徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​​ຄະ​ດີອາ​ຊະ​ຍາ​ກຳທີ່​ເກີດ​ຈາກ​ຄວາມ​ຄຽດ​ຊັງ​ຢູ່​ລອ​ສ​ແອນ​ເຈີ​ຣີ​ສຂອງ​ອາ​ເມ​ຣິ​ກາໃນ​ປີ 2020 ມີ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 10 ປີ​ຜ່ານ​ມາ

2021-11-12 17:06:48 cri

​​ຄະ​ດີອາ​ຊະ​ຍາ​ກຳທີ່​ເກີດ​ຈາກ​ຄວາມ​ຄຽດ​ຊັງ​ຢູ່​ລອ​ສ​ແອນ​ເຈີ​ຣີ​ສຂອງ​ອາ​ເມ​ຣິ​ກາໃນ​ປີ 2020 ມີ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ຮອບ 10 ປີ​ຜ່ານ​ມາ_fororder_730e0cf3d7ca7bcbb4c3772d762e5c6af624a82d

ຕາມຂ່າວCRIວັນ​ທີ 11 ພະ​ຈິກນີ້, ໜັງ​ສື​ພິມ “ເດີ ຮີວ”ຂອງອາເມຣິ​ກາ​ໄດ້​ລາຍງານ​ວ່າ: ໃນ​ປີ 2020 ແລ້ວນີ້, ຢູ່ທົ່ວປະເທດອາ​ເມ​ຣິກາໄດ້​ມີການ​ກໍ່​ອາຊະຍາ​ກຳ​​ທີ່​ເກີດ​ຈາກ​ຄວາມ​ຄຽດ​ຊັງເພີ່ມຂຶ້ນ​ຢ່າງ​ຂະ​ໜາດ​ໃຫຍ່, ໃນ​ນັ້ນ, ຈຳ​ນວນ​ຄະ​ດີ​ອາຊະຍາ​ກຳ​ທີ່​ເກີດ​ຈາກ​ຄວາມ​ຄຽດ​ຊັງ​ທີ່​ໄດ້​ເກີດ​ຂຶ້ນຢູ່ເມືອງ​ລອດ​ສ ແອນ​ເຈີ​ຣີ​ສໃນ​ປີ 2020 ແລ້ວ​ນີ້​ໄດ້​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ກັບ​ປີ 2019, ຈຳ​ນວນ​​ຄະ​ດີທີ່​ເກີດ​ຂຶ້ນ​ເປັນ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ 10 ປີ​ຜ່ານ​ມາ​ນີ້.
 

ຕົວ​ເລກ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ປີ 2020 ​ເມືອງ​ລອ​ສ ແອນ​ເຈີ​ຣີ​ສ​ໄດ້​ມີ​ການລາຍ​ງານ​ກ່ຽວ​ກັບ​ຄະ​ດີ​ທີ່​ເກີດ​ຈາກ​ຄວາມ​ຄຽດ​ຊັງ 635 ລາຍ, ນີ້​ແມ່ນ​ປີ​ທີ່​ເຂດ​ດັ່ງ​ກ່າວ​ໄດ້​ເກີດ​ມີ​ຄະ​ດີ​ອາ​ຊະ​ຍາ​ກຳ​​ທີ່​ເກີດ​ຈາກ​ຄວາມ​ຄຽດ​ຊັງ​ທີ່​ສຸດ​ນັບ​ແຕ່​ປີ 2008 ເປັນ​ຕົ້ນ​ມາ.

 

ໃນ​ຄະ​ດີ​ອາ​ຊະ​ຍາ​ກຳ​​ທີ່​ເກີດ​ຈາກ​ຄວາມ​ຄຽດ​ຊັງ​ດ້ານ​ເຊື້ອ​ຊາດ, ອັດ​ຕາ​ຄະ​ດີ​ທີ່ແນ​ໃສ່​ຄົນ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​ກວມ 42%, ເພີ່ມ​ຂຶ້ນ 35% ເມື່ອ​ທຽບ​ກັບ​ຕົ​ວ​ເລກ​ໃນ​ປີ 2019.

ຄຳ​ເຫັນ

0