蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບັນ​ດາ​ປະ​ເທດ​ອາ​ຊຽນ​ພວມ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ​ໂຄວິດ-19

2021-10-29 15:34:53 CRI

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 38 ແລະ 39 ທີ່​ຈັດ​ຂຶ້ນ​ຜ່ານ​ທາງວິ​ດີ​ໂອ ໄດ້​ອັດ​ລົງ​ໃນ​ວັນ​ທີ 28 ຕຸ​ລາ​ນີ້. ບັນ​ດາ​ປະ​ເທດ​ອາ​ຊຽນ​ກ່າວ​ວ່າ: ຈ​ະ​ສືບ​ຕໍ່ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ​ໂຄວິດ-19.

ຖະ​ແຫຼງ​ການ​ປະ​ທານ​ອາ​ຊຽນ​ລະ​ບຸ​ວ່າ: ຂະ​ແໜງ​ການ​ທ່ອງ​ທ່ຽວ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ນັ້ນ ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ພາກ​ພື້ນ​ຕົນ, ອາ​ຊຽນ​ຈະ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພາກ​ພື້ນ​ແລະ​ສາ​ກົນ ເພື່ອ​ຟື້ນ​ຟູ​ການ​ບໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽວ​ຢ່າງ​ປອດ​ໄພ. ​ຊຸນ​ຕານ ຮາ​ຈີ ຮັດ​ຊາ​ນານ ໂບ​ເກຍ​ຂອງ​ບ​ຣູ​ໄນ​ໄດ້​ມອບ​​ໜ້າ​ທີ່​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ໃຫ້​ແກ່ກຳ​ປູ​ເຈຍ​ໃນ​ພິ​ທີ​ປິດກອງ​ປະ​ຊຸມໂດຍ​ຜ່ານ​ທາງວິ​ດີ​ໂອ​.

ຄຳ​ເຫັນ

0