黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ເອເປັກຄັ້ງທີ 28 ແລະກ່າວຄຳປາໄສສຳຄັນ

2021-11-13 16:12:58 CRI

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ເອເປັກຄັ້ງທີ 28 ແລະກ່າວຄຳປາໄສສຳຄັນ_fororder_webwxgetmsgimg (20)

ຕອນຄ່ຳວັນທີ 12 ພະຈິກນີ້ ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການເສດຖະກິດແລະການຮ່ວມມືອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 28 ໂດຍຜ່ານທາງວີດີໂອ ແລະໄດ້ກ່າວຄຳປາໄສທີ່ສຳຄັນ.

ທ່ານສີຈິ້ນຜິງ ຊີ້ອອກວ່າ: “ປີນີ້ແມ່ນຈີນເຂົ້າຮ່ວມອົງການເອເປັກຄົບຮອບ 30 ປີ. ພວກເຮົາໄດ້ຮ່ວມກັນວາງແຜນການຈັດຕັ້ງປະຕິບັດວິໄສທັດ, ພວກເຮົາຕ້ອງຊຸກຍູ້ການຈັດຕັ້ງປະຕິບັດ ວິໄສທັດຮອດປີ 2040, ສ້າງປະຊາຄົມຮ່ວມຊາຕາກຳອາຊີ-ປາຊີຟິກທີ່ເປີດກວ້າງ, ການມີສ່ວນຮ່ວມ, ການເຕີບໂຕດ້ວຍການປະດິດສ້າງໃໝ່, ການເຊື່ອມຈອດ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.”

ທ່ານ​ສີ​ຈິ້ນ​ຜິງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້​ນຳ​ອົງ​ການ​ເອເປັກຄັ້ງທີ 28 ແລະກ່າວຄຳປາໄສສຳຄັນ_fororder_webwxgetmsgimg (21)

ໜຶ່ງ, ຊຸກຍູ້ການຮ່ວມມືໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດ. ຈີນສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຂອງອົງການເອເປັກທີ່ຊຸກຍູ້ການຈໍລະຈອນຂອງວັດຖຸສຳຄັນ ແລະ ການໄປມາຫາສູ່ກັນດ້ານບຸກຄະລາກອນຢ່າງປອດໄພ, ຈີນຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ກອງທຶນຮັບມືກັບການແຜ່ລະບາດຂອງພະຍາດແລະຟື້ນຟູເສດຖະກິດ ເພື່ອຊ່ວຍເຫຼືອສະມາຊິກຕ່າງໆໃນການຟື້ນຟູແລະພັດທະນາເສດຖະກິດ.

ສອງ, ສ້າງເສດຖະກິດອາຊີ-ປາຊີຟິກແບບເປີດກວ້າງ. ຈີນຫວັງວ່າ “ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ” ຈະມີຜົນສັກສິດຕາມກຳນົດໃນປີໜ້າ, ຈີນໄດ້ຮ້ອງຂໍເຂົ້າຮ່ວມ “ສັນຍາວ່າດ້ວຍການພົວພັນຄູ່ຮ່ວມຂ້າມປາຊີຟິກທີ່ກ້າວໜ້າແລະຮອບດ້ານ” ແລ້ວ.

ສາມ, ຊຸກຍູ້ການເຕີບໂຕດ້ວຍການປະດິດສ້າງໃໝ່ ແລະ ການພັດທະນາເສດຖະກິດດີຈີຕອນ. ຈີນໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການຊຸກຍູ້ການເຊື່ອມຈອດກັນໃນຍຸກດີຈີຕອນ, ສະໜັບສະໜູນການເພີ່ມທະວີການຮ່ວມມືສາກົນດ້ານເສດຖະກິດດີຈີຕອນ ແລະ ໄດ້ຮ້ອງຂໍເຂົ້າຮ່ວມ “ສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດດີຈີຕອນ” ແລ້ວ.

ສີ່, ບັນລຸການພັດທະນາແບບຍືນຍົງແລ້ວມີສ່ວນຮ່ວມ. ການຮ່ວມມືດ້ານເສດຖະກິດເຕັກນິກແມ່ນຂົງເຂດການຮ່ວມມືທີ່ສຳຄັນຂອງອົງການເອເປັກ, ຄວນເພີ່ມການທຸ່ມເທເຂົ້າໃນການຮ່ວມມືດັ່ງກ່າວ, ຮັບປະກັນສະມາຊິກພວມພັດທະນາໄດ້ຮັບຜົນປະໂຫຍດຈາກການຮ່ວມມືດັ່ງກ່າວ ແລະ ເພີ່ມພະລັງຊຸກດັນໃໝ່ເຂົ້າໃສ່ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນອາຊີ-ປາຊີຟິກຢ່າງຕໍ່ເນື່ອງ.

ສຸດທ້າຍນີ້, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ຈີນຍິນດີຮ່ວມກັນກັບສະມາຊິກຕ່າງໆຂອງອົງການເອເປັກ, ຕັ້ງໜ້າຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳອາຊີ-ປາຊີຟິກ, ຮ່ວມມືກັນເພື່ອຂຽນໜ້າໃໝ່ຂອງການຮ່ວມມືເສດຖະກິດອາຊີ-ປາຊີຟິກ.

ຄຳ​ເຫັນ

0