蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ແອັງ​ເຈີ​ລາ ເມີ​ເຄວ​ໝົດ​ອາ​ຍຸ​ການ​​ເປັນນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ແລ້ວ

2021-10-28 14:51:01 CRI

ວັນ​ທີ 26 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ໃນ​ພິ​ທີ​​ມອບ​ໃບ​ແຈ້ງ​ການໝົດ​ອາ​ຍຸ​ການ​ຂອງ​ຄະ​ນະ​ລັດ​ຖະ​ບານ​ແອັງ​ເຈີ​ລາ ເມີ​ເຄວ, ທ່ານ​ແຟ​ຣງ ໂວນ​ເຕີ ສະ​ໄຕ​ໄມ​ເອີ ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ​ໄດ້​ມອບ​ໃບ້​ແຈ້ງ​​ການໝົດ​ອາ​ຍຸ​ການ​ໃນ​ຕຳ​ແໜ່ງ​ໃຫ້​ແກ່​ທ່ານ​ນາງ​ແອັງ​ເຈີ​ລາ ເມີ​ເຄວ, ​ຖື​ວ່າທ່ານ​ນາງ​ແອັງ​ເຈີ​ລາ ເມີ​ເຄວ​ໄດ້​​ໝົດ​ອາ​ຍຸ​ການ​ໃນ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຢ່າງ​ເປັນ​ທາງ​ການ.

ອີງ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ເຢຍ​ລະ​ມັນ, ໃນ​ຂະ​ນະ​ທີ່​ສະ​ພາ​ສະ​ຫະ​ລັດ​ຊຸດ​ໃໝ່​​ຈະຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ (ຈະ​ບໍ່​ໃຫ້​ຊ້າກວ່າ​ການ​ຈັດ​ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ສະ​ຫະ​ພັນ 30 ວັນ), ອາ​ຍຸ​ການ​ໃນ​ຕຳ​ແໜ່ງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລະ​ຄະ​ນະ​ລັດ​ຖະ​ບານ​ຈະ​ສິ້ນ​ສຸດ​ລົງ​ຢ່າງ​ເປັນ​ທາງ​ການ. ກ່ອນ​ໄລ​ຍະ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່​​ຈະ​ເຂົ້າ​ຮັບ​ຕຳ​ແໜ່ງ, ທ່ານ​ນາງ​ແອັງ​ເຈີ​ລາ ເມີ​ເຄວ ຈະ​ສືບ​ຕໍ່​ຮັກ​ສາ​ການ​ແທນ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

​ລັດ​ຖະສະ​ພາ​ສະ​ຫະ​​ພັນ​ຊຸດ​ໃໝ່​ຂອງ​ເຢຍ​ລະ​ມັນ​​ໄດ້ຈັດ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 26 ຕຸ​ລາ​ນີ້. ໂດຍ​ອີງ​ຕາມ​ກົດ​ໝາຍ​ເຢຍ​ລະ​ມັນ, ຄະ​ນະ​ລັດ​ຖະ​ບານ​ຊຸດ​ປັດ​ຈຸ​ບັນ​ຄວນ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ມື້​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ສະ​ພາ​ສະ​ຫະພັນຊຸດ​ໃໝ່ ແລະ ກາຍ​ເປັນ​ຄະ​ນະ​ລັດ​ຖະ​ບານ​ຮັກ​ສາ​ການ.

ຄຳ​ເຫັນ

0