蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຢ໋າງ​ເຈຍ​ສື​ພົບ​ປະ​ກັບ​ທ່ານ​​ເຈ​ກ ຊູ​ລີ​ວັນ ຜູ້​ຊ່ວຍ​ວຽກ​ງານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ

2021-10-07 14:38:47 CRI

ວັນ​ທີ 6 ຕຸ​ລາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ຢ໋າງ​ເຈຍ​ສື ກຳ​ມະ​ການ​ກົມ​ກາ​ນ​ເມືອງ​ສູງ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫົວ​ໜ້າ​ຫ້ອງການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​​ການ​ຕ່າງ​ປະ​ເທດ​ສູນ​ກາງ​ຈີນ ແລະ ທ່ານ​ເຈ​ກ ຊູ​ລີ​ວັນ ຜູ້​ຊ່ວຍວຽກ​ງານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​​ໄດ້ພົບ​ປະ​ກັນ​ຢູ່​ນະ​ຄອນ​ຊູ​ຣິກ​​ປະ​ເທດ​ສະ​ວິ​ສ. ສອງ​ຝ່າຍ​ໄດ້​ລົງ​ເລິກແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ, ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ​ຢ່າງ​ຮອບ​ດ້ານ​ແລະ​ກົງ​ໄປ​ກົງ​ມາ.

ທ່ານ​ຢ໋າງ​ເຈຍ​ສື​ຊີ້​ອອກວ່າ: ຝ່າຍ​ອາ​ເມ​ຣິ​ກາ​ຄວນ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ຕໍ່​ທາດ​ແທ້​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຈີນ​ຄັດ​ຄ້ານ​ໃຊ້​ຄຳ​ສັບ “ແຂ່ງ​ຂັນ” ມາ​ກຳ​ນົດ​ຄວາມ​ໝາຍ​ຂອງ​ການ​ພົວ​ພັນ​ຈີນ​ແລະ​ອາ​ເມ​ຣິ​ກາ.

ທ່ານ​ຢ໋າງ​ເຈຍ​ສື​ກ່າວ​ຕື່ມ​ວ່າ: ຈີນ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ສະ​ແດງ​ທ່າ​ທີ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ​ທີ່​ວ່າ: ອາ​ເມ​ຣິ​ກາ​ບໍ່​ມີ​ເຈດ​ຈຳ​ນົງ​ກີດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ຈີນ ແລະ ບໍ່​ເຮັດ “ສົງ​ຄາມ​ເຢັນ​ຄັ້ງ​ໃໝ່”. ຫວັງ​ວ່າ: ຝ່າຍ​ອາ​ເມ​ຣິ​ກາ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຕໍ່​ຈີນ​ທີ່​ເປັນ​ໄປ​​ຢ່າງ​ມີ​ເຫດ​ຜົນ ແລະ ຕິດ​ແທດ​ຕົວ​ຈິງ, ເດີນ​ຕາມ​ເສັ້ນ​ທາງ​ທີ່​ສອງ​ປະ​ເທດ​ຈີນ​ແລະ​ອາ​ເມ​ຣິ​ກາ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ແລະ ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ບັນ​ຫາ​ພາ​ກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ ແລະ ເຫັນ​ດີ​ຈະ​ຮັກ​ສາ​ການ​ສົນ​ທະ​ນາ​ແລະ​ແລກ​ປ່ຽນກັນ​ເປັນ​ປະ​ຈຳ​ຕໍ່​ບັນ​ຫາ​ສຳ​ຄັນ​ຕ່າງໆ.

ຄຳ​ເຫັນ

0