何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ພວມສະ​ໜອງ​ອາຍ​ແກັດ​ທຳ​ມະ​ຊາດ​ໃຫ້​ເອີ​ຣົບ​ເພີ່ມ​ຂຶ້ນເທື່ອ​ລະ​ກ້າວ

2021-10-08 17:08:54 CRI

ວັນ​ທີ 7 ຕຸ​ລາ​ນີ້, ນາງ​ເອ​ເລ​ນາ ເບີ​ມິ​ສ​ໂຕຼວາ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​​ບໍ​ລິ​ຫານ​ງານ​ຂອງ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ອາຍ​ແກັດ​ທຳ​ມະ​ຊາດ​ຣັດ​ເຊຍ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ສົ່ງ​ອອກ​ອາຍ​ແກັດ​ທຳ​ມະ​ຊາດ​ຣັດ​ເຊຍ​ກ່າວ​ວ່າ, ບໍ​ລິ​ສັດ​ຕົນ​ພວມ​ສະ​ໜອງ​ອາຍ​ແກັດ​ທຳ​ມະ​ຊາດ​ໃຫ້​ເອີ​ຣົບ​​​ເພີ່ມ​ຂຶ້ນໂດຍ​ຜ່ານ​ທໍ່​ສົ່ງ​ອາຍ​ແກັດ​ທັງ​ໝົດເທື່ອ​ລະ​ກ້າວ.

 

ນາງ​ເອ​ເລ​ນາ​ກ່າວ​ວ່າ, ໃນ 9 ເດືອນຂອງ​ປີ​ນີ້, ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ອາຍ​ແກັດ​ທຳ​ມະ​ຊາດ​ຣັດ​ເຊຍໄດ້​ສະ​ໜອງ​ອາຍ​ແກັດ​ທຳ​ມະ​ຊາດ​ໃຫ້​ເອີ​ຣົບ​ທັງ​ໝົດ 145,8ຕື້​ແມັດ​ກ້ອນ, ເພີ່ມ​ຂຶ້ນ 15% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020, ທາງ​ບໍ​ລິ​ສັດ​ມີ​ແຜນ​ຈະ​ສະ​ໜອງ​ອາຍ​ແກັດ​ທຳ​ມະ​ຊາດ​ໃຫ້​ເອີ​ຣົບ​ໃນ​ປີ​ນີ້​ທັງ​ໝົດ 183 ຕື້​ແມັດ​ກ້ອນ​.

 

ວັນທີ 6 ຕຸ​ລາ​ນີ້, ທ່ານວະລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບ​ບັນ​ຫາ​ພະ​ລັງ​ງານ, ໂດຍ​ກ່າວ​ເນັ້ນ​ວ່າ ປະ​ຈຸ​ບັນ, ຄວາມ​ວຸ້ນ​ວາຍ​ໃນ​ຕະຫຼາດ​ອາຍ​ແກັດ​ທຳ​ມະ​ຊາດ​ຢູ່​ເອີ​ຣົບ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ. ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ, ປະ​ຈຸ​ບັນ​ມີ​ຄວາມ​ຈຳ​ເປັນ​​ຕ້ອງ​ຟຶ້ນ​ຟູ​​ຕະຫຼາດ​ອາຍ​ແກັດ​ທຳ​ມະ​ຊາດ​ຢູ່ເອີ​ຣົບ​​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງໂດຍ​ໄວ.

ຄຳ​ເຫັນ

0