秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການພະລັງງານສາກົນກ່າວວ່າ: ວິກິດການດ້ານພະລັງງານອາດຈະເປັນໄພຂົ່ມຂູ່ຕໍ່ການຟື້ນຟູເສດຖະກິດທົ່ວໂລກ

2021-10-15 12:39:40 cri

ໃນຫວ່າງ​ມໍ່ໆ​​ມານີ້, ​ລາ​ຄານ້ຳ​ມັນ​ເຊື້ອ​ໄຟ ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ຮອດ​ລະ​ດັບ​ສູງ​ສຸດ​ໃນ​ຮອບຫຼາຍ​ປີ​ມາ​ນີ້. ພ້ອມ​ດຽວ​ກັນ​ນັ້ນ, ໃນ​ທະ​ວີບອາ​ຊີ ແລະ​ເອີ​ຣົບ ຕ່າງ​ກໍ່​ໄດ້​ເກີດ​ມີ​ບັນ​ຫາ​ຂ​າດ​ແຄນ​ພະ​ລັງ​ງານ ເຊິ່ງ​ໄດ້​ເຮັດ​ໃຫ້​ລາ​ຄາ​ໄຟ​ຟ້າ​ສ້າງ​ສະ​ຖິ​ຕິ​ສູ​ງ​ສຸດ​ໃນ​ປະ​ຫວັດ​ສາດ.

ວັນ​ທີ 14 ຕຸ​ລາ​ນີ້, ອົງ​ການ​ພະ​ລັງ​ງານ​ສາ​ກົນ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ປະ​ຈຳ​ເດືອນ​ກ່ຽວ​ກັບ​​ລາ​ຄານ້ຳ​ມັນ​ເຊື້ອ​ໄຟ​ສະ​ບັບຫຼ້າ​ສຸດ ໂດຍ​ລະ​ບຸ​ວ່າ: ເນື່ອງ​ຈາກວ່າ​ລາ​ຄາ​ຖ່ານ​ຫີນ ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ຮອດ​ລະ​ບັບ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ, ບວກ​ກັບ​​ການ​ຈຳ​ກັດ​ການ​ໃຊ້​ໄຟ​ຟ້າ​ແບບ​ປ່ຽນ​ຝຽນ​ກັນ​ໃຊ້, ໄດ້​ເຮັດ​ໃຫ້​ຂະ​ແໜງ​ການ​ພະ​ລັງ​ງານ​ໄຟ​ຟ້າ ແລະ​ຂະ​ແໜງ​ການ​ທີ່​ໃຊ້​ພະ​ລັງ​ງານຫຼາຍ ​ຫັນ​ມາ​ນຳ​ໃຊ້​ນ້ຳ​ມັນ​ເຊື້ອ​ໄຟ ເພື່ອ​ຮັບ​ປະ​ກັນ​ການ​ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ ແລະ​ເຮັດ​ໃຫ້​ທຸ​ລະ​ກິດ​​ສາ​ມາດ​ດຳ​ເນີນ​ໄປ​ໄດ້ຢ່າງ​ສະ​ດວກ.

ສ່ວນ​ການ​ຖີບ​ຕົວ​ສູງ​ຂຶ້ນ​ຂອງ​ລາ​ຄາ​ພະ​ລັງ​ງານ ກໍ​ໄດ້​ເພີ່ມ​ຄວາມ​ກົດ​ດັນ​ຕໍ່ອັດ​ຕາ​ເງິນ​ເຟີ້, ບວກ​ກັບ​ໄຟ​​ດັບ, ອາ​ດ​ຈະ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ດ້ານ​ອຸດ​ສາ​ຫະ​ກຳ​ຕົກ​ຕ່ຳ ​ລົງ ແລະ​ເຮັດ​ໃຫ້​ຂະ​ບວນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ທົ່ວ​ໂລກ​​ຊັກຊ້າ​.

ຄຳ​ເຫັນ

0