດ​ດັນ​ປະ​ເທດ​ອື່ນ, ຢຽບ​ຢ່ຳ​ລະ​ບຽບ​ກົດ​ໝາຍ​ສາ​ກົນ, ເຊິ່ງ​ຖືກ​ຕອບ​ໂຕ້​ຢ່າງ​ເດັດ​ຂາດ. ເລື່ອງ​ຈິງ​ໄດ້​ພິ​ສູດ​ໃຫ້​ເຫັນ​ອີກ​ຄັ້ງ​ໜຶ່ງວ່າ ການ​ຫັນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ເປັນ​ບັນ​ຫາ​ການ​ເມືອງ, ໃຊ້​ສອງ​ມາດ​ຕະ​ຖານ, ທຳ​ລາຍ​ສິດ​ທິ​ມະ​ນຸດ​​ຂັ້ນພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ອື່ນ, ປະ​ຊາ​ຊົນ​ຈີນ​ຈະ​ບໍ່​ຍອມ​ຮັບ​ເດັດ​ຂາດ, ທຸກປະ​ເທດ​ແລະ​ປະ​ຊາ​ຊົນ​​ທຸກ​ຄົນ​​ໃນ​ໂລກ​ນີ້ທີ່​ມີ​ຄວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ ​ຈະ​ບໍ່​ຍອມ​ຮັບ​​ເລື່ອງ​ນີ້​ຢ່າງເດັດ​ຂາດ​ເຊັ່ນ​ດຽວ​ກັນ.

ຄຳ​ເຫັນ

0