尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດງານວາງສະແດງພາຍໃຕ້ຫົວຂໍ້ງານກິລາໂອລິມປິກລະດູໜາວປັກກິ່ງໃນງານວາງສະແດງວິຊາການທ່ອງທ່ຽວສາກົນປາຣີ

2021-10-07 17:38:08 cri

     ງານວາງສະແດງວິຊາການທ່ອງທ່ຽວສາກົນປາຣີຄັ້ງທີ 42 ທີ່ດຳເນີນເປັນເວລາ 4 ວັນໄດ້ໄຂຂຶ້ນຢູ່ສູນວາງສະແດງປະຕູແວໄຊນະຄອນຫຼວງປາຣີໃນວັນທີ 5 ຕຸລານີ້,ບ່ອນວາງສະແດງຈີນພາຍໃຕ້ຫົວຂໍ້ງານກິລາໂອລິມປິກລະດູໜາວປັກກິ່ງປີ 2022 ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກຜູ້ປະກອບການດ້ານການທ່ອງທ່ຽວແລະປະຊາຊົນຝຣັ່ງ.

      ສຳນັກງານທ່ອງທ່ຽວຂອງຈີນປະຈຳປາຣີຂອງຝຣັ່ງແຈ້ງໃຫ້ຮູ້ວ່າ:ງານວາງສະແດງຄັ້ງນີ້ຕົ້ນຕໍໄດ້ໂຄສະນາເຜີຍແຜ່ງານກິລາໂອລິມປິກລະດູໜາວປັກກິ່ງແລະໂສມໜ້າໃໝ່ຂອງການທ່ອງທ່ຽວວັດທະນະທຳຈີນຕໍ່ຜູ້ປະກອບການດ້ານການທ່ອງທ່ຽວແລະປະຊາຊົນຝຣັ່ງໂດຍຜ່ານການສະເໜີການທ່ອງທ່ຽວທາງອອນລາຍແລະອັອຟລາຍ, ການແລກປ່ຽນກັນດ້ວຍສື່ໃໝ່, ການສຳາ ຜັດທາງ VR, ການວາງສະແດງອາຫານດັ້ງເດີມຂອງຈີນຜ່ານທາງອັອຟລາຍແລະຮູບແບບອື່ນໆ.

     ບ່ອນວາງສະແດງຂອງຈີນຍັງໄດ້ຈັດໃຫ້ມີບ່ອນວາງສະແດງອອນລາຍຫຼາຍບ່ອນແລະອຸປະກອນການປະຊຸມທາງອອນລາຍ,ເພື່ອສະໜອງໂອກາດດ້ານການເຂົ້າຮ່ວມງານວາງສະແດງທາງອອນລາຍໃຫ້ແກ່ຜູ້ປະກອບການດ້ານການທ່ອງທ່ຽວຂອງຈີນທີ່ບໍ່ສາມາດໄປເຂົ້າຮ່ວມງານວາງສະແດງຢູ່ຝຣັ່ງຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19,ອຳນວຍຄວາມສະດວກໃຫ້ແກ່ເຂົາເຈົ້າໃນການປຶກສາຫາລືການຮ່ວມມືກັບຄູ່ຮ່ວມມືຂອງຝຣັ່ງຜ່ານທາງອອນລາຍ.

ຄຳ​ເຫັນ

0