李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອີ​ຣົບ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຮອບ​ທີ 4, WHO ເຕືອນວ່າ: ອາ​ເມ​ຣິ​ກາ​ກໍ່ຄວນລະ​ວັງ

2021-11-09 14:42:10 cri

ຕາມ​ຂ່າວ​ລາຍ​ງານ​ວ່າ, ວັນ​ທີ 8 ພະ​ຈິກ​ນີ້, ທ່ານ ຮານ​ສ໌ ຄ​ລູກ ​ຫົວ​ໜ້າ​ອົງ​ການ WHO ປະ​ຈຳ​ເອີ​ຣົບໄດ້​ເຕືອນ​ໃຫ້​ອາ​ເມ​ຣິ​ກາ ຄວນ​ເອົາ​ໃຈ​ໃສ່​ຕິດ​ຕາມ​ເອີ​ຣົບ, ເຊິ່ງ​ເປັນ​ສູນ​ກາງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຂອງໂລກ​ໃນ​ປັດ​ຈຸ​ບັນ, ແລະ​​ຄວນຖອດ​ຖອນ​ບົດ​ຮຽນ​ຈາກ​ຄວາມ​ຜິດ​ພາດ​ຂອງ​ເຂົາ​ເຈົ້າ.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ, ທ່ານ​ ຄ​ລູກ​ ກ່າວ​ວ່າ, ການ​ສັກ​ວັກ​ຊີນ​​ໄດ້​ພົບ​ບັນ​ຫາ, ມາດ​ຕະ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ແລະ​​ການປ້ອງ​ກັນ​ພະ​ຍາດ​ຂອງ​ສັງ​ຄົມ​ໄດ້​​ໂຍະ​ຍານ​ລົງ, “ທັງ​ໝົດ​ເຫຼົ່າ​ນີ້ ໄດ້​ພາ​ໃຫ້​ເກີດ​ມີ​ການ​ແຜ່​ລະ​ບາດ​ຮອບ​ທີ 4 ​ຢູ່ເອີ​ຣົບ​ທີ່​ພວກ​ເຮົາ​ເຫັນ​ໃນ​ປັດ​ຈຸ​ບັນ​ນີ້.”

ຕາມ​ຕົວ​ເລກ​ຂອງ​ອົງ​ການ WHO, ປະ​ຊາ​ກອນ​ເອີ​ຣົບ 47% ໄດ້ສັກ​ວັກ​ຊີນ​ຄົບ​ສອງ​ເຂັມແລ້ວ, ຢູ່​ເອີ​ຣົບ, ມີ​ແຕ່ 8 ປະ​ເທດ​​ທີ່ມີອັດ​ຕາ​​ການສັກ​ວັກ​ຊີນ​​ຫຼາຍກວ່າ 70%, ຍັງ​ມີ​ສອງ​ປະ​ເທດ​ມີ​ອັດ​ຕາ​ການ​ສັກ​ວັກ​ຊີນ​ບໍ່​ຮອດ 10%.

ອາ​ທິດ​ແລ້ວ​ນີ້, ອົງ​ການ WHO ກ່າວ​ວ່າ, ​ເມື່ອຮອດ​ເດືອນ​ກຸມ​ພາ​ປີ 2022, ເອີ​ຣົບ​ອາດ​ຈະ​ຍັງ​ມີ 5 ແສນ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0