刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແມ່ນ​ປະ​ເທດ​ທີ່​ໄດ້​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ຫຼາຍ​ທີ່​ສຸດໃຫ້​ແກ່​ປະ​ເທດ​ອື່ນ

2021-11-13 15:21:22 cri

 

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຕາມ​ປົກ​ກະ​ຕິ​ໃນວັນ​ທີ 12 ພະ​ຈິກ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ​ຄັງ​ປັນ​ຍາ​ນັກ​ເສດ​ຖະ​ສາດ​ໄດ້​ເຜີຍແຜ່​ບົດ​ລາຍ​ງານ​ໃນ​ວັນ​ທີ 10 ພະ​ຈິ​ນີ້​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ຕຸ​ລາ​ຜ່ານ​ມາ​ນີ້, ທົ່ວ​ໂລກ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ຫຼາຍກວ່າ 7 ຕື້ຫຼອ​ດ, ຍ້ອນ​​ຮັບ​ການ​ຊ່ວຍ​ເຫຼືອ​​ດ້ານວັກ​ຊີນ​ຈາກ​ປະ​ເທດ​ຈີນ, ​ອັດ​ຕາ​ການ​ສັກ​ວັກ​ຊີນ​ຂອງຈີ​ເລ​ມີ​ເຖິງ 79%, ກຳ​ປູ​ເຈຍມີ​ເຖິງ 77% ເຊິ່ງ​ຫຼາຍກວ່າປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ ເຊັ່ນອາ​ເມ​ຣິ​ກາ ແລະປະ​ເທດ​ເອີ​ຣົບ​ເປັນ​ຕົ້ນ. ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ກັບ​ເລື່ອງ​ນີ້?

ທ່ານ​ວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ຈີນພະ​ຍາດ​ຍາມ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຂອງ​ຕົນທີ່​ມີ​ປະ​ຊາ​ກອນຫຼາຍ​ແລະ​ການ​ສະ​ໜອງວັກ​ຊີນ​ມີ​ຄວາມ​ເຄັ່ງ​ຕຶງ​, ປັດ​ຈຸ​ບັນ​ໄດ້​ຊ່ວຍ​ເຫຼືອ​ວັກ​ຊີນຫຼາຍກວ່າ 1,7 ຕື້ຫຼອດ​ໃຫ້​ແກ່ 110 ກວ່າ​ປະ​ເທດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ປີ 2021, ຈະ​ພ​ະ​ຍາ​ຍາມ​ຊ່ວຍ​ເຫຼືອ​ວັກ​ຊີນ​ 2 ຕື້ຫຼອດໃຫ້​ກັບ​ປະ​ເທດ​ອື່ນ. ປັດ​ຈຸ​ບັນ, ຈີນ​ແມ່ນ​ປະ​ເທດ​ທີ່​ໄດ້​ຊ່ວຍ​ເຫຼືອ​ວັກ​ຊີນຫຼາຍ​ທີ່​ສຸດ​ໃຫ້​ແກ່​​ຕ່າງ​ປະ​ເທດ​ໃນ​ໂລກ, ​ວັກ​ຊີນ​ທີ່ປະ​ເທດ​ພວມ​ພັດ​ທະ​​ນາ​ໄດ້​ຮັບ​ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນັ້ນສ່ວນ ຫຼາຍ​ມາ​ຈາກ​ປະ​ເທດ​ຈີນ. ຕໍ່​ໄປ​ພາຍ​ໜ້າ, ຈີນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ປະ​ຊາ​ຄົມ​ຮ່ວມ​ສາ​ທາ​ລະ​ນະ​ສຸກ​ແລະ​ສຸ​ຂະ​ພາບມວນ​ມະ​ນຸດ, ຊ່ວຍ​ເຫຼືອ​ວັກ​ຊີນຫຼາຍກວ່າ​ເກົ່າ​ໃຫ້​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ​ດ້ວຍຫຼາຍ​ວິ​ທີ ເຊິ່ງ​ລວມ​ທັງ​ການ​ຊ່ວຍ​ເຫຼືອ​ລ້າ ເພື່ອ​ປະ​ກອບ​ສ່ວນຂອງ​ຈີນ​ເຂົ້າ​ໃນ​ການ​ບັນ​ລຸ​ການ​ເຂົ້າ​ເຖິງວັກ​ຊີນ​ຢ່າງ​ຍຸ​ຕິ​ທຳ ແລະ​ເອົາ​ຊະ​ນະ​ພະ​ຍາດ​ໂຄວິດ-19 ຢ່າງ​ເຖິງ​ຖອງ​ໂດຍ​ໄວ.

ຄຳ​ເຫັນ

0