李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ກັບ​ມາ​ເລ​ເຊຍ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ເພື່ອ​ຊອກ​ຄົ້ນ​ແລະ​ຊ່ວຍ​ເຫຼືອ​ຊີ​ວິດ

2021-10-02 16:00:31 cri

ວັນ​ທີ 1 ຕຸ​ລາ​ນີ້, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສິງ​ກະ​ໂ​ປ​ປະ​ກາດ​ບົດ​ລາຍ​ງານ ໂດຍ​ກ່າວ​ວ່າ, ການ​ຊ້ອມ​ຮົບ​ເພື່ອ​ຊອກ​ຄົ້ນ​ແລະ​ຊ່ວຍ​ເຫຼືອ​ຊີ​ວິດ​ສອງ​ຝ່າຍ​ສິງ​ກະ​ໂປ-​ມາ​ເລ​ເຊຍ​ປະ​ຈຳ​ປີ ທີ່​ໄດ້​ດຳ​ເນີນ​​ມາເປັນ​ເວ​ລ​າ 3 ວັນ​ໄດ້​ສິ້ນ​ສຸດ​ລົງໃນ​ມື້​ດຽວ​ກັນ.

ນີ້​ແມ່ນ​ກອງ​ທັບອາ​ກາດ​ສອງ​ປະ​ເທດ​ດຳ​ເນີນການ​ຊ້ອມ​ຮົບ​​ເພື່ອ​ຊອກ​ຄົ້ນ​ແລະ​ຊ່ວຍ​ເຫຼືອ​ຊີ​ວິດທີ່​ມີ​ຊື່​ວ່າ “ມາ​ຊິງ” (MALSING) ເປັນ​ເທື່ອ​ທີ​ສາມ​ແລ້ວ. ການ​ຊ້ອມ​ຮົບ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຊ​ອກ​ຄົ້ນ​ທາງ​ອາ​ກາດ​ແລະ​ການ​ຊ່ວຍ​ປິ່ນ​ປົວ​ຮ່ວມ ໂດຍ​ອີງ​ຕາມ​ອຸ​ປະ​ຕິ​ເຫດທາງ​ອາ​ກາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ. ສິງ​ກະ​ໂປ​ໄດ້​ສົ່ງ​ຍົນ​ເຮ​ລີ​ກົບ​ເຕ AS332M ລຳ​ໜຶ່ງ, ສ່ວນ​ມ​າ​ເລ​ເຊຍໄດ້​ສົ່ງ​ຍົນ​ເຮ​ລີ​ກົບ​ເຕ EC725 ລຳ​ໜຶ່ງ​ໄປ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສິງ​ກະ​ໂປ​ກ່າວ​ວ່າ, ການ​ຝຶກ​ຊ້ອມ​ປະ​ເພດ​ນີ້ ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ກອງ​ທັບ​ອາ​ກາດ​ສອງ​ປະ​ເທດ​ສົນ​ໃຈ​ຮ່ວມ​ກັນ, ແລະ​ໄດ້​ຊຸກ​ຍູ້​ການ​​ແລກ​ປ່ຽນ​ດ້ານ​ວິ​ຊາ​ການ.

ຄຳ​ເຫັນ

0