蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ສະ​ໜອງວັກ​ຊີນ 2 ຕື້ຫຼອດ​ໃຫ້​ແກ່​ທົ່ວ​ໂລກ​ໃນ​ປີ​ນີ້

2021-10-27 14:44:53 CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ຕຸ​ລາ​ນີ້, ທ່ານ​ເຕິ້ງ​ຊິງ​ໂປ່ ຮອງ​ຫົວ​ໜ້າ​ອົງ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ສາ​ກົນ​ແຫ່ງ​ຊາດ​ຈີນ​ໄດ້​ແນະ​ນຳ​​ໃຫ້​ຮູ້​ວ່າ: ຈີນ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ສາ​ກົນ​ໃນ​ການຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ.

ທ່ານ​ເຕິ້ງ​ຊິງ​ໂປ່​ກ່າວ​ວ່າ: ວັກ​ຊີນ​ຈີນ​ມີ​ຄວາມ​ປອດ​ໄພ​ດີ ແລະ ຖືກ​ນຳ​ໃຊ້​ຢ່າງກວ້າງ​ຂວາງ ເຊິ່ງ​​ເປັນ​ທີ່ຍອມ​ຮັບ​ຢ່າງກວ້າງ​ຂວາງ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ. ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຈັດ​ເອົາ​ວັກ​ຊີນ​ໂຄວິດ-19 ຂອງ​ບໍ​ລິ​ສັດ​ຊີ​ໂນ​ຟາມ ແລະ ຊີ​ໂນ​ແວກ​ຂອງ​ຈີນ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ການນຳ​ໃຊ້​ພາຍ​ໃຕ້​ສະ​ພາບ​ສຸກ​ເສີນ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ມີ​ອິດ​ທິ​ພົນ​​ກໍ​ຍອມ​ຮັບ​ວັກ​ຊີນ​ໂຄວິດ-19 ຂອງ​ຈີນ​ຈາກ​ແງ່​ມຸມ​​ດ້ານວິ​ຊາ​ການ.

ທ່ານ​ກ່າວ​ຕື່ມ​ວ່າ: ໃນ​ໄລ​ຍະ​ຕໍ່​ໄປ, ອົງ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​​ກັບສາ​ກົນ​ແຫ່ງ​ຊາດ​ຈີນ​ຈະ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ອັນ​ສຳ​ຄັນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ, ຈະ​ພະ​ຍາ​ຍາມ​ສະ​ໜອງວັກ​ຊີນ​ໂຄວິດ-19 ​ຈຳ​ນວນ 2 ຕື້ຫຼອດ​ໃຫ້​ແກ່​ທົ່ວ​ໂລກ​ພາຍ​ໃນ​ປີ​ນີ້, ຈະ​ຊ່ວຍ​ເຫຼືອ​ລ້າ​ວັກ​ຊີນ​ໂຄວິດ-19 ​ອີກ 100 ລ້ານຫຼອດ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ ແລະ ບໍ​ລິ​ຈາກ​ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ແກ່​ແຜນ​ປະ​ຕິ​ບັດ​ງານ​ວັກ​ຊີນ​ໂຄວິດ-19. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ, ຊຸກ​ຍູ້​ຂະ​ບວນ​ການ​ຮ່ວມ​ມື​ດ້ານ​ວັກ​ຊີນ​ສາ​ກົນ ແລະ ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0