尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO ກ່າວ​ວ່າ: ເອີ​ຣົບ​ກາຍ​ເປັນ​ຈຸດ​ໃຈ​ກາງ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ອີກ​ເທື່ອ​ໜຶ່ງ

2021-11-07 16:50:09 cri

      ວັນ​ທີ 4 ພະ​ຈິກ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກຫຼື WHO ​ກ່າວ​ວ່າ: ສະ​ພາບ​ທີ່​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຢູ່​ພາກ​ພື້ນ​ເອີ​ຣົບ​ເຮັດ​ໃຫ້​ຄົນ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງ, ​ເມື່ອຮອດ​ຕົ້ນ​ປີ 2022, ຢູ່​ພາກ​ພື້ນ​ດັ່ງ​ກ່າ​ວ​ອາດ​ຈະ​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19​ ​ເພີ່ມ​ໃໝ່ອີກ 5 ແສນ​ຄົນ.

      ຕາມ CNN ລາຍ​ງານ​ໃນ​ວັນ​ທີ 4 ພະ​ຈິກ​ນີ້​ວ່າ: ຕາມການ​ຂີດ​ແບ່ງ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ພາກ​ພື້ນ​ເອີ​ຣົບ​ໄດ້​ກວມ​ເຖິງ 53 ປະ​ເທດ​ຂ້າມ​ທະ​ວີບ​ເອີ​ຣົບ​ແລະ​ອາ​ຊີ​ກາງ, ຫົວ​ໜ້າ WHO ​ຂອງ​ພາກ​ພື້ນ​ແຫ່ງ​ນີ້​ກ່າວ​ວ່າ​ພາກ​ພື້ນ​ດັ່ງ​ກ່າວ​ໄດ້​ກາຍ​ເປັນ​ຈຸດ​ໃຈ​ກາງ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ອີກ​ເທື່ອ​ໜຶ່ງ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຕໍ່​ມື້​ໄດ້​ໃກ້​ກັບ​ລະ​ດັບ​ຕົວ​ເລກສູງ​ສຸດ​ໃນ​ປະ​ຫວັດ​ສາດ. ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ອາ​ທິດ​ຜ່ານ​ມາ, ພາກ​ພື້ນ​ເອີ​ຣົບ​ແລະ​ອາ​ຊີ​ກາງ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ລາຍ​ງານ​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ຈຳ​ນວນ​ປະ​ມານ 1,8 ລ້ານ​ກໍ​ລະ​ນີ​ແລະ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ຈຳ​ນວນ 24 ພັນ​​ຄົນ,ເພີ່ມ​ຂຶ້ນ 6% ເມື່ອ​ທຽບ​ໃສ່​ອາ​ທິດ​ຜ່ານ​ມາ, ໃນ​ນັ້ນຈຳ​ນວນ​ຜູ້​ເສຍ​ຊີ​ວິດ​​ໄດ້​ເພີ່ມ​ຂຶ້ນ 12%. ຖ້າ​ສະ​ພາບ​ການ​ເປັນ​ໄປ​ຄື​ເກົ່າ​, ຕາມການ​ຄາດ​ຄະ​ເນ​ທີ່​ໜ້າ​ເຊື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ເມື່ອ​ຮອດ​ເດືອນ​ກຸມ​ພາ​ປີ 2022, ພາກ​ພື້ນ​ດັ່ງ​ກ່າວ​ອາດ​ຈະ​ຍັງ​ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ຈຳ​ນວນ 5 ແສນ​ຄົນ​ອີກ.

ຄຳ​ເຫັນ

0