秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານປູຕິນກ່າວວ່າ: ແຫຼ່ງກຳເນີດຂອງວິກິດການຊາວອົບພະຍົບຢູ່ຊາຍແດນໂປໂລຍ-ເບລາຣູຊີ ແມ່ນປະເທດຝ່າຍຕາເວັນຕົກ

2021-11-14 14:40:41 cri

ວັນ​ທີ 13 ພະ​ຈິກ​ນີ້, ທ່ານ​ວາ​ລາ​ດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ຂອງ​ຣັດ​ເຊຍ. ໂດຍ​ແນ​ໃສ່​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ເບ​ລາ​ຣູ​ຊີ ກັບໂປ​ໂລຍ ແລະ​ລີ​ຕົ​ວ​ນີ, ທ່ານ​ປູ​ຕິນ​ກ່າວ​ວ່າ: ​ເບ​ລາ​ຣູ​ຊີບໍ່​ແມ່ນ​ຜູ້​ກໍ່​ວິ​ກິດ​ການ​ດັ່ງ​ກ່າວ, ແຫຼ່ງ​ກຳ​ເນີດ​ຂອງວິ​ກິດ​ການດັ່ງ​ກ່າວ​ແມ່ນ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ. ເນື່ອງ​ຈາກວ່າ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ກໍ່​ສົງ​ຄາມ​ອີ​ຣັກ ແລະ​ສົງ​ຄາມ​ອັ​ຟ​ກາ​ນີສະ​ຖານ, ຈຶ່ງ​ໄດ້​ເຮັດ​ໃຫ້​ເກີດ​ມີ​ຊາວ​ອົບ​ພະ​ຍົບ​ເປັນ​ຈຳ​ນວນຫຼວງຫຼາຍ.

ທ່ານ​ປູ​ຕິນ​ຍັງ​ໄດ້​ຕຳ​ໜິ​ທະ​ຫານ​ໂປ​ໂລຍຢູ່​ເຂດ​ຊາຍ​ແດນ​ເບ​ລາ​ຣູ​ຊີ ທີ່​ໄດ້​ຊົກ​ຕີ​ ແລະ​ຍິງ​ປືນ​ຂົ່ມ​ຂູ່ຊາວ​ອົບ​ພະ​ຍົບ. ທ່ານ​ປູ​ຕິນ​ກ່າວ​ວ່າ: ຫວັງ​ວ່າ​ປະ​ເທດ​ສະ​ຫະ​ພາບ​ເອີ​ຣົບ​ຈະ​ສົນ​ທະ​ນາ​ກັບ​ເບ​ລາ​ຣູ​ຊີ​ໂດຍ​ກົງ ເພື່ອສະ​ແຫວງ​ຫາ​ແຜນ​ການ​ແກ້​ໄຂວິ​ກິດ​ການ​ຄັ້ງ​ນີ້.

ຄຳ​ເຫັນ

0